ປະເທດລາວ ຕ້ອງການນັກທ່ອງທ່ຽວຈີນ ມາທ່ຽວລາວໃຫ້ຫຼາຍທີ່ສຸດ

ປະເທດລາວ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ແຜນການຕ້ອນຮັບນັກທ່ອງທ່ຽວຈີນ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບທີ່ດີ ເປັນຕົ້ນແມ່ນການປັບປຸງຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ການເດີນທາງ, ສະຖານທີ່ທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ພະນັກງານນຳທ່ຽວ, ຮ້ານຄ້າທີ່ລະນຶກ ທີ່ບໍລິການດີ ແລະ ເນັ້ນຄວາມປອດໄພ.

ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນຳ ແລະ ທ່ອງທ່ຽວ ມີບັນດາພາກສ່ວນທຸລະກິດ ບໍລິສັດທ່ອງທ່ຽວ ສະມາຄົມທຸລະກິດການທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການທ່ອງທ່ຽວ. ກອງປະຊຸມຄັ້ງນີ້ ເພື່ອເປັນການຜ່ານຮ່າງແຜນການຕ້ອນຮັບນັກທ່ອງທ່ຽວຈີນ ເພື່ອກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ. ເປັນຕົ້ນແມ່ນການປັບປຸງຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກ ໃນດ້ານຕ່າງໆ.

ປະເທດລາວ

ໃນເດືອນຜ່ານມາກະຊວງຖະແຫຼງຂ່າວ ໄດ້ສັງລວມຄຳຄິດເຫັນທັງໝົດຈາກການປຶກສາຫາລືຂອງກອງປະຊຸມ ພ້ອມທັງ ໄດ້ເກັບກຳຂໍ້ມູນ ສະພາບການກະກຽມຕ້ອນຮັບນັກທ່ອງທ່ຽວຈາກທົ່ວປະເທດ ເພື່ອເປັນບ່ອນອີງໃນການສ້າງແຜນຮັບນັກທ່ອງທ່ຽວຈີນ. ມາຮອດປັດຈຸບັນ ບັນດາກົມວິຊາການທ່ອງທ່ຽວ ໄດ້ສືບຕໍ່ຄົ້ນຄວ້າຕ້ອນຮັບນັກທ່ອງທ່ຽວໃນຮ່າງ ເພື່ອນຳມາປຶກສາຫາລືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອແນໃສ່ການຮ່ວມມືກັນ.

ຫົວໜ້າກົມທ່ອງທ່ຽວ ສຳລັບການເດີນທາງຂອງນັກທ່ອງທ່ຽວຈີນທີ່ເຂົ້າມາລາວ ສ່ວນໃຫຍ່ເຂົ້າມາ 3 ຮູບແບບຄື: ທາງເຮືອບິນ, ແບບເປັນກຸ່ມ ໂດຍຜ່ານບໍລິສັດການທ່ອງທ່ຽວ ແລະ ມາເປັນຄາລາວານ ແບບຄອບຄົວ. ໃນໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພາຍຫຼັງເປີດປະເທດ 2023 ນັກທ່ອງທ່ຽວຈີນ ໄດ້ເດີນທາງອອກປະເທດສະເລ່ຍ 2 ແສນກວ່າຄົນຕໍ່ວັນ ເດືອນ 1 ປະມານ 7,5 ລ້ານຄົນ ເຊິ່ງລັດຖະບານຈີນອະນຸຍາດ ໃຫ້ນັກທ່ອງທ່ຽວເປັນກຸ່ມໃນ 20 ປະເທດ ໃນນັ້ນລວມທັງປະເທດລາວ. ໂດຍຄາດວ່າປີ 2023 ຈະມີນັກທ່ອງທ່ຽວຈີນ ຈະເດີນທາງໄປຕ່າງປະເທດປະມານ 56 ລ້ານເທື່ອຄົນ.

ປະເທດລາວ

ຕະຫຼາດທ່ອງທ່ຽວຈີນເປັນຕະຫຼາດໜຶ່ງທີ່ມີຄ່າໃຊ້ຈ່າຍສູງ ເຊິ່ງຫຼາຍປະເທດໄດ້ກຳນົດນະໂຍບາຍຕ່າງໆ ເພື່ອຍາດແຍ່ງ ແລະ ດຶງດູດເອົານັກທ່ອງທ່ຽວຈີນ ເພື່ອໃຫ້ເຂົ້າມາທ່ອງທ່ຽວໃນປະເທດຂອງຕົນ ເຊິ່ງປະເທດລາວກໍເປັນໜຶ່ງໃນນັ້ນ ແລະ ອະນາຄົດລາວກໍຈະດຶງດູດເອົານັກທ່ອງທ່ຽວຈີນມາໃຫ້ໄດ້ຫຼາຍທີ່ສຸດກວ່າປີທີ່ຜ່ານມາ.

ປະເທດລາວ

ຂອບໃຈຂໍ້ມູນຈາກ:

https://bit.ly/3Y9lAmK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/