ຈຳນວນສັ່ງຊື້ “ເຮືອບິນສິນຄ້າດັດແປງ” ຂອງໂບອິງໃນຈີນທະລຸ 150 ລາຍການ


ໂບອິງໄຊນ່າ (Boeing China) ໄດ້ເປີດເຜີຍວ່າໂຄງການເຮືອບິນສິນຄ້າດັດແປງຈາກເຮືອບິນໂດຍສານ (BCF) ຮຸ່ນ 737-800 ໄດ້ຮັບການສັ່ງຊື້ຫຼາຍກວ່າ 150 ລາຍການແລ້ວ.

ໂບອິງໄຊນ່າ ຍັງໄດ້ລະບຸວ່າໂຄງການດັ່ງກ່າວໄດ້ຮັບການສັ່ງຊື້ເພີ່ມ 12 ລາຍການ ເຊິ່ງສະທ້ອນເຖິງຄວາມຕ້ອງການເຮືອບິນສິນຄ້າດັດແປງທີ່ເພີ່ມຂຶ້ນໃນຕະຫຼາດຈັດສົ່ງດ່ວນ ແລະ e-commerce.

ໂບອິງໄຊນ່າ ໄດ້ເປີດຕົວໂຄງການໃນເບື້ອງຕົ້ນໂດຍສະເພາະຈີນໃນປີ 2016 ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳ e-commerce ແລະ ຕະຫຼາດການບິນຂະໜາດໃຫຍ່ຂອງຈີນ. ປັດຈຸບັນ ໂບອິງໄຊນ່າ  ແລະ ພັນທະມິດໄດ້ຈັດຕັ້ງສາຍການຜະລິດສຳລັບໂຄງການນີ້ແລ້ວໃນ 3 ເມືອງໄດ້ແກ່: ຊ່ຽງໄຮ້, ຈື່ຫນານ ແລະ ກວ່າງໂຈ.

ເຮືອບິນສິນຄ້າ 737-800  ບີຊີເອຟ (737-800 BCF) ເໝາະສຳລັບການຂົນສົ່ງສິນຄ້າດ່ວນໃນເສັ້ນທາງພາຍໃນປະເທດ ຫຼື ໄລຍະທາງສັ້ນ ມີນ້ຳໜັກບັນທຸກສູງສຸດ 23.9 ໂຕນ ແລະ ພິກັດການບິນ 3,750 ກິໂລແມັດ.

ລາຍງານໄດ້ມີການຄາດການຕະຫຼາດການຄ້າຂອງໂບອິງໄຊນ່າ ໃນປີ 2020 ວ່າ ກອງບິນພົນລະເຮືອນທົ່ວໂລກມີທ່າອ່ຽງຕ້ອງການເຮືອບິນສິນຄ້າ 2,820 ລຳ ເຊິ່ງສ່ວນໜຶ່ງເປັນເຮືອບິນດັດແປງຈາກເຮືອບິນໂດຍສານ 1,220 ລຳ ເພື່ອຕອບສະໜອງຄວາມຕ້ອງການຂອງການຕະຫຼາດ.

ນອກຈາກນີ້ ຈີນຍັງຄອງຕຳແໜ່ງຕະຫຼາດການບິນພົນລະເຮືອນຂະໜາດໃຫຍ່ອັນດັບ 2 ຂອງໂລກ ໂດຍມີການເຕີບໂຕຢ່າງຕໍ່ເນື່ອງທັງປະລິມານການເດີນທາງຜູ້ໂດຍສານ ແລະ ສິນຄ້າ.

ຂອບໃຈຂໍ້ມູນຈາກ:

https://www.voathai.com/a/boeing-deal-purchase-737-max/5175032.html