ເຈົ້າໜ້າທີ່ທາງການຂອງປະເທດມາເລເຊຍ ບຸກເຂົ້າຮ້ານSwatch ຢຶດເອົາໂມງຈາກຄໍເລັກຊັ່ນ Pride Month ຈາກຄວາມຜິດຖານມີອົງປະກອບຄວາມເປັນ LGBT ແລະ ເປັນທີ່ຮູ້ກັນດີວ່າກຸ່ມຄົນຫຼາກຫຼາຍທາງເພດຖືກເລືອກປະຕິບັດໃນມາເລເຊຍ.
ວັນທີ 23 ພຶດສະພາ 2023 ບໍລິສັດ Swatch ໄດ້ອອກມາເປີດເຜີຍວ່າ ເມື່ອວັນທີ 13-14 ພຶດສະພາທີ່ຜ່ານ ເຈົ້າໜ້າທີ່ໄດ້ບຸກເຂົ້າໄປໃນຮ້ານຂອງ Swatch ທີ່ຕັ້ງຢູ່ສູນການຄ້າ 11 ແຫ່ງຂອງມາເລເຊຍ ກ່ອນທີ່ຈະເຂົ້າຢຶດເອົາເຄື່ອງບໍລິສັດໄປເປັນຈຳນວນ 164 ໜ່ວຍ ລວມມູນຄ່າປະມານ 14.000 ໂດລາ.
![](https://laox.la/wp-content/uploads/2023/05/Untitled-design-7-1024x576.jpg)
ສຳລັບໂມງທີ່ເປັນບັນຫາຢູ່ທາງ Swatch ໄດ້ຜະລິດຂຶ້ນມາເປັນພິເສດເພື່ອຕອນຮັບກິດຈະກຳ Swatch ທີ່ກຳຫຼັງມາເຖິງໃນເດືອນມິຖຸນາ ໂດຍທາງ Swatch ອອກແບບໂມງໃຫ້ມີສີສັນສົດໃສ ໄດ້ແຮງບັນດານໃຈມາຈາກທຸງສີຮຸ້ງ ທີ່ເປັນສັນຍະລັກຄວາມຫຼາກຫຼາຍທາງເພດ ໂດຍທາງ Swatch ກ່າວວ່າໂມງຮຸ່ນນີ້ຄື ຕົວແທນຂອງການສະເຫຼີມສະຫຼອງຄວາມເປັນອັນໜຶ່ງອັນດຽວ ແລະ ຄວາມຫຼາກຫຼາຍທີ່ເຮັດໃຫ້ສັງຄົມເຂັ້ມແຂງຫຼາຍຂຶ້ນ.
Nick Hayek ຊີອີໂອ Swatch Group ໄດ້ກ່າວວ່າ “ພວກເຮົາໂຕ້ແຍ້ງຢ່າງຮຸນແຮງວ່າ ໂມງຄໍເລັກຊັນຂອງເຮົາທີ່ໃຊ້ສີຮຸ້ງ ແລະ ສື່ເຖິງສັນຕິພາບຄວາມຮັກ ບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍໃດໆ” ພ້ອມຍັງກ່າວອີກວ່າ “ພວກເຮົາສົງໄສວ່າໜ່ວຍງານບັງຄັບໃຊ້ກົດໝາຍຂອງກະຊວງພາຍໃນຂອງມາເລເຊຍ ຈະຢຶດຮຸ້ງກິນນ້ຳຕາມທຳມະຊາດທີ່ສວຍງາມທີ່ປາກົດຂຶ້ນນັບພັນຄັ້ງຕໍ່ປີ ທີ່ເກີດຂຶ້ນຢູ່ເທິງທ້ອງຟ້າຂອງມາເລເຊຍຫຼືບໍ່?”
![](https://laox.la/wp-content/uploads/2023/05/Untitled-design-5-1024x576.jpg)
ດ້ານເຈົ້າໜ້າທີ່ຈາກກະຊວງພາຍໃນຂອງເມເລເຊຍ ລະບຸວ່າ ໂມງ Swatch ຈຳນວນ 22 ໜ່ວຍທີ່ມີອົງປະກອບທີສື່ເຖີງ LGBTQ+ ຖືກຢຶດມາຈາກຮ້ານຄ້າຂອງ Swatch ຕາມໝາຍເອີ້ນທີ່ອອກພາຍໃຕ້ພະຣາຊະບັນຍັດການພິມ ແລະ ສື່ສິ່ງພິມປີ 1984 ສຳລັບມາເລເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນເປັນຊາວມຸດສະລິມ ປະມານ 60% ການມີຄວາມສຳຄັນກັບເພດດຽວກັນຖືວ່າຜິດກົດໝາຍ ແລະ ຫ້າມໃຫ້ຊາວມາເລເຊຍ-ມຸດສະລິມ ສະແດງອອກທາງເພດທີ່ຂັດຕໍ່ຫຼັກຄຳສອນຂອງສາສະໜາອິດສະລາມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/