ນັກເຄື່ອນໄຫວ LGBTQ+ ຊື່ດັງຊາວເຄນຍາຖືກຄາຕະກຳຍັດໃສ່ກ່ອງເຫຼັກ

ນັກເຄື່ອນໄຫວ LGBTQ+

ເມື່ອວັນທີ 6 ມັງກອນ 2023 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ພົບສົບຂອງ ເອັດວິນ ຊີໂລບາ (Edwin Chiloba) ເຊິ່ງເປັນນັກເຄື່ອນໄຫວເພື່ອສິດທິຂອງກຸ່ມຄົນຫຼາກຫຼາຍທາງເພດ ຫຼື LGBTQ+ ຊື່ດັງຂອງປະເທດເຄນຍາ ໃນສະພາບຖືກຍັດກ່ອງເຫຼັກ ແລ້ວຖືກນຳມາຖິ້ມໄວ້ຂ້າງຖະໜົນໃນເມືອງທາງຕາເວັນຕົກຂອງປະເທດເຄນຍາ.

ນັກເຄື່ອນໄຫວ LGBTQ+
ເອັດວິນ ຊີໂລບາ (Edwin Chiloba)

ໂດຍລາຍງານລະບຸໄວ້ວ່າຜູ້ທີ່ພົບເຫັນກ່ອງເຫຼັກດັ່ງກ່າວໃຫ້ການກັບຕຳຫຼວດວ່າ ໄດ້ເຫັນລົດຄັນໜຶ່ງທີ່ໄດ້ເຮັດການປົກປິດປ້າຍລົດ ນຳກ່ອງເຫຼັກໜ້າສົງໄສມາຖິ້ມໄວ້ ຂ້າງຖະໜົນໃກ້ເມືອງເອລໂດເຣດ ໃນມົນທົນອູອາຊິນ ເຊິ່ງເປັນສະຖານທີ່ຕັ້ງທຸລະກິດແຟຊັ່ນຂອງ ເອັດວິນ ຊີໂລບາ ຜູ້ເສຍຊີວິດ.

ຕຳຫຼວດເຄນຍາຍັງບໍ່ໄດ້ເປີດເຜີຍລາຍລະອຽດໃດໆ ກ່ຽວກັບຄະດີນີ້ ໂດຍນາງ ເຣຊີລາ ອົນຍັນໂກ (Resila Onyango) ໂຄສົກສຳນັກງານຕຳຫຼວດແຫ່ງຊາດລະບຸວ່າ ພວກເຂົາຈະມີການຖະແຫຼງການເລື່ອງນີ້ໃນພາຍຫຼັງ.

ນັກເຄື່ອນໄຫວ LGBTQ+

ທາງດ້ານຄະນະກຳມະການສິດທິມະນຸດ (KHRC) ເຊິ່ງເປັນກຸ່ມເຄື່ອນໄຫວອິດສະຫຼະໄດ້ລະບຸຜ່ານ Twitter ວ່າ ຊີໂລບາ ຖືກສັງຫານຢ່າງໂຫດຮ້າຍ ແລະ ຖືກຖິ້ມໄວ້ໃນພື້ນທີ່ດັ່ງກ່າວໂດຍທີ່ຍັງບໍ່ຮູ້ວ່າແມ່ນໃຜເປັນຜູ້ກໍ່ເຫດ ແລະ ເປັນເລື່ອງທີ່ໜ້າກັງວົນໃຈຢ່າງແທ້ຈິງທີ່ມີຄວາມຮຸນແຮງຕໍ່ຊາວ LGBTQ+ ເຄນຍາເພີ່ມສູງຂຶ້ນ.

ນັກເຄື່ອນໄຫວ LGBTQ+

ນອກນີ້ ຜົນການວິໄຈຊີ້ວ່າ ຄວາມຫຼາກຫຼາຍທາງເພດເລີ່ມເປັນທີ່ຍອມຮັບຫຼາຍຂຶ້ນໃນເຄນຍາ ແຕ່ຍັັງເປັນເລື່ອງທີ່ຕ້ອງຫ້າມ ແລະ ການທີ່ມີເພດສຳພັນກັບຄົນເພດດຽວກັນຍັງຖືວ່າເປັນຄວາມຜິດຕາມກົດໝາຍ ມີໂທດຈຳຄຸກບໍ່ເກີນ 14 ປີ. ຢ່າງໃດກໍຕາມ ປັດຈຸບັນກົດໝາຍດັ່ງກ່າວເກືອບບໍ່ມີການບັງຄັບໃຊ້ແລ້ວ ແຕ່ການກີດກັ້ນແມ່ນຍັງຄົງເກີດຂຶ້ນເປັນເລື່ອງປົກກະຕິ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/