ຍຸກໂຄວິດ-19 ນີ້ບອກເລີຍວ່າ ຜະລິດຕະພັນທີ່ຖືກຊື້ ແລະ ຖືກໃຊ້ໄປຫຼາຍທີ່ສຸດຄົງຈະໜີບໍ່ພົ້ນ “ຜ້າປິດປາກ” ທີ່ຜະລິດອອກເທົ່າໃດ ຄວາມຕ້ອງການໃນຕະຫຼາດກໍຍັງສູງຢູ່ດີ, ແຕ່ເນື່ອງວ່າມັນເປັນຜ້າປິດປາກອະນາໄມ ການໃຊ້ວຽກຈຶ່ງແມ່ນໃຊ້ໄດ້ເທື່ອດຽວ ເຮັດໃຫ້ເກີດບັນຫາຂີ້ເຫຍື້ອຜ້າປິດປາກຕາມມາ ກາຍເປັນມົນລະພິດຊະນິດໃໝ່ຂອງໂລກ ຕົກຄ້າງໃນສິ່ງແວດລ້ອມ ແລະ ມີບັນຫາດ້ານການຈັດການຂີ້ເຫຍື້ອ.

ແຕ່ວ່າຫຼ້າສຸດ ນັກວິໄຈ ແລະ ນັກວິສະວະກອນຈາກ RMIT ທີ່ໄດ້ພັດທະນາວັດສະດຸປູທາງທີ່ເຮັດຈາກຂີ້ເຫຍື້ອຜ້າປິດປາກອະນາໄມທີ່ໃຊ້ເທື່ອດຽວຖິ້ມ ເອົາມາປະສົມກັບຢາງທີ່ໃຊ້ໃນການກໍ່ສ້າງ ເພື່ອເຮັດຫົນທາງທີ່ໄດ້ມາດຕະຖານ ແລະ ປອດໄພ ຊ່ວຍແກ້ບັນຫາຂີ້ເຫຍື້ອຜ້າປິດປາກມະຫາສານທີ່ຖືກຜະລິດ ແລະ ຖິ້ມໃນໄລຍະການລະບາດຂອງໂຄວິດ-19.

ການວິໄຈດັ່ງກ່າວ ໄດ້ຖືກຕີພິມລົງໃນວາລະສານ Journal Science of the Total Environment ໄດ້ເປີດເຜີຍຂໍ້ມູນວ່າ ຈະສ້າງຫົນທາງ 2 ເລນ ຄວາມຍາວ 1 ກິໂລແມັດ ຕ້ອງໃຊ້ຜ້າປິດປາກປະມານ 3 ລ້ານອັນ ແລະ ຊ່ວຍກຳຈັດຂີ້ເຫຍື້ອຜ້າປິດປາກໄດ້ຫຼາຍເຖິງ 93 ໂຕນ.

Dr. Mohammad Saberian ຜູ້ນຳການວິໄຈບອກວ່າ ກຸ່ມນັກວິໄຈພົບວ່າ ການຫຼອມຄອນກີດຣີໄຊເຄີນ ແລະ ຜ້າປິດປາກອະນາໄມເຂົ້ານຳກັນ ຈະສາມາດສ້າງຫົນທາງທີ່ແຂງແຮງຂຶ້ນກວ່າເກົ່າ, ເຊິ່ງພວກເຂົາໄດ້ແຮງບັນດານໃຈຈາກການທີ່ເຫັນຂີ້ເຫຍື້ອໃນຍຸກການແຜ່ລະບາດໂຄວິດ-19 ທີ່ຕົກຄ້າງໃນສິ່ງແວດລ້ອມຫຼາຍເກີນໄປ ພວກເຂົາຈຶ່ງຢາກໝຸນວຽນຊັບພະຍາກອນເຫຼົ່ານີ້ໃຫ້ກັບມາໃຊ້ປະໂຫຍດໄດ້ອີກຄັ້ງ.
ຂອບໃຈຂໍ້ມູນຈາກ: