ທະຫານມຽນມາບຸກຈັບທ່ານໝໍ ມີຫຼາຍຄົນຖືກຈັບຂະນະທີ່ກຳລັງຮັກສາຜູ້ປ່ວຍ


ສຳນັກຂ່າວ Irrawaddy ລາຍງານວ່າ ທະຫານມຽນມາ ໄດ້ຈັບກຸມ ກຸ່ມແພດ ຫຼື ໝໍ ທີ່ໃຫ້ການຮັກສາຜູ້ຊຸມນຸມປະທ້ວງທີ່ໄດ້ຮັບບາດເຈັບ.

ນອກຈາກນັ້ນ, ໝໍ, ພະຍາບານ ແລະ ບຸກຄະລາກອນທາງການແພດ ແມ່ນກຸ່ມທຳອິດ ທີ່ໃຊ້ມາດຕະການຢຸດງານ ຫຼື ການບໍ່ໄປເຮັດວຽກ ເພື່ອປະທ້ວງຕໍ່ຕ້ານລັດຖະບານ ເຊິ່ງເປັນແຮງບັນດານໃຈໃຫ້ແກ່ຜູ້ປະກອບອາຊີບອື່ນໆ ທັ້ງພະນັກງານລັດຖະກອນ ແລະ ພະນັກງານເອກະຊົນກໍຢຸດງານປະທ້ວງຕາມແນວທາງການຕໍ່ສູ້ຂອງບຸກຄະລາກອນການແພດ.

ແພດ ແລະ ໝໍໃນມຽນມາ ທີ່ຢຸດງານຈຳນວນຫຼາຍ ແມ່ນເປີດຄລີນິກການກຸສົນເພື່ອຊ່ວຍເຫຼືອ ແລະ ຮັກສາຜູ້ຊຸມນຸມທີ່ໄດ້ຮັບບາດເຈັບໂດຍບໍ່ຄິດຄ່າໃຊ້ຈ່າຍ ແລະ ຍັງໄດ້ຈັດຕັ້ງໜ່ວຍເເພດເຄື່ອນທີ່ ແລະ ຄລີນິກລັບ ເພື່ອທີ່ຈະສາມາດຕິດຕາມ ແລະ ຮັກສາຜູ້ມາຊຸມນຸມປະທ້ວງໄດ້.

ເມື່ອຕອນເຊົ້າຂອງວັນເສົາ ທີ 3 ເມສາ ສາສະດາຈານ “ຈໍ ມິນ ໂຊ” ອາຈານໃນມະຫາວິທະຍາໄລແພດໃນມົນທົນ ຢ່າງກຸ້ງ (Yangon) ແມ່ນຖືກທະຫານ ບຸກຈັບກຸມທີ່ບ້ານພັກໃນເມືອງ ມະຢ່າງກົ້ງ (Mayangon) ມົນທົນ ຢ່າງກຸ້ງ, ໂດຍພະຍານຜູ້ເຫັນເຫດການເລົ່າວ່າ: “ທະຫານມັດມືອາຈານໝໍຜູ້ຊ່ຽວຊານກະດູກ ພ້ອມທັງໃຊ້ຖົງດຳປົກຄຸມທີ່ຫົວ ແລະ ດຶງໂຕອອກມາທາງນອກ ຕໍ່ມາທະຫານກໍໄດ້ທຳລາຍກ້ອງວົງຈອນປິດ ແລະ ຫັນກະບອກປືນໃສ່ຊາວບ້ານທີ່ເຫັນເຫດການ ພ້ອມກັບນາບຂູ່ວ່າ ໃຜກ້າຖ່າຍຮູບ ກໍເຊີນ” . Irrawaddy ໄດ້ລາຍງານວ່າ ທ່ານໝໍ “ຈໍ ມິນ ໂຊ” ໄດ້ໃຫ້ການຊ່ວຍເຫຼືອ ແລະ ດູແລຮັກສາຜູ້ຊຸມນຸມທີ່ໄດ້ຮັບບາດເຈັບມາໂດຍຕະຫຼອດ ຈຶ່ງອາດຈະເປັນສາເຫດເຮັດໃຫ້ລາວຖືກຈັບກຸມໃນຄັ້ງນີ້.

ເມື່ອວັນຈັນ ທີ 5 ເມສາ ທີ່ຜ່ານມາ ທະຫານໄດ້ລະດົມກຳລັງເຂົ້າຈັບແພດອາສາ 4 ຄົນ ແລະ ອາສາສະໝັກທີ່ຊ່ວຍໜ່ວຍການແພດເຄື່ອນທີ່ອີກ 5 ຄົນ ທີ່ເມືອງພະໂຄ ທາງຕາເວັນອອກຂອງມຽນມາ.

ຍ້ອນສາເຫດນີ້, ແພດໝໍຫຼາຍຮ້ອຍຄົນທີ່ມີສ່ວນຮ່ວມໃນການປະທ້ວງ ຈຶ່ງຕ້ອງໄດ້ຫຼົບໜີ ການຈັບກຸມຂອງທະຫານມຽນມາ. ປັດຈຸບັນ, ໂຮງໝໍຫຼາຍແຫ່ງໃນເມືອງໃຫຍ່ແມ່ນຖືກທະຫານບຸກຍຶດ ແລະ ໄລ່ຄົນເຈັບອອກຈາກໂຮງໝໍ ພ້ອມກັບ ປ່ຽນໂຮງໝໍໃຫ້ເປັນຄ້າຍພັກທະຫານ.

ພາບ: MGR Online, Báo Dân trí, thaipbs
ທີ່ມາ: https://program.thaipbs.or.th/MyanmarPolitics/stories/77565

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/