ທາງການມາເລເຊຍ ບຸກຮ້ານ Swatch ຢຶດໂມງຮຸ່ນທີ່ເປັນສີຮຸ້ງ ອ້າງບົ່ງບອກເຖິງ LGBTQ+

ເຈົ້າໜ້າທີ່ທາງການຂອງປະເທດມາເລເຊຍ ບຸກເຂົ້າຮ້ານSwatch ຢຶດເອົາໂມງຈາກຄໍເລັກຊັ່ນ  Pride Month ຈາກຄວາມຜິດຖານມີອົງປະກອບຄວາມເປັນ LGBT ແລະ ເປັນທີ່ຮູ້ກັນດີວ່າກຸ່ມຄົນຫຼາກຫຼາຍທາງເພດຖືກເລືອກປະຕິບັດໃນມາເລເຊຍ.

ວັນທີ 23 ພຶດສະພາ 2023 ບໍລິສັດ Swatch ໄດ້ອອກມາເປີດເຜີຍວ່າ ເມື່ອວັນທີ 13-14 ພຶດສະພາທີ່ຜ່ານ ເຈົ້າໜ້າທີ່ໄດ້ບຸກເຂົ້າໄປໃນຮ້ານຂອງ Swatch ທີ່ຕັ້ງຢູ່ສູນການຄ້າ 11 ແຫ່ງຂອງມາເລເຊຍ ກ່ອນທີ່ຈະເຂົ້າຢຶດເອົາເຄື່ອງບໍລິສັດໄປເປັນຈຳນວນ 164 ໜ່ວຍ ລວມມູນຄ່າປະມານ 14.000 ໂດລາ.

ສຳລັບໂມງທີ່ເປັນບັນຫາຢູ່ທາງ Swatch ໄດ້ຜະລິດຂຶ້ນມາເປັນພິເສດເພື່ອຕອນຮັບກິດຈະກຳ Swatch ທີ່ກຳຫຼັງມາເຖິງໃນເດືອນມິຖຸນາ ໂດຍທາງ Swatch ອອກແບບໂມງໃຫ້ມີສີສັນສົດໃສ ໄດ້ແຮງບັນດານໃຈມາຈາກທຸງສີຮຸ້ງ ທີ່ເປັນສັນຍະລັກຄວາມຫຼາກຫຼາຍທາງເພດ ໂດຍທາງ Swatch ກ່າວວ່າໂມງຮຸ່ນນີ້ຄື ຕົວແທນຂອງການສະເຫຼີມສະຫຼອງຄວາມເປັນອັນໜຶ່ງອັນດຽວ ແລະ ຄວາມຫຼາກຫຼາຍທີ່ເຮັດໃຫ້ສັງຄົມເຂັ້ມແຂງຫຼາຍຂຶ້ນ.

Nick Hayek ຊີອີໂອ Swatch Group ໄດ້ກ່າວວ່າ “ພວກເຮົາໂຕ້ແຍ້ງຢ່າງຮຸນແຮງວ່າ ໂມງຄໍເລັກຊັນຂອງເຮົາທີ່ໃຊ້ສີຮຸ້ງ ແລະ ສື່ເຖິງສັນຕິພາບຄວາມຮັກ ບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍໃດໆ” ພ້ອມຍັງກ່າວອີກວ່າ “ພວກເຮົາສົງໄສວ່າໜ່ວຍງານບັງຄັບໃຊ້ກົດໝາຍຂອງກະຊວງພາຍໃນຂອງມາເລເຊຍ ຈະຢຶດຮຸ້ງກິນນ້ຳຕາມທຳມະຊາດທີ່ສວຍງາມທີ່ປາກົດຂຶ້ນນັບພັນຄັ້ງຕໍ່ປີ ທີ່ເກີດຂຶ້ນຢູ່ເທິງທ້ອງຟ້າຂອງມາເລເຊຍຫຼືບໍ່?”

ດ້ານເຈົ້າໜ້າທີ່ຈາກກະຊວງພາຍໃນຂອງເມເລເຊຍ ລະບຸວ່າ ໂມງ Swatch ຈຳນວນ 22 ໜ່ວຍທີ່ມີອົງປະກອບທີສື່ເຖີງ LGBTQ+ ຖືກຢຶດມາຈາກຮ້ານຄ້າຂອງ Swatch ຕາມໝາຍເອີ້ນທີ່ອອກພາຍໃຕ້ພະຣາຊະບັນຍັດການພິມ ແລະ ສື່ສິ່ງພິມປີ 1984 ສຳລັບມາເລເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນເປັນຊາວມຸດສະລິມ ປະມານ 60% ການມີຄວາມສຳຄັນກັບເພດດຽວກັນຖືວ່າຜິດກົດໝາຍ ແລະ ຫ້າມໃຫ້ຊາວມາເລເຊຍ-ມຸດສະລິມ ສະແດງອອກທາງເພດທີ່ຂັດຕໍ່ຫຼັກຄຳສອນຂອງສາສະໜາອິດສະລາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/