ສະວີເດັນຄຳນຶງເຖິງທຳມະຊາດ ສ້າງຂົວຂ້າມທາງໃຫ້ສັດ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ


ຫຼັງຈາກທີ່ເກີດເຫດການຂັບລົດຕຳສັດຕ່າງໆມາແລ້ວທົ່ວໂລກ ເນື່ອງຈາກມີສັດຂ້າມທາງ ຫຼືຢູ່ຕາມຫົນທາງ ເຮັດໃຫ້ປະເທດສະວີເດັນຄຳນຶງເຖິງບັນຫາດັ່ງກ່າວ ແລະ ໄດ້ສ້າງຂົວຂ້າມສຳລັບກວາງຂຶ້ນມາ ເພື່ອໃຫ້ທັງສັດ ແລະ ຄົນທີ່ຂັບຂີ່ຢູ່ຕາມຫົນທາງມີຄວາມປອດໄພຍິ່ງຂຶ້ນ.

ຂົວແຫ່ງນີ້ມີຊື່ວ່າ “Renoducts” ຈະຊ່ວຍແກ້ບັນຫາທີ່ກວາງອອກມາຫາອາຫານນອກປ່າຫຼາຍຂຶ້ນ ເນື່ອງຈາກທີ່ອຸນຫະພູມຂອງໂລກທີ່ສູງຂຶ້ນ ສົ່ງຜົນກະທົບຮຸນແຮງຕໍ່ຄວາມເປັນຢູ່ຂອງກວາງເຣນເດຍ 250,000 ໂຕໃນປະເທດສະວີເດັນ ເຮັດໃຫ້ແຫຼ່ງອາຫານຂອງພວກມັນຄ່ອຍໆໝົດໄປ ແລະ ຈຳເປັນຕ້ອງອອກເດີນທາງໄປຫາອາຫານໄກຂຶ້ນ.

ຂົວ Renoducts ຖືກສ້າງທັງໝົດ 12 ແຫ່ງ ແຈກຢາຍກັນໄປຕາມສາຍຫົນທາງ ສາມາດຊ່ວຍໃຫ້ເຈົ້າໜ້າທີ່ບໍ່ຕ້ອງປິດເສັ້ນທາງດ່ວນສາຍຫຼັກທີ່ເຊື່ອມພາກເໜືອກັບໃຕ້ ໃນຕອນທີ່ບັນດາຝູງສັດຈຳນວນຫຼາຍກຳລັງເຄື່ອນຍ້າຍໄປຫາອາຫານ.

ເຖິງຂົວແຫ່ງນີ້ ເປົ້າໝາຍສ້າງມາເພື່ອກວາງເຣນເດຍ ແຕ່ກໍມີສັດອື່ນໆອີກທີ່ອອກມາຈາກປ່າ ແລ້ວມາໃຊ້ບໍລິການຂ້າມ, ຖືວ່າເປັນການສ້າງສິ່ງທີ່ຄຳນຶງເຖິງທຳມະຊາດ ແລະ ຄວາມປອດໄພຂອງສັດ-ມະນຸດຫຼາຍ ແຖມຍັງສາມາດເປັນຕົ້ນແບບຂົວຂ້າມໃຫ້ສັດຕາມທາງດ່ວນຕ່າງໆໃນໂລກອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.ecowatch.com/reindeer-bridges-sweden-wildlife-2650057702.html

https://www.theguardian.com/world/2021/jan/20/sweden-to-build-bridges-for-reindeer-to-safely-cross-roads-and-railways?fbclid=IwAR23sXIRVchEyDNNdKzZPXfqEa6s0bG_xb3b54jHylta0-S-LzGbeWc5ojM