ສຸລະສິດ ພົມຈະເລີນ ໄວໜຸ່ມຜູ້ສົ່ງເສີມວັດທະນະທຳລາວ ແລະ ມີຄວາມຄິດພັດທະນາໄວໜຸ່ມຍຸກໃໝ່

ສຸລະສິດ

ສຸລະສິດ ພົມຈະເລີນ ຖືໄດ້ວ່າເປັນອີກໄວໜຸ່ມຄົນໜຶ່ງທີ່ມີຄວາມສົນໃຈ ແລະ ສົ່ງເສີມວັດທະນະທໍາລາວ ໃຫ້ຢູ່ກັບຄົນລາວໄດ້ດົນນານທີ່ສຸດ ພ້ອມທັງມີຄວາມຄິດຢາກພັດທະນາໄວໜຸ່ມຄົນຮຸ່ນໃໝ່ຫັນມາສົນໃຈວັດທະນະທໍາລາວໃຫ້ຫຼາຍຍິ່ງຂຶ້ນ ແລະ ຢາກປຸກລະດົມໃຫ້ຄົນລາວຮັກສາວັດທະນະທໍາໃຫ້ສືບທອດຕໍ່ໆໄປ ໂດຍການສົ່ງເສີມທາງດ້ານການທ່ອງທ່ຽວ ເປັນຕົ້ນແມ່ນຈັດງານທ້ອງຖິ່ນ ນຳເອົາຄວາມເກົ່າແກ່ຂອງຄວາມເປັນລາວອອກມາເຜີຍແຜ່ໃນປັດຈຸບັນ ເຊິ່ງເປັນການຈັດງານທີ່ເນັ້ນໄປທາງວັດທະນະທຳອັນເກົ່າແກ່ ເປັນຕົ້ນແມ່ນບຸນທາດອີງຮັງ ທີ່ແຂວງສະຫວັນນະເຂດ ນະຄອນໄກສອນພົມວິຫານ, ເປັນງານທີ່ບົ່ງບອກໄດ້ຫຼາຍຢ່າງ ບໍ່ວ່າຈະເປັນການຮັກສາວັດທະນະທໍາ ສິລະປະລວດລາຍແບບດັ້ງເດີມ ໃນຂອບເຂດສະຖານທີ່ທາດອີງຮັງ, ຜ່ານມາຫຼາຍມື້ ກໍມີຄົນມາທ່ຽວມາຊົມຫຼາຍພໍສົມຄວນ.

ມື້ນີ້ ທາງ LaoX ກໍໄດ້ມີໂອກາດສຳພາດ ສຸລະສິດ ພົມຈະເລີນ ຈະເປັນແນວໃດນັ້ນມາຕິດຕາມໄປພ້ອມໆກັນເລີຍ.

ສຸລະສິດ

1.ແນະນຳຊື່ໃຫ້ແດ່?
ຊື່ ສຸລະສິດ ພົມຈະເລີນ ບ່າວສະຫວັນນະເຂດ, ຜູ້ມາຕາມລ່າຝັນໃນນະຄອນຫຼວງວຽງຈັນ

2. ປັດຈຸບັນເຮັດອາຊີບຫຍັງ?
ເປັນ ພະນັກງານ Compliance, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

3.ປົກກະຕິແລ້ວເປັນຄົນຮັກ ວັດທະນະທຳ-ສິລະປະ ແລະ ປະຫວັດສາດບໍ່?
ໃນນາມທີ່ເປັນລູກຫຼານຊາວສະຫວັນນະເຂດໂດຍກຳເນີດ,​ ເຊິ່ງມີຄວາມຫຼົງໃຫຼ ແລະ ຫວງແຫນໃນວັດທະນະທໍາພື້ນເມືອງຂອງຊາວສະຫວັນທີ່ມີຄວາມຫຼາກຫຼາຍທາງດ້ານເຊື້ອຊາດ, ຊົນເຜົ່າ, ສາສະໜາ, ວັດທະນະທຳ ຈຶ່ງມີແນວຄວາມຄິດຢາກສົ່ງເສີມ, ອະນຸລັກ, ຟື້ນຟູ ແລະ ກະຕຸ້ນການທ່ອງທ່ຽວແບບໃໝ່ພາຍໃຕ້ການພັດທະນາແບບຍືນຍົງໂດຍເນັ້ນໃຫ້ປະຊາຊົນທ້ອງຖິ່ນມີີສ່ວນຮ່ວມໃນການຈັດບຸນປະເພນີໃຫຍ່ລະດັບແຂວງໃນຄັ້ງນີ້.

ພິເສດສຳລັບງານໃນຄັ້ງນີ້ ແມ່ນໄດ້ຈັດງານຂຶ້ນໃນໂສມໜ້າໃໝ່ຄັ້ງທຳອິດໃນງານບຸນທາດອີງຮັງ ໂດຍນຳໃຊ້ທຶນສ່ວນຕົວ 100% ເພື່ອໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຫວນຄືນກິ່ນອາຍບັນຍາກາດງານບຸນແບບຢ້ອນຍຸກ, ໂດຍໄດ້ເລືອກຈັດງານໃນສະຖານທີ່ຫໍແຈກໄມ້ຫຼັງເກົ່າທີ່ມີຄວາມງາມ ແລະ ມົນຂັງຢູ່ປະຕູທິດຕາເວັນອອກຂອງທາດອີງຮັງ ເຊິ່ງນັກທ່ອງທ່ຽວຫຼາຍຄົນອາດຍັງບໍ່ຮູ້ຈັກວ່າໃນສະຖານທີ່ແຫ່ງນີ້ຍັງມີ ປູຊະນີຍະສະຖານເກົ່າແກ່ທີ່ມີລວດລາຍສິລະປະແບບບູຮານດັ້ງເດີມ ແລະ ສະຖານທີ່ດັ່ງກ່າວບໍ່ໄດ້ມີການຈັດກິດຈະກຳປະເພນີແບບນີ້ເປັນເວລາດົນນານ.

ສຸລະສິດ



4.ສໍາລັບເຈົ້າ ການສົ່ງເສີມວັດທະນະທໍາ ມີຜົນປະໂຫຍດຫຍັງແກ່ສັງຄົມ ຫຼື ໄວໜຸ່ມ?

ປະເທດລາວມີຄວາມຈຳເປັນຢ່າງເລັ່ງດ່ວນທີ່ຕ້ອງໄດ້ຊຸກຍູ້, ກໍ່ສ້າງ ແລະ ພັດທະນາເຍົາວະຊົນຮຸ່ນໃໝ່ໃຫ້ມີຄວາມຮູ້, ທັກສະທີ່ຈຳເປັນຕໍ່ອະນາຄົດຂອງຊາດ ໃນການຄົ້ນຄວ້າເອົາທ່າແຮງບົ່ມຊ້ອນ ເພື່ອສືບສານວັດທະນະທຳອັນລໍ້າຄ່າ ແລະ ມໍລະດົກຈາກບັນພະບູລຸດຊົນຊາດລາວ.
5.ວັດຖຸສິ່ງຂອງ ແລະ ເຄື່ອງປະດັບອື່ນໆ ແມ່ນປະດິດຂຶ້ນມາເອງບໍ່?

ປະຕິມາກຳກາງແຈ້ງ ແລະ ການຕົບແຕ່ງພາຍໃນງານລ້ວນແລ້ວແຕ່ເປັນສີມືຂອງປະຊາຊົນທ້ອງຖິ່ນໃນເຂດບ້ານທາດອີງຮັງ,​ ບ້ານໂພນສິມ ແຂວງສະຫວັນນະເຂດ ເຊິ່ງຜົນງານການອອກແບບ ແລະ ໄອເດຍແມ່ນເປັນຂອງໄວໜຸ່ມຍຸກໃໝ່ຮຸ່ນສືບທອດທີ່ໄດ້ປະສົມປະສານສິລະປະແບບດັ້ງເດີມ ແລະ ແບບໃໝ່ ເພື່ອສ້າງຈຸດເດັ່ນໃຫ້ສາມາດດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວໄດ້ຫຼາຍຂຶ້ນ.

ສຸລະສິດ

6.ອະນາຄົດຢາກພັດທະນາວຽກງານດ້ານນີ້ຄືແນວໃດ?

ງານໃນອະນາຄົດອາດຈະເກີດຂຶ້ນບໍ່ໄດ້ ຫາກບໍ່ໄດ້ຮັບການຊຸກຍູ້ສົ່ງເສີມຈາກທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ການສະໜັບສະໜູນຈາກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມງານໃນຄັ້ງນີ້. ຂ້າພະເຈົ້າກໍຫວັງວ່າຈະໄດ້ສ້າງຜົນງານດີໆ ແລະ ໃຫຍ່ກວ່າເກົ່າ ເພື່ອໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ໄດ້້ເສບຜົນງານສິລະປະ.

ສຸລະສິດ

ນອກຈາກນີ້, ກໍຢາກໃຫ້ທຸກພາກສ່ວນຍື່ນມືເຂົ້າມາຊ່ວຍສົ່ງເສີມ, ອະນຸລັກ, ຟື້ນຟູສິລະປະ, ວັດທະນະທຳອັນດີງາມນີ້ໄວ້ແບບຈິງຈັງ ໂດຍເປີດໂອກາດໃຫ້ນັກສິລະປິນຍຸກໃໝ່ໄດ້ສ້າງສັນຜົນງານ ແລະ  ສະແດງແນວຄວາມຄິດແບບເຕັມທີ່ ເຊິ່ງຢູ່ໃນຂອບເຂດທີ່ເໝາະສົມ.

ທ້າຍນີ້, ກໍຢາກເຊີນຊວນໃຫ້ໄວໜຸ່ມຍຸກໃໝ່ໃຫ້ຫັນກັບມາສົນໃຈ ແລະ ຫວງແຫນວັດທະນະທຳລາວ ເພື່ອໃຫ້ສ້າງເປັນຊອຟພາວເວີ້ໃນການກະຕຸ້ນການທ່ອງທ່ຽວ ວັດທະນະທຳສູ່ສາຍຕາສາກົນ.

ຂອບໃຈບົດສຳພາດໂດຍ: ສຸລະສິດ ພົມຈະເລີນ

https://www.facebook.com/soulasith.phomchaleun

ເຟສບຸກ: Soulasith Phomchaleun

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/