ປະເທດໄທກຽມບັງຄັບໃຊ້ກົດໝາຍໃໝ່ເພື່ອຄຸ້ມຄອງວານສີຟ້າທີ່ກຳລັງຈະສູນພັນ


ໃນວັນທີ 23 ເດືອນພຶດສະພາ, ຄະນະລັດຖະມົນຕີໄດ້ມີການປະຊຸມກ່ຽວກັບການເຫັນດີໃນຫຼັກການຂອງລັດຖະດໍາລັດກໍານົດວານສີຟ້າ ແລະ ປາສະຫຼາມເສືອດາວເປັນ “ສັດປ່າສະຫງວນ” ອີງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສະຫງວນສັດປ່າ ​ແລະ ຄຸ້ມຄອງ​ໃນ​ປີ 2019.

ໂດຍປົກກະຕິແລ້ວ ວານສີຟ້າ (Balaenoptera musculus) ນີ້ເປັນສັດປ່າສະຫງວນໃນປະເທດຢູ່ແລ້ວ ​ແຕ່​ກົດໝາຍ​ໃນ​ປັດຈຸ​ບັນ​ຍັງບໍ່​ມີ​ປະສິດທິ​ພາບພຽງ​ພໍ​ທີ່ຈະ​ຢຸດ​ການ​ລົດ​ລົງ​ຂອງ​ປະຊາກອນພວກມັນ.

ວານສີຟ້າແມ່ນພົບເຫັນຢູ່ໃນທຸກມະຫາສະໝຸດ ຍົກເວັ້ນອາກຕິກ; ພວກມັນສາມາດໃຫຍ່ໄດ້ເຖິງ 98 ຟຸດ, ນໍ້າໜັກ 190 ໂຕນ ແລະ ມີຊີວິດຢູ່ໄດ້ເຖິງ 90 ປີ, ຄາດວ່າພວກມັນຍັງເຫຼືອພຽງແຕ່ 10.000 ຫາ 25.000 ໂຕໃນໂລກ, ເຊິ່ງກວມເອົາ 3-11% ຂອງປະຊາກອນໂລກໃນສະຕະວັດທີ່ຜ່ານມາ.

ສັດ​ຊະ​ນິດ​ນີ້​ແມ່ນກຳລັງໃກ້​ຈະ​ສູນ​ພັນ​ເນື່ອງ​ຈາກ​ການ​ລ່າ​ສັດທີ່​ຜິດ​ກົດ​ໝາຍ ຕະຫຼອດຈົນຮອດການປ່ຽນແປງດິນຟ້າອາກາດ ແລະ ຄວາມເປັນກົດໃນມະຫາສະໝຸດ, ເຊິ່ງເຮັດໃຫ້ແຫຼ່ງອາຫານຫຼັກຂອງພວກມັນລົດລົງ.

ທ່ານ ອະພິໄຊ ເອກກະວັນກຸນ ຮອງຫົວໜ້າກົມຊັບພະຍາກອນທາງທະເລ ແລະ ຊາຍຝັ່ງທະເລ ກ່າວວ່າ ວານສີຟ້າ ເປັນສັດທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ດັ່ງນັ້ນ ຈຶ່ງຖືໄດ້ວ່າເປັນສິ່ງສຳຄັນທີ່ຄວນອະນຸລັກຮັກສາຢ່າງເຂັ້ມງວດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/