ອອງຊານ ຊູຈີ ຖືກຈຳຄຸກເພີ່ມອີກ 7 ປີ ລວມອາຍຸຈຳຄຸກເປັນ 33 ປີ ຫຼັງສານມຽນມາຕັດສິນຄວາມຜິດໃນຄະດີສຸດທ້າຍ

ອອງຊານ ຊູຈີ

ເມື່ອວັນທີ 30 ທັນວາ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ສານມຽນມາພິຈາລະນາຄະດີ 5 ຂໍ້ຫາສຸດທ້າຍກັບນາງ ອອງຊານ ຊູຈີ ເຊິ່ງເປັນອະດີດຜູ້ນຳລັດຖະບານປະຊາທິປະໄຕໃນໄວ 77 ປີ ແລະ ຕັດສິນຈຳຄຸກ ອອງຊານ ເພີ່ມອີກ 7 ປີໃນຂໍ້ຫາຄໍຣັບຊັ່ນ ເນື່ອງຈາກບໍ່ປະຕິບັດການຂໍ້ບັງຄັບໃນການເຊົ່າເຮລິຄອບເຕີໃນລັດຖະບານຂອງຕົນ.

ອອງຊານ ຊູຈີ

ອອງຊານ ຊູຈີ ຢູ່ພາຍໃຕ້ການກັກບໍລິເວນໃນເຮືອນພັກມາຕະຫຼອດ ນັບຕັ້ງແຕ່ລັດຖະບານຂອງລາວຖືກກອງທັບກໍ່ເຫດລັດຖະປະຫານໂຄ່ນອຳນາດໃນເດືອນກຸມພາ ປີ 2021. ຫຼັງຈາກນັ້ນ ອອງຊານ ຕ້ອງປະເຊີນການໄຕ່ສວນຍາວນານເຖິງ 18 ເດືອນໃນ 19 ຂໍ້ກ່າວຫາ ເຊັ່ນ: ລະເມີດກົດຄຸມໂຄວິດ, ນຳເຂົ້າເຄື່ອງຮັບສົ່ງວິທະຍຸ ແລະ ເຜີຍຄວາມລັບຂອງລັດ ເຊິ່ງເມື່ອລວມໄລຍະຂອງການລົງໂທດກັບການພິຈາລະນາຄະດີຫຼ້າສຸດ ອອງຊານ ຊູຈີ ຖືກຕັດສິນຈຳຄຸກລວມເຖິງ 33 ປີ.

ອອງຊານ ຊູຈີ

ການພິຈາລະນາຄະດີຕະຫຼອດປີທີ່ຜ່ານມາ ແມ່ນໄດ້ດຳເນີນການແບບເປັນຄວາມລັບທັງໝົດ, ສື່ ແລະ ປະຊາຊົນບໍ່ສາມາດເຂົ້າໄປຮັບຟັງໄດ້ ຂະນະທີ່ທະນາຍຂອງອອງຊານ  ຊູຈີ ກໍຖືກຫ້າມບໍ່ໃຫ້ເປີດເຜີຍຂໍ້ມູນກັບຜູ້ສື່ຂ່າວ ຂະນະທີ່ທາງດ້ານຕົວອອງຊານ ຊູຈີ ເອງກໍໄດ້ອອກມາປະຕິເສດຂໍ້ກ່າວຫາທັງໝົດ.

ອອງຊານ ຊູຈີ

ແລະຕາມການເປີດເຜີຍຂອງສະມາຄົມຊ່ວຍເຫຼືອນັກໂທດການເມືອງມຽນມາ ຫຼື AAPP ອອງຊານ ຊູຈີ ກັບ ສະມາຊິກພັກຂອງລາວຢູ່ໃນກຸ່ມຄົນຫຼາຍກວ່າ 16.600 ຄົນທີ່ຖືກລັດຖະບານມຽນມາຈັບກຸມລະຫວ່າງການລັດຖະປະຫານ ແລະ ລະຫວ່າງການປະທ້ວງໃຫຍ່ທີ່ເກີດຂຶ້ນຫຼັງຈາກນັ້ນ ໂດຍປັດຈຸບັນນີ້ມີປະມານກວ່າ 13.000 ຄົນຍັງຄົງຖືກຄຸມຂັງເອົາໄວ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/