ຜົນວິໄຈພົບວ່າການຫຼິ້ນກິລາ ຕີດອກປີກໄກ່ ຕະຫຼອດເຮັດໃຫ້ສະຫຼາດຂຶ້ນ


ຖ້າເວົ້າເຖິງວົງການກິລາແລ້ວ ບໍ່ວ່າຈະເປັນກິລາປະເພດໃດ ກໍມີດີຕໍ່ສຸຂະພາບທີ່ແຕກຕ່າງກັນອອກໄປ ແລະ ເປັນຢາວິເສດອັນໜຶ່ງທີ່ຊ່ວຍໃຫ້ຫຼາຍໆຄົນ ຜ່ອນຄາຍຫາຍດີຈາກຄວາມອິດເມື່ອຍ ທັງໄດ້ສຸຂະພາບເຂັ້ມແຂງອີກດ້ວຍ. ສ່ວນວ່າກິລາຕີດອກປີກໄກ່ ນັ້ນ ນັກວິໄຈປະເທດຍີ່ປຸ່ນທີ່ມະຫາວິທະຍາໄລ Tohoku Gakuin ໄດ້ຄົ້ນພົບວ່າ: ເປັນກິລາທີ່ກະຕຸ້ນສະໝອງ ແລະ ດີຕໍ່ສຸຂະພາບຂອງຜູ້ຫຼິ້ນໄດ້ດີກວ່າກິລາປະເພດອື່ນໆ ເພາະຕ້ອງໃຊ້ການຕັດສິນໃຈແບບວ່ອງໄວ ແລະ ການໃຊ້ຕາໃຫ້ທັນຄົນອື່ນ.

ການວິໄຈໃນຄັ້ງນີ້ແມ່ນໄດ້ເອົາຕົວຢ່າງ 20 ຄົນໃຫ້ອອກກໍາລັງກາຍໃນຮູບແບບຕ່າງໆ ຫຼັງຈາກນັ້ນຈຶ່ງໃຫ້ທົດລອງແບບທົດສອບສະໝອງ ປຽບທຽບກັນລະຫວ່າງກ່ອນ ແລະ ຫຼັງເຮັດກິດຈະກໍາ, ຜົນປາກົດວ່າສະໝອງຄົນເຮົາຈະໄດ້ຮັບການກະຕຸ້ນຫຼາຍທີ່ສຸດ ເມື່ອຫຼິ້ນກິລາຕີດອກປີກໄກ່.

ຜູ້ຊ່ຽວຊານໄດ້ອະທິບາຍວ່າ: ເປັນເພາະການຕີດອກ ບໍ່ແມ່ນກິລາທີ່ອາໄສຄວາມແຂງແຮງ ແລະ ຄວາມໄວເທົ່ານັ້ນ ແຕ່ຍັງອາໄສການຕັດສິນໃຈ ແລະ ການຄວບຄຸມສາຍຕາກັບມືຂອງເຮົາໃຫ້ເຮັດວຽກປະສານກັນ, ສະນັ້ນ ຈຶ່ງສົ່ງຜົນດີຕໍ່ສະໝອງຂອງເຮົາ ພ້ອມທັງສາມາດລົດຄວາມສ່ຽງສະໝອງເສື່ອມໄດ້.

ທີ່ສໍາຄັນກິລາປະເພດນີ້ ຍັງບໍ່ຈໍາແນກເພດ, ອາຍຸ ແລະ ພິເສດສຸດຄົນທີ່ມີຮ່າງກາຍບໍ່ຄົບຖ້ວນ ຫຼື ເອີ້ນວ່າຄົນພິການ ກໍສາມາດຫຼິ້ນໄດ້ເຊັ່ນດຽວກັບຄົນທົ່ວໆໄປ ພ້ອມທັງຍັງບໍ່ຈໍາກັດສະຖານທີ່ ສາມາດຫຼິ້ນໄດ້ໃນເດີ່ນເຮືອນຕົນໄດ້ອີກດ້ວຍ.

ກິລາຕີດອກປີກໄກ່ຍັງມີປະໂຫຍດໃນໄລຍະສັ້ນເຊັ່ນ: ເຮັດໃຫ້ມີພານາໄມສົມບູນແຂງແຮງທັງຮ່າງກາຍ ແລະ ຈິດໃຈ, ເຮັດໃຫ້ມີສາຍຕາ ແລະ ການເຄື່ອນໄຫວທີ່ວ່ອງໄວ, ເຮັດໃຫ້ຮູ້ຈັກແບ່ງໜ້າທີ່ ແລະ ຮັກສາໜ້າທີ່, ມີການຮ່ວມມືກັບຜູ້ອື່ນໄດ້ ພ້ອມທັງມີມະນຸດສໍາພັນທີ່ດີ, ເຮັດໃຫ້ມີນໍ້າໃຈເປັນນັກກິລາຮູ້ຈັກຊະນະຮູ້ຈັກເສຍ ແລະ ທີ່ສໍາຄັນເຮັດໃຫ້ຮູ້ຈັກໃຊ້ເວລາວ່າງໃຫ້ເປັນປະໂຫຍດ.

ນອກຈາກນີ້ ກໍມີປະໂຫຍດໃນໄລຍະຍາວອີກເຊັ່ນ: ຜູ້ມີສ່ວນຮ່ວມໃນກິລາຕີດອກປີກໄກ່ ຈະໄດ້ຮັບປະໂຫຍດທາງດ້ານຈິດວິທະຍາ ແລະ ສັງຄົມວິທະຍາ, ລົດລະຄວາມກົດດັນຈາກວຽກງານທີ່ເຮັດເປັນປະຈໍາ, ເປັນກິລາທີ່ຊ່ວຍເສີມສ້າງຄວາມແຂງແຮງຂອງຮ່າງກາຍ ໂດຍການຫຼິ້ນເປັນປະຈໍາ, ເປັນກິລາປະເພດບຸກຄົນ ບໍ່ຈໍາເປັນຕ້ອງໃຊ້ ຫຼື ປະກອບອຸປະກອນໃຫ້ເສຍເວລາ.

ຄວາມເປັນຈິງເທົ່າທີ່ທຸກຄົນຮູ້ຢູ່ແລ້ວວ່າ ບໍ່ວ່າຈະເປັນກິລາປະເພດໃດກໍສາມາດເຮັດໃຫ້ສະໝອງຂອງຄົນເຮົາສະຫຼາດຂຶ້ນ ແຕກຕ່າງຢູ່ທີ່ວ່າເຮົາມັກກິລາປະເພດໃດ ແລະ ເຮົາຈະເລືອກຫຼິ້ນປະເພດໃດ ຕ່າງກໍມີຂໍ້ດີຂອງມັນ, ແຕ່ວ່າກິລາຕີດອກປີກໄກ່ກໍເປັນກິລາທີ່ທາງຜູ້ຊ່ຽວຊານ ແລະ ນັກວິໄຈໄດ້ພິສູດອອກມາແລ້ວວ່າກະຕຸ້ນສະໝອງໄດ້ດີກວ່າກິລາປະເພດອື່ນໆ.

ຂອບໃຈຂໍ້ມູນຈາກ:

https://www.dek-d.com/teentrends/54257/?fbclid=IwAR1kcDrUIyVlzyb9z_vz3mB5YMasTU0EoLCiAcZQ__9dF8iLmubeHqsGD4g

https://sites.google.com/site/wwwbaetmintancom/prawati-bae-tmin-tan/ktika-khxng-baedmintan/maryath-kar-len-baedmintan/xupkrn/prayochn-kar-len-baedmintan?fbclid=IwAR0ObV-29pLpvaMSHhSQCe6j1J6vE1RCbIF7fGzonf_36NucZbVGVECjAbM