ເປັນຫຍັງບານໂລກຕ້ອງຈັດ 4 ປີ ເທື່ອໜຶ່ງ?

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ໃນທຸກໆ 4 ປີ ນອກຈາກຈະມີການແຂ່ງຂັນກິລາ ໂອລິມປິກ ແລ້ວ ກໍຍັງມີອີກໜຶ່ງງານມະຫະກຳກິລາລະດັບໂລກ ທີ່ໄດ້ຮັບຄວາມສົນໃຈເປັນອັນດັບຕົ້ນໆຂອງໂລກ ເປັນມະຫະກຳກິລາທີ່ຫຼາຍຄົນລໍຖ້າຕັ້ງໜ້າຕິດຕາມ ເຊິ່ງມັກຈະສ້າງກະແສໄປທົ່ວໂລກ ແລະ ເປັນໜຶ່ງໃນງານມະຫະກຳກິລາທີ່ມີເມັດເງິນມະຫານສານໝຸນວຽນຢູ່ ເຊິ່ງງານມະຫະກຳກິລາທີ່ວ່ານີ້ ກໍຄື ການແຂ່ງຂັນບານໂລກ ນັ້ນເອງ.

ແຕ່ທຸກຄົນຮູ້ບໍ່ວ່າເປັນຫຍັງຕ້ອງຖ້າຮອດ 4 ປີ ແລ້ວຈຶ່ງຈັດເທື່ອໜຶ່ງ ມື້ນີ້ Lao X ຈະພາມາຫາຄຳຕອບ.

ດັ່ງທີ່ທຸກຄົນຮູ້ວ່າ ການແຂ່ງຂັນບານໂລກ ກໍແມ່ນມີຕົ້ນກຳເນີດມາຈາກການແຂ່ງຂັນກິລາໂອລິມປິກນັ້ນເອງ. ເຊິ່ງໃນຮອບ 4 ປີ ຂອງການຈັດ ໂອລິມປິກສະໄໝໃໝ່ທີ່ຈັດຂຶ້ນຕັ້ງແຕ່ປີ 1896 ນີ້ ກໍເປັນການຈັດຂຶ້ນຕາມຮູບແບບ ແລະ ເພື່ອລະນຶກເຖິງການແຂ່ງຂັນ ໂອລິມປິກຕັ້ງແຕ່ສະໄໝຍຸກ ກຣີກບູຮານ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ໃນຍຸກກຣີກບູຮານ ຈະມີການແຂ່ງຂັນຂຶ້ນທຸກໆ 4 ປີ ສາເຫດກໍຍ້ອນວ່າການແຂ່ງຂັນ ຫຼື ຈັດງານມະຫະກຳກິລາໃນສະໄໝນັ້ນ ກໍເພື່ອບູຊາເທບພະເຈົ້າຂອງພວກເຂົາ ແລະ ເທບພະເຈົ້າຂອງກຣີກກໍມີຫຼາຍອົງ ຈຶ່ງຈຳເປັນຕ້ອງໄດ້ຈັດມະຫະກຳກິລາທີ່ແຕກຕ່າງກັນ ຂຶ້ນມາ ສະຫຼັບສັບປ່ຽນກັນ ເພື່ອບູຊາ ເທບພະເຈົ້າແຕ່ລະອົງນັ້ນເອງ. ຈາກການນັບການແຂ່ງຂັນແຕ່ລະງານມາແລ້ວ ໂອລິມປິກ ກໍໄດ້ກັບມາຖືກຈັດຂຶ້ນໃນທຸກໆ 4 ປີ ນັ້ນເອງ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ຕໍ່ມາໃນຍຸກສະໄໝໃໝ່ ການແຂ່ງຂັນກິລາໂອລິມປິກ ກໍໄດ້ຖືກນຳມາຈັດຂຶ້ນອີກຄັ້ງໃນປີ 1896 ທີ່ ນະຄອນ ເອເທັນ ປະເທດ ກຣີກ ເຊິ່ງໃນຂະນະດຽວກັນກິລາບານເຕະຂອງແຕ່ລະຊາດກໍເລີ່ມມີການພັດທະນາ ແລະ ແຂ່ງຂັນກັນຫຼາຍຂຶ້ນ ຈົນກິລາບານເຕະໄດ້ຖືກນຳເຂົ້າມາບັນຈຸລົງໃນການແຂ່ງຂັນ ໂອລິມປິກ ເຊິ່ງຖືເປັນການແຂ່ງຂັນລະດັບສາກົນຄັ້ງທຳອິດ ໃນປີ 1900. ໃນຕອນນັ້ນການແຂ່ງຂັນກິລາບານເຕະ ກໍຍັງຖືວ່າບໍ່ໄດ້ຮັບຄວາມນິຍົມຫຼາຍປານໃດ ລວມເຖິງຍັງຖືວ່າເປັນກິລາທີ່ບໍ່ມ່ວນປານໃດຖ້າທຽບໃສ່ທຸກມື້ນີ້ ບໍ່ວ່າຈະເປັນທັງກົດລະບຽບ ແລະ ວິທີການຫຼິ້ນທີ່ຍັງບໍ່ລົງຕົວ ແບບທຸກມື້ນີ້.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ຈົນມາຮອດການແຂ່ງຂັນກິລາໂອລິມປິກ ປີ 1932 ​ຄະນະກຳມະການ ຂອງໂອລິມປິກ ກໍພິຈາລະນາຖອດຖອນ ກິລາບານເຕະອອກຈາກການແຂ່ງຂັນ ໂອລິມປິກ ເນື່ອງຈາກກະແສ ແລະ ຄວາມນິຍົມນັ້ນໜ້ອຍເກີນໄປ ຈຶ່ງເຮັດໃຫ້ສະຫະພັນກິລາບານເຕະສາກົນ ຫຼື FIFA ທີ່ຫາກໍສ້າງຕັ້ງຂຶ້ນມາກ່ອນໜ້ານີ້ໃນປີ 1904 ຕົກລົງແຜນການທີ່ຈະຈັດການແຂ່ງຂັນກິລາບານເຕະ ໂດຍສະເພາະມາຂັ້ນກາງລະຫວ່າງລໍຖ້າການແຂ່ງຂັນໂອລິມປິກໃນຮອບຕໍ່ໆໄປ ເຊິ່ງກໍໄດ້ມີການຕົກລົງເຫັນດີ ຈັດການແຂ່ງຂັນບານໂລກຂຶ້ນຄັ້ງທຳອິດ ໃນປີ 1930 ກ່ອນການແຂ່ງຂັນ ໂອລິມປິກ 1932 ຈະເລີ່ມຂຶ້ນ 2 ປີ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ຜົນປາກົດວ່າ ການແຂ່ງຂັນບານໂລກນັ້ນ ໄດ້ຮັບຄວາມນິຍົມຂຶ້ນເລື້ອຍໆ ຄະນະກຳມະການ ໂອລິມປິກ ຈຶ່ງນຳເອົາກິລາບານເຕະ ກັບເຂົ້າມາບັນຈຸລົງໃນ ໂອລິມປິກຄືເກົ່າ ໃນປີ 1936 ຈົນມາຮອດປັດຈຸບັນ. ແຕ່ການແຂ່ງຂັນບານໂລກ ນັ້ນກໍຍັງມີຄືເກົ່າ ໂດຍຈະຈັດຂຶ້ນ ຂັ້ນລະຫວ່າງ 2 ປີເລື້ອຍມາ. ນັ້ນຈຶ່ງເປັນຈຸດເລີ່ມຕົ້ນ ທີ່ວ່າເປັນຫຍັງບານໂລກຕ້ອງຈັດຂຶ້ນໃນທຸກໆ 4 ປີ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ສ່ວນເຫດຜົນອື່ນໆກໍຄືການກະກຽມຄວາມພ້ອມຂອງເຈົ້າພາບ ເຊິ່ງຕ້ອງໃຊ້ເວລາໃນການກະກຽມເປັນເວລາຫຼາຍປີ ໃນການກຽມຄວາມພ້ອມ ແລະ ພັດທະນາພື້ນຖານໂຄງລ່າງຂອງປະເທດ ເພື່ອຕ້ອນຮັບງານມະຫະກຳກິລາທີ່ຍິ່ງໃຫຍ່ນີ້ ເຊັ່ນກາຕ້າເຈົ້າພາບບານໂລກ 2022 ທີ່ໃຊ້ເວລາຫຼາຍປີ ໃນການສ້າງສະໜາມແຂ່ງຂັນກິລາບານເຕະຂຶ້ນມາໃໝ່ ເຖິງ 7 ສະໜາມ ຈາກທີ່ໃຊ້ທັງໝົດ 8 ສະໜາມ ຫຼັງຈາກໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ອີກໜຶ່ງເຫດຜົນກໍຄືເພື່ອເປີດທາງໃຫ້ການແຂ່ງຂັນກິລາບານເຕະ ລະດັບພາກພື້ນ ແລະ ລະດັບທະວີບຕ່າງໆ ບໍ່ອັດແໜ້ນຈົນເກີນໄປ ບໍ່ວ່າຈະເປັນການແຂ່ງຂັນໃນລີກ ຫຼື ຊິງແຊ້ມ ຢູໂຣບ ຊິງແຊ້ມອາເມຣິກາໃຕ້ ແລະ ໃນໂຊນ ເອເຊຍເຮົາເອງ ທີ່ຈະມີການຈັດຂຶ້ນແບບສະຫຼັບສັບປ່ຽນກັບຄ້າຍຄືກັບສະໄໝ ກຣີກບູຮານນັ້ນເອງ. ອີກທັງເປັນການໃຫ້ເວລາໃນການຄັດເລືອກ ເອົາ 32 ທີມຊາດ ທີ່ຈະເຂົ້າມາແຂ່ງຂັນໃນຮອບສຸດທ້າຍ ເຊິ່ງຄັດມາຈາກ 150 ປະເທດ ທີ່ຂະບວນການນັ້ນຕ້ອງໃຊ້ເວລາພໍສົມຄວນ.

ເປັນຫຍັງບານໂລກຕ້ອງຈັດ-4 ປີ

ຢ່າງໃດກໍຕາມ ໃນອະນາຄົດ ທຳນຽມບານໂລກ 4 ປີເທື່ອໜຶ່ງອາດຈະຕ້ອງປ່ຽນໄປ ເພາະຄວາມຄິດທີ່ວ່າ ບານໂລກຈະປ່ຽນມາຈັດໃນທຸກໆ 2 ປີ ນັ້ນ ຍັງຖືກ ພິຈາລະນາ ແລະ ເວົ້າເຖິງກັນຢ່າງຕໍ່ເນື່ອງ ເນື່ອງຈາກສິ່ງຕ່າງໆ ໃນໂລກບານເຕະນັ້ນໄດ້ມີການປ່ຽນແປງ ປັບປຸງພັດທະນາໄປຢ່າງກ້າວກະໂດດ ບໍ່ວ່າຈະເປັນເທັກໂນໂລຢີ ວິທະຍາສາດການກິລາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆນັ້ນມີຄວາມພ້ອມຫຼາຍຂຶ້ນ ແລະ ທີ່ສຳຄັນການແຂ່ງຂັນທີ່ຫຼາຍຂຶ້ນ ໝາຍເຖິງເມັດເງິນທີ່ຫຼາຍຂຶ້ນ ນັ້ນເອງ. ເຊິ່ງສິ່ງນີ້ຈະເກີດຂຶ້ນແທ້ ຫຼືບໍ່ນັ້ນເຮົາຍັງຕ້ອງຕິດຕາມຕອນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/