ຊາວມະຫານະຄອນນິວຢອກພົບ “ນົກເຄົ້າແມວຫິມະ” ຫຼັງຈາກທີ່ສູນພັນໄປ 130 ປີ


ເມື່ອເວົ້າເຖິງນົກເຄົ້າ ສິ່ງໜຶ່ງທີ່ຫຼາຍຄົນນຶກເຖິງຈະແມ່ນໜ່ວຍຕາທີ່ໃຫຍ່ ແລະ ສະທ້ອນແສງໃນຍາມກາງຄືນ, ເຊິ່ງວັນທີ 28 ມັງກອນທີ່ຜ່ານມາ ເວັບໄຊ The New York Times ລາຍງານວ່າພົບນົກເຄົ້າແມວຫິມະຄັ້ງທຳອິດໃນຮອບ 130 ປີ ທີ່ສວນສາທາລະນະເຊັນໂທພາກຂອງມະຫານະຄອນນິວຢອກ ຫຼັງຈາກຫາຍສາບສູນເປັນເວລາ 100 ກວ່າປີ.

ຮູບຂອງນົກເຄົ້າແມວຕົວນີ້ປາກົດຂຶ້ນຫຼັງຈາກຜູ້ໃຊ້ບັນຊີທະວີດເຕີ Mahattan Bird Alert ໃນວັນທີ 27 ມັງກອນວ່າ “ເປັນເລື່ອງແປກສຸດໆ ທີ່ພົບນົກເຄົ້າແມວຫິມະສີຂາວຢູ່ກາງສະໜາມເບສບອນ” ຫຼັງຈາກຂໍ້ຄວາມນີ້ຂອງລາວເຮັດໃຫ້ມີຜູ້ຄົນຈຳນວນຫຼວງຫຼາຍຕ່າງພາກັນມາເບິ່ງ ພ້ອມຖືກ້ອງສ່ອງທາງໄກ ແລະ ກ້ອງຖ່າຍຮູບມາເບິ່ງຄວາມໜ້າຮັກ ແລະ ຄວາມງົດງາມຂອງນົກເຄົ້າແມວນີ້.

Audubon Society ອົງການອະນຸລັກນົກແຫ່ງຊາດຂອງສະຫະລັດອາເມຣິກາ ກ່າວວ່າ “ນີ້ເປັນປາກົດການທີ່ເກີດຂຶ້ນໄດ້ຍາກ ເນື່ອງຈາກປົກກະຕິແລ້ວນົກເຄົ້າແມວຫິມະມັກຈະອາໄສຢູ່ທີ່ຮາບສູງທຸນດຣາ ແລະ ໃນຊ່ວງລະດູໜາວມັກເດີນທາງລົງໃຕ້ເພື່ອຫາອາຫານ ແລະ ເຖິງແມ່ນວ່ານົກພັນນີ້ຈະຖືກພົບຫຼາຍໃນອາເມຣິກາເໜືອ ແຕ່ໂດຍທົ່ວໄປແລ້ວນົກເຄົ້າແມວຈະຫຼີກເວັ້ນການພົບປະຜູ້ຄົນ”

“ແຕ່ດ້ວຍຄວາມປ່ຽນແປງຂອງສະພາບພູມອາກາດ ລວມເຖິງອຸນກະພູມທີ່ອຸ່ນຂຶ້ນ ແລະ ດ້ວຍສະໜາມແຫ່ງນີ້ມີລັກສະນະພື້ນຜິວຄ້າຍກັບພື້ນທີ່ທີ່ມັນຫາອາຫານ ເຊິ່ງນີ້ອາດຈະເປັນສາເຫດວ່າເປັນຫຍັງເຮົາຈຶ່ງພົບນົກເຄົ້າແມວຫິມະຕົວນີ້ໃນເຊັນໂທພາກແຫ່ງນີ້ອີກຄັ້ງ” Audubon Society ກ່າວຕື່ມ.

ແນວໃດກໍຕາມ ການແຫ່ກັນມາເບິ່ງນົກເຄົ້າແມວຫິມະເປັນຈຳນວນຫຼາຍເຮັດໃຫ້ທາງ Central Park NYC Audubon Society ໃຊ້ໂອກາດນີ້ໃນການໃຫ້ຄວາມຮູ້ກັບສັດປ່າແກ່ຊາວເມືອງ ເນື່ອງຈາກພວກມັນອາດຈະຖືກລົບກວນຈາກຜູ້ຄົນທີ່ແຫ່ມາເບິ່ງ ແລະ ໝາທີ່ຖືກພາມາແລ່ນອອກກຳລັງກາຍ.

ດັ່ງນັ້ນ, ຜູ້ທີ່ມາເບິ່ງຈະຕ້ອງມີຄວາມລະມັດລະວັງໃນການຮັກສາໄລຍະຫ່າງ ແລະ ມີພຶດຕິກຳທີ່ດີໃນການເບິ່ງນົກ ແລະ ທາງສວນສາທາລະນະເອງກໍໄດ້ເພີ່ມນົກເຄົ້າແມວຫິມະຕົວນີ້ ເຂົ້າໄປໃນລາຍຊື່ການພົບເຫັນສັດປ່າຫາຍາກໃນເມືອງ ໃນຊ່ວງການລະບາດຂອງໂຄວິດ-19 ເປັນທີ່ຮຽບຮ້ອຍ.

ຈາກເຫດການນີ້ ໃນອະນາຄົດເຮົາອາດຈະໄດ້ເຫັນສັດປ່າຫາຍາກໃນສວນສາທາລະນະແຫ່ງນີ້ອີກກໍໄດ້ ແລະ ສວນທາລະນະໃນບ້ານເຮົາເອງ ຖ້າຫາກພວກເຮົາຊ່ວຍກັນເພີ່ມພື້ນທີ່ສີຂຽວ, ພື້ນທີ່ສາທາລະນະໃຫ້ຫຼາຍຍິ່ງຂຶ້ນ ຫຼື ຢ່າງໜ້ອຍກໍຊ່ວຍກັນໃສ່ໃຈຮັກສາສິ່ງແວດລ້ອມຮອບຕົວເຮົາຢ່າງຈິງຈັງຍິ່ງຂຶ້ນ.

ພາບ: nytimes.com, snopes.com

ຂອບໃຈຂໍ້ມູນຈາກ:

– https://www.nytimes.com/2021/01/28/nyregion/snowy-owl-central-park.html

– https://www.ecowatch.com/snowy-owl-new-york-central-park-2650178753.html?rebelltitem=1#rebelltitem1