ເຄີຍເຫັນແລ້ວບໍ່? ກັງຫັນລົມໄຮ້ໃບພັດ ແບບບັ້ງສັ່ນ! ທີ່ຮູບຊົງ ແລະ ການເຮັດວຽກອາດຄຸ້ນຕາແປກໆ ແຕ່ສາມາດໃຊ້ງານໄດ້ແທ້

ເຄີຍເຫັນແລ້ວບໍ່

ພະລັງງານລົມຖືເປັນອີກໜຶ່ງພະລັງງານສະອາດ ແລະ ຍືນຍາວ ພ້ອມຍັງເປັນພະລັງງານທຳມະຊາດທີ່ມີຕົ້ນທຶນຖືກ ໃນການເກັບກ່ຽວມາເປັນພະລັງງານ. ແຕ່ບັນຫາກໍຄືການທີ່ຈະໄດ້ພະລັງງານມາໃຊ້ນັ້ນ ສ່ວນຫຼາຍແມ່ນຕ້ອງອາໄສ ກັງຫັນລົມ ທີ່ມີໃບພັດຂະໜາດໃຫຍ່ທີ່ຂ້າຊີວິດນົກໄປຫຼາຍແສນໂຕ ໃນແຕ່ລະປີ.

ແຕ່ມື້ນີ້ ຈະພາທຸກຄົນມາຮູ້ຈັກແຫຼ່ງກຳເນີດພະລັງງານລົມ ອີກແບບໜຶ່ງທີ່ປະຢັດພື້ນທີ່ໃນການສ້າງ ຕົ້ນທຶນໃນການສ້າງທີ່ຖືກກວ່າກັງຫັນລົມ ແລະ ເປັນມິດກັບບັນດານົກທີ່ບິນໄປບິນມາໄດ້ຫຼາຍກວ່າ ນັ້ນກໍຄື ບັ້ງສັ່ນພະລັງງານລົມ ຫຼື ກັງຫັນລົມແບບໄຮ້ໃບພັດ ທີ່ເວລາເຫັນຮູບຊົງ ແລະ ຕອນທີ່ມັນກຳລັງເຮັດວຽກແລ້ວ ບາງທ່ານອາດຈະຮູ້ສຶກຄຸ້ນຕາແບບແປກໆ.

ເຄີຍເຫັນແລ້ວບໍ່

ກັງຫັນລົມແບບໄຮ້ໃບພັດ ແບບເປັນບັ້ງສັ່ນນີ້ ຫຼືວ່າ Bladeless Turbine ຖືກຄິດຄົ້ນ ແລະ ຜະລິດອອກມາເພື່ອແກ້ບັນຫາຂອງກັງຫັນລົມແບບມີໃບພັດ ທີ່ໃຊ້ພື້ນທີ່ຫຼາຍໃນການກໍ່ສ້າງ ບໍ່ສາມາດນຳມາຕິດຕັ້ງໃນພື້ນທີ່ຊຸມຊົນໄດ້ ມີຕົ້ນທຶນໃນການສ້າງທີ່ສູງ, ຄ່າບຳລຸງຮັກສາທີ່ສູງ ເຊິ່ງບັ້ງສັ່ນຜະລິດໄຟຟ້າດັ່ງກ່າວ ສາມາດລົດບັນຫາທີ່ກ່າວມານັ້ນໄດ້ຫຼາຍກວ່າ 50%.

ເຄີຍເຫັນແລ້ວບໍ່

ໂດຍກັງຫັນລົມໄຮ້ໃບພັດແບບບັ້ງສັ່ນ ຖືກຄິດຄົ້ນ ແລະ ພັດທະນາຂຶ້ນມາຫຼາຍປີແລ້ວຈາກບໍລິສັດ Vortex Bladeless ເຊິ່ງເປັນບໍລິສັດ ສະຕາດອັບໃນປະເທດສະເປນ. ບັ້ງສັ່ນດັ່ງກ່າວ ມີຮູບຊົງຄ້າຍຄືກັບທໍ່ດູດຂະໜາດໃຫຍ່ ທີ່ມີຄວາມສູງປະມານ 3 ແມັດ ວັດສະດຸ ແລະ ຮູບຊົງຂອງບັ້ງດັ່ງກ່າວນີ້ ມີຄວາມຫົດຢືດ ສາມາດທີ່ຈະສັ່ນສະເທືອນ ຕາມແຮງກະແສລົມທີ່ພັດຜ່ານບັ້ງດັ່ງກ່າວ. ແຮງສັ່ນສະເທືອນດັ່ງກ່າວກໍຈະຖືກນຳໄປໜຸນເຄື່ອງກຳເນີດໄຟຟ້າ ທີ່ຕິດຕັ້ງຢູ່ບໍລິເວນຖານຂອງບັ້ງດັ່ງກ່າວນັ້ນເອງ.

ເຄີຍເຫັນແລ້ວບໍ່

David J. Yáñez Villarreal ຜູ້ບໍລິຫານຂອງບໍລິສັດ Vortex Bladeless ກ່າວວ່າ: ເທັກໂນໂລຢີທີ່ພວກເຮົາພັດທະນາຂຶ້ນມານັ້ນ ໄດ້ປິດຂໍ້ເສຍຂອງກັງຫັນລົມແບບເກົ່າ ແລະ ກັງຫັນລົມໄຮ້ໃບພັດນີ້ ປຽບເໝືອນແຜງຜະລັງງານແສງຕາເວັນ ທີ່ສາມາດຕິດຕັ້ງຕາມຄົວເຮືອນໄດ້.

ເຄີຍເຫັນແລ້ວບໍ່

“ການຜະລິດພະລັງງານທັງສອງຮູບແບບນັ້ນເຮັດວຽກຮ່ວມກັນໄດ້ເປັນຢ່າງດີ ເພາະພະລັງງານແສງຕາເວັນນັ້ນໃຫ້ພະລັງງານໄດ້ດີໃນຕອນກາງເວັນ, ສ່ວນພະລັງງານລົມນັ້ນໃຫ້ພະລັງງານໄດ້ດີໃນຕອນກາງຄືນ ແຖມຍັງເປັນມິດກັບສິ່ງແວດລ້ອມຫຼາຍກວ່າ ກັງຫັນລົມແບບເກົ່າອີກ”.

ເຄີຍເຫັນແລ້ວບໍ່

ຢ່າງໃດກໍຕາມ ກັງຫັນລົມໄຮ້ໃບພັດຂອງບໍລິສັດດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການພັດທະນາ ແລະ ຫາຄູ່ຮ່ວມມືຂະໜາດອຸດສາຫະກຳ ເພື່ອຂະຫຍາຍຜົນງານໃຫ້ເປັນກັງຫັນທີ່ມີຄວາມສູງ 140 ແມັດ ແລະ ສາມາດຜະລິດໄຟຟ້າໄດ້ລະດັບ 1 ເມັກກາວັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/