ບໍ່ຕ້ອງເປີດ Airplane Mode ກໍບິນໄດ້! EU ກຽມອະນຸຍາດໃຫ້ຜູ້ໂດຍສານໃຊ້ສັນຍານ 5G ເທິງເຮືອບິນໄດ້ໃນປີ 2023

ບໍ່ຕ້ອງເປີດ Airplane

ປົກກະຕິແລ້ວຖ້າເຮົາເດີນທາງດ້ວຍເຮືອບິນ ໜຶ່ງຄໍາແນະນໍາຈາກທຸກໆສາຍການບິນທີ່ເຮົາມັກຈະໄດ້ຍິນກໍຄື ໃຫ້ຜູ້ໂດຍສານເປີດໃຊ້ງານໂໝດເຮືອບິນ (Airplane Mode) ເພື່ອເປັນການປິດການເຊື່ອມຕໍ່ເຄືອຂ່າຍໂທລະສັບມືຖືບໍ່ໃຫ້ສົ່ງສັນຍານໄປລົບກວນລະບົບຄວບຄຸມຂອງການບິນ. ແຕ່ວ່າສິ່ງທີ່ກ່າວມານີ້ ໃນອະນາຄົດເຮົາອາດຈະບໍ່ໄດ້ເປີດໂໝດເຮືອບິນແລ້ວ ເພາະຜູ້ໂດຍສານໃນສະຫະພາບຢູໂຣບ (EU) ອາດຈະໄດ້ໃຊ້ສັນຍານອິນເຕີເນັດເທິງເຮືອບິນໄດ້ຢ່າງເຕັມທີ່ໃນໄວໆນີ້ ຫຼັງຈາກທີ່ຄະນະກຳມາທິການຢູໂຣບໄດ້ຕັດສິນໃຫ້ສາຍການບິນສາມາດໃຫ້ບໍລິການເທັກໂນໂລຢີ 5G ເທິງເຮືອບິນໄດ້.

ບໍ່ຕ້ອງເປີດ Airplane

ໂດຍ EU ໄດ້ກໍານົດນະໂຍບາຍນີ້ສຳລັບປະເທດສະມາຊິກໃນການເຮັດໃຫ້ຄື້ນຄວາມຖີ່ 5G ພ້ອມໃຊ້ງານສຳລັບເຮືອບິນໃນວັນທີ 30 ມິຖຸນາ 2023 ເຊິ່ງນັ້ນໝາຍຄວາມວ່າຕໍ່ໄປນີ້ຜູ້ໂດຍສານຈະສາມາດໃຊ້ໂທລະສັບໄດ້ຢ່າງເຕັມທີ່ໃນລະຫວ່າງການເດີນທາງ ເຊັ່ນ: ການໂທ, ການໃຊ້ສະຕຣີມແອັບພລິເຄຊັ່ນເພງຕ່າງໆ, ຫຼິ້ນເກມ, ເບິ່ງວິດີໂອ ຫຼື ອື່ນໆ.

ບໍ່ຕ້ອງເປີດ Airplane

ກ່ອນໜ້ານີ້ຄະນະກຳມາທິການສະຫະພາບຢູໂຣບໄດ້ອະນຸຍາດໃຫ້ບາງສາຍການບິນສະເໜີການເຂົ້າເຖິງອິນເຕີເນັດກາງອາກາດໄດ້ ແຕ່ບໍລິການນີ້ແມ່ນຂ້ອນຂ້າງຊ້າ ເນື່ອງຈາກຕ້ອງອາໄສອຸປະກອນໃນການເຊື່ອມຕໍ່ຜ່ານດາວທຽມລະຫວ່າງເຮືອບິນ ແລະພາກພື້ນດິນ. ສ່ວນລະບົບໃໝ່ນີ້ແມ່ນໃຊ້ປະໂຫຍດຈາກຄວາມໄວໃນການດາວໂຫຼດທີ່ໄວກວ່າມາຈາກເທັກໂນໂລຢີ 5G.

ບໍ່ຕ້ອງເປີດ Airplane

ຢ່າງໃດກໍຕາມ ທາງດ້ານສະຫະລັດອາເມຣິກາກໍມີຂໍ້ກັງວົນວ່າ ຄວາມຖີ່ 5G ອາດລົບກວນຖ້ຽວບິນ ແລະອາດນຳໄປສູ່ການວັດແທກລະດັບຄວາມສູງທີ່ຜິດພາດໄດ້ ແຕ່ຕົວແທນທາງຝັ່ງຂອງຄະນະກໍາມະການຄວາມປອດໄພການບິນແຫ່ງສະຫະລາຊະອານາຈັກກ່າວກັບ BBC ວ່າ ໂອກາດທີ່ຈະເກີດການລົບກວນດັ່ງກ່າວແມ່ນມີໜ້ອຍ  ເນື່ອງຈາກຢູໂຣບມີຊຸດຄວາມຖີ່ທີ່ແຕກຕ່າງກັນສຳລັບ 5G ແລະມີການຕັ້ງຄ່າພະລັງງານທີ່ຕໍ່າກວ່າທີ່ໄດ້ຮັບອະນຸຍາດໃນສະຫະລັດອາເມຣິກາ.

ບໍ່ຕ້ອງເປີດ Airplane

ຫຼັງຈາກທີ່ຂ່າວນີ້ຖືກເຜີຍແຜ່ອອກມາ ກໍມີສຽງສະແດງຄວາມຍິນດີຈາກຫຼາຍຝ່າຍຢ່າງຫຼວງຫຼາຍ ຂະນະດຽວກັນກໍມີຄໍາເຫັນຈາກໂລກອອນລາຍທີ່ບໍ່ຄ່ອຍພໍໃຈກັບນະໂຍບາຍນີ້ພໍເທົ່າໃດ ໂດຍລະບຸວ່າ ການເປີດໂອກາດໃຫ້ຜູ້ໂດຍສານໃຊ້ໂທລະສັບມືຖືຢ່າງເຕັມທີ່ຢູ່ເທິງເຮືອບິນ ອາດຈະເຮັດໃຫ້ລົບກວນຜູ້ໂດຍສານຄົນອື່ນໆ ຕະຫຼອດຖ້ຽວບິນ ເຊັ່ນ ການລົມໂທລະສັບສຽງດັງ ແຕ່ໃນອີກດ້ານໜຶ່ງກໍຮູ້ສຶກຍິນດີ ແລະຄິດວ່າຈະໃຊ້ປະໂຫຍດໄດ້ຢ່າງເຕັມທີ່ເຊັ່ນ ຖ້າມີວຽກດ່ວນ ຫຼືເລື່ອງທີ່ສຸກເສີນຢູ່ເຮືອນ ກໍສາມາດໂທຫາຄົນໃນຄອບຄົວໄດ້ທັນທີ ຫຼື ຊ່ວຍໃຫ້ຈັດການວຽກໃຫ້ໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/