Netflix ສະໜັບສະໜູນໂຄງການປັ້ນ Animator ຮຸ່ນໃໝ່ໃນຍີ່ປຸ່ນ ມອບທຶນການສຶກສາພ້ອມຄ່າຄອງຊີບຕະຫຼອດ 6 ເດືອນ


ຈາກເວັບໄຊ About Netflix ໄດ້ເປີດເຜີຍວ່າ Netflix ໄດ້ຈັບມືກັບຜູ້ສ້າງອະນິເມະຈາກຍີ່ປຸ່ນ ແລະ ທົ່ວໂລກໃນການກໍ່ຕັ້ງໂຄງການປັ້ນ Animator ຮຸ່ນໃໝ່ເພື່ອເປັນສ່ວນໜຶ່ງໃນການຊຸກຍູ້ປະສິດທິພາບຂອງກາຕູນອະນິເມຊັນໃຫ້ຫຼາຍຂຶ້ນກວ່າທີ່ເຄີຍມີມາ.

Netflix ໄດ້ປະກາດສະໜັບສະໜູນການເປີດຕົວໂຄງການຝຶກອົມຮົມອະນິເມຊັນ 6 ເດືອນທີ່ຊື່ວ່າ “WIT Animator Academy” ເຊິ່ງຈະເປີດຕົວໃນເດືອນເມສານີ້, WIT Animator Academy ນັ້ນຈະດຳເນີນການໂດຍສະຕູດິໂອອະນິເມຊັນ WIT Studio ແລະ ໂຮງຮຽນອະນິເມຊັນ Sasayuri ແລະ ມີ Netflix ຮ່ວມສະໜັບສະໜູນຜ່ານການໃຫ້ຄຳປຶກສາກ່ຽວກັບຫຼັກສູດການຝຶກອົບຮົມ.

ນອກຈາກດ້ານການໃຫ້ຄຳແນະນຳແລ້ວ Netflix ຈະສະໜັບສະໜູນເງິນໃຫ້ແກ່ຜູ້ເຂົ້າຮ່ວມໂຄງການທີ່ມີຜົນງານດີເດັ່ນຈຳນວນ 10 ຄົນ ດ້ວຍການມອບທຶນການສຶກສາ ແລະ ຄ່າຄອງຊີບຕະຫຼອດໄລຍະເວລາ 6 ເດືອນ ທີ່ເຂົ້າຮ່ວມໂຄງການເພື່ອໃຫ້ຜູ້ເຂົ້າຮ່ວມໂຄງການໄດ້ມີຄວາມເອົາໃຈໃສ່ສະເພາະການສຶກສາ ແລະ ມຸ່ງໝັ້ນໄປທີ່ການເພີ່ມຂີດຄວາມສາມາດຂອງຕົນໄດ້ຢ່າງເຕັມທີ່.

ນອກຈາກນີ້ ຜູ້ທີ່ຈົບຈາກໂຄງການດັັ່ງກ່າວ ຍັງຈະໄດ້ຮັບໂອກາດໃນການເຮັດໂຄງການຕ່າງໆຮ່ວມກັບ WIT Studio ແລະ Netflix ນຳອີກດ້ວຍ.

Netflix ໄດ້ເລັງເຫັນຄວາມສຳຄັນຂອງອາຊີບ Animator ຫຼື ຜູ້ສ້າງກາຕູນອະນິເມຊັນ ໂດຍ Netflix ລະບຸວ່າ “ຄວາມຮຸ່ງເຮືອງໃນການເປັນນັກສ້າງອະນິເມຊັນນັ້ນເປັນເລື່ອງສຳຄັນ ແຕ່ການສົ່ງຕໍ່ປະສົບການ ແລະ ຄວາມຮູ້ອັນມີຄ່າໃຫ້ກັບຄົນຮຸ່ນໃໝ່ຜ່ານໂຄງການທີ່ມີໂຄງສ້າງທີ່ດີກໍຖືວ່າສຳຄັນບໍ່ຕ່າງກັນ”

ດັ່ງນັ້ນ Netflix ຈຶ່ງເຊີນ Hitomi Tateno ຜູ້ມີປະສົບການການເຮັດອະນິເມຊັນຫຼາຍກວ່າ 30 ປີ ແລະ ຍັງເປັນໜຶ່ງໃນຜູ້ສ້າງສັນຜົນງານທີ່ມີຊື່ສຽງເຊັ່ນ “My Neighbor Totoro” ແລະ “Spirited Away” ຈາກ Studio Ghibli ມາເປັນໜຶ່ງໃນຜູ້ຝຶກອົບຮົມ (Trainer) ຫຼັກຂອງໂຄງການພັດທະນານັກສ້າງອະນິເມຊັນຮຸ່ນໃໝ່ “WIT Animator Academy”. ນອກຈາກນີ້ແລ້ວ Netflix ຍັງເຊີນສຸດຍອດນັກສ້າງອະນິເມຊັນອີກຫຼາຍຄົນມາໃຫ້ຄວາມຮູ້ໃນໄລຍະເວລາ 6 ເດືອນຕະຫຼອດໂຄງການ.

ພາບ: about.netflix.com, otaquest.com, variety.com

ຂອບໃຈຂໍ້ມູນຈາກ:

https://www.otaquest.com/wit-studio-young-animators-mv/?fbclid=IwAR3zr6vQS9NjK6e8blquDe9jROjJqeg8_npFgi7XWwE6NnLFDDVDSnyE9y8