ນາຍົກຄົນໃໝ່ ພ້ອມປົກປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກຂອງປວງຊົນລາວ

ນາຍົກຄົນໃໝ່

ຕອນບ່າຍວັນທີ 30 ທັນວາ ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາການນໍາຂັ້ນສູງພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມ ໄດ້ຈັດໃຫ້ມີວາລະພິເສດເພື່ອພິຈາລະນາຮັບຮອງເອົານາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່.

ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນອ່ານໃບສະເໜີຂອງ ທ່ານປະທານປະເທດ ເລກທີ 211/ປປທ, ລົງວັນທີ 28/12/2022 ເຖິງທ່ານປະທານຄະນະປະຈໍາສະພາແຫ່ງຊາດ ເລື່ອງການພິຈາລະນາໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງມີບາງເນື້ອໃນສໍາຄັນວ່າ: ອີງຕາມໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານ ຂອງທ່ານ ພັນຄໍາ ວິພາວັນ ສະບັບວັນທີ 15/12/2022, ອີງຕາມການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 21/12/2022; ໃນນາມປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີ ມາຍັງທ່ານ ປະທານຄະນະປະຈໍາສະພາແຫ່ງຊາດ ພິຈາລະນາໃຫ້ ທ່ານ ພັນຄຳ ວິພາວັນ ພັກການຮັບອຸດໜູນບໍານານ ຕາມຄໍາຮ້ອງຂອງຜູ້ກ່ຽວ.

ນາຍົກຄົນໃໝ່

ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນລາຍງານສະພາບການປະຕິບັດໜ້າທີ່ຂອງຕົນ ໃນຕະຫຼອດໄລຍະຜ່ານມາ ແລະ ໄດ້ກ່າວເຊື່ອໝັ້ນວ່າ: ທ່ານນາຍົກລັດຖະມົນຕີ ຜູ້ໃໝ່ ຈະນໍາພາຄະນະລັດຖະບານ ນໍາເອົາປະເທດຊາດທີ່ແສນຮັກຂອງພວກເຮົາ ກ້າວເດີນຕໍ່ໄປ; ຫວັງຢ່າງຍິ່ງວ່າສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາທ້ອງຖິ່ນ (ສະມາຊິກສະພາປະຊາຊົນແຂວງ) ຈະໃຫ້ການຮ່ວມມື, ສະໜັບສະໜູນນາຍົກລັດຖະມົນຕີຜູ້ໃໝ່ ເຮັດຫຼ້ອນໜ້າທີ່ ທີ່ມີກຽດສະຫງ່າງາມຂອງຕົນ.

ທ່ານປະທານສະພາແຫ່ງຊາດ ໄດ້ກ່າວຄໍາເຫັນ ຕໍ່ການປະຕິບັດໜ້າທີ່ຜ່ານມາຂອງ ທ່ານ ພັນຄໍາ ວິພາວັນ ໂດຍໄດ້ຕີລາຄາສູງ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ຕະຫຼອດໄລຍະ 50 ທີ່ຜ່ານມາ ເຊິ່ງໄດ້ອຸທິດສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດຂອງພວກເຮົາ; ພ້ອມນີ້, ທ່ານ ຍັງໄດ້ກ່າວໃຫ້ຮູ້ວ່າ: ບົນພື້ນຖານການສະເໜີຂອງທ່ານປະທານປະເທດ, ກອງປະຊຸມ ເຫັນດີຕໍ່ການຮັບອຸດໜູນບໍານານ ຍ້ອນບັນຫາສຸຂະພາບຂອງ ທ່ານ ພັນຄໍາ ວິພາວັນ ໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ. ສະມາຊິກສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍບົດຮຽນທີ່ດີຂອງຕົນ ທ່ານ ພັນຄໍາວິພາວັນ ຈະສືບຕໍ່ໃຫ້ການສະໜັບສະໜູນພັກ-ລັດ ເພື່ອສືບຕໍ່ການພັດທະນາເສດຖະກິດ -ສັງຄົມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອນໍາເອົາປະເທດຊາດອອກຈາກສະພາວະຄວາມດ້ອຍພັດທະນາໃນຕໍ່ໜ້າ.

ຈາກນັ້ນ, ທ່ານ ນາງ ສູນທອນ ໄຊຍະຈັກ ກໍໄດ້ສືບຕໍ່ອ່ານໃບສະເໜີຂອງທ່ານປະທານປະເທດ ເລກທີ 212/ປປທ, ລົງວັນທີ 28/12/2022 ເຖິງທ່ານປະທານຄະນະປະຈໍາສະພາແຫ່ງຊາດ ເລື່ອງການເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຜູ້ໃໝ່ ເຊິ່ງມີບາງເນື້ອໃນສໍາຄັນວ່າ: ອີງຕາມການຕົກລົງເຫັນດີຂອງກອງປະຊຸມກົມການເມືອງສູນກາງພັກ ຄັ້ງວັນທີ 26/12/2022, ເພື່ອເຮັດໃຫ້ການເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ດຳເນີນໄປຢ່າງສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ ຮັບປະກັນບຸກຄະລາກອນ ທີ່ດໍາລົງຕໍາແໜ່ງດັ່ງກ່າວມີຄຸນະພາບສູງ, ໃນນາມປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີກ່ຽວກັບມາດຕະຖານ, ເປົ້າໝາຍ ຜູ້ທີ່ຈະຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງໃນນີ້, ໄດ້ສະເໜີໃຫ້ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນຜູ້ທີ່ມີມາດຕະຖານຄົບຖ້ວນ ແລະ ມີຄວາມເໝາະສົມທີ່ຈະເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ດັ່ງນັ້ນ, ຈຶ່ງສະເໜີມາຍັງ ທ່ານປະທານຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕາມລະບຽບການ.

ນາຍົກຄົນໃໝ່

ໃນທີ່ປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ມີຄໍາເຫັນຕໍ່ການສະເໜີຂອງທ່ານປະທານປະເທດ ໃນການສະເໜີເລືອກຕັ້ງເອົານາຍົກລັດຖະມົນຕີ ຜູ້ໃໝ່ ແລະ ກໍໄດ້ມີການລົງຄະແນນສຽງເຫັນດີຮັບຮອງເອົາ ຕາມການສະເໜີຂອງທ່ານປະທານປະເທດ ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນ ສສຊ ທີ່ເຂົ້າຮ່ວມກອງປະຊຸມ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນກ່າວຮັບຕໍາແໜ່ງ ເຊິ່ງມີບາງຕອນວ່າ: ນີ້ແມ່ນການມອບໝາຍຄວາມຮັບຜິດຊອບການເມືອງທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍ ທົດສອບໃຫຍ່ຫຼວງ ໃນຖານະເປັນຫົວໜ້າລັດຖະບານ ຊຸດທີ IX ເພື່ອສືບຕໍ່ປະຕິບັດໜ້າທີ່ບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທີ່ພັກປະຊາຊົນປະຕິວັດລາວໄດ້ກຳນົດໄວ້. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຜູ້ໃໝ່ ໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານວ່າ: ຢືນຕໍ່ໜ້າຄັນທຸງອັນສະຫງ່າລາສີ ແລະ ສັກກາລະບູຊາ, ຕໍ່ໜ້າການນໍາຂັ້ນສູງພັກ-ລັດ ແລະ ອະດີດການນໍາພັກ-ລັດ, ບັນດາທ່ານ ສສຊ, ບັນດາທ່ານແຂກທີ່ມີກຽດ ຂ້າພະເຈົ້າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າກ່ອນເວລາໃດໝົດ, ຮ່ວມກັບສາມາຊິກລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ. ພ້ອມທີ່ຈະອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ຈະສັດຊື່ບໍລິສຸດ ເພື່ອຮ່ວມກັບຄະນະນໍາຂອງພັກ-ລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດຊຸດທີ IX ໃຫ້ປະສົບຜົນສໍາເລັດເປັນຢ່າງດີ ໂດຍສະເພາະສຸມໃສ່ບັນດາວຽກງານສຳຄັນຕົ້ນຕໍໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ: https://bit.ly/3Gaa3fY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/