ເມື່ອວັນທີ 23 ມີນາ ທີ່ຜ່ານມານີ້ ສຳນັກຂ່າວ ມຽນມານາວ (Myanmar Now) ສື່ທ້ອງຖິ່ນໃນມຽນມາໄດ້ລາຍງານເຫດການສະເທືອນໃຈວ່າ ໃນເມືອງມັນດາເລ (Mandalay) ໄດ້ມີເດັກຍິງມຽນມາ ອາຍຸ 7 ປີຖືກຍິງເສຍຊີວິດຄາຕັກພໍ່.
ການລາຍງານດັ່ງກ່າວໃຫ້ຮູ້ວ່າ ເດັກຍິງຜູ້ຖືກເຄາະຮ້າຍແມ່ນມີຊື່ວ່າ ຊິ່ນມຽວຈິດ (Khin Myo Chit) ມີຮອຍຖືກຍິງບໍລິເວນທ້ອງ ໂດຍເອື້ອຍຂອງຜູ້ຖືກເຄາະຮ້າຍໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ທະຫານແມ່ນຕ້ອງການຍິງຜູ້ເປັນພໍ່ຂອງຕົນ ແຕ່ກະສຸນປືນໄປຖືກນ້ອງທີ່ນັ່ງຢູ່ຕັກພໍ່ແທນ.

ອາຍຊານຊານ (Aye Chan san) ເອື້ອຍຂອງຜູ້ເສຍຊີວິດຍັງເລົ່າຕື່ມວ່າ “ເຫດການເກີດຂຶ້ນໃນເວລາ 4 ໂມງແລງ, ທະຫານ ແລະ ຕຳຫຼວດໄດ້ຖີບປະຕູ ແລະ ບຸກເຂົ້າໄປໃນເຮືອນ ພ້ອມກັບສັ່ງໃຫ້ທຸກຄົນນັ່ງລົງ ແລ້ວຖາມວ່າ ຄົນຢູ່ໃນເຮືອນຄົບແລ້ວຫຼືຍັງ ຜູ້ເປັນພໍ່ຕອບວ່າຄົບແລ້ວ (ຕອນນັ້ນນ້ອງສາວນັ່ງຢູ່ຕັກພໍ່ຢູ່) ທະຫານຄົນໜຶ່ງເວົ້າວ່າ “ພໍ່ຂີ້ຕົວະ” ແລະ ກໍແນມໄປທົ່ວເຮືອນ. ເມື່ອພໍ່ເວົ້າຂຶ້ນມາວ່າ ໃນເຮືອນມີຄົນຢູ່ທັງໝົດ 6 ຄົນ ແລະ ທຸກຄົນກໍຢູ່ໃນຫ້ອງນີ້ໝົດແລ້ວ ແຕ່ທະຫານກໍຍັງບໍ່ເຊື່ອ ແລ້ວກໍຍິງໃສ່ພໍ່ທັນທີ ແຕ່ກະສຸນປືນໄປຖືກນ້ອງສາວ ພ້ອມກັບທະຫານຄົນອື່ນໆກໍກຳລັງທຳຮ້າຍອ້າຍ ອາຍຸ 19 ປີທີ່ຢູ່ໃນເຮືອນຈົນເລືອດອອກ ແລະ ກໍລາກອ້າຍອອກໄປ”.
ສະຖານະການໃນເມືອງມັນດາເລ ເກີດມີຄວາມຮຸນແຮງຕິດຕໍ່ກັນຢ່າງຕໍ່ເນື່ອງ ຕັ້ງແຕ່ປະຊາຊົນມຽນມາພາກັນປະທ້ວງຫຼັງຈາກມີການລັດຖະປະຫານຂອງກອງທັບ ວັນທີ 1 ກຸມພາ ທີ່ຜ່ານມາ ໂດຍທີ່ແຕ່ລະມື້ແມ່ນມີຜູ້ເສຍຊີວິດເກືອບທຸກມື້.
ອົງການ Save the Children ໄດ້ໃຫ້ຂໍ້ມູນວ່າ ເດັກນ້ອຍທີ່ຖືກສັງຫານໃນລະຫວ່າງການປາບປາມຢ່າງໜັກໜ່ວງຂອງເຈົ້າໜ້າທີ່ແມ່ນມີຢ່າງໜ້ອຍ 20 ຄົນ ແລະ ບາດເຈັບອີກຫຼາຍຄົນ ພ້ອມກັບຍັງມີເດັກ 17 ຄົນທີ່ຖືກຂັງຄຸກ ສ່ວນໂຕເລກນັກສຶກສາທີ່ຖືກຂັງຄຸກ ແມ່ນມີຢ່າງໜ້ອຍ 488 ຄົນ, ໃນນັ້ນມີເດັກມັດທະຍົມປາຍ 20 ຄົນ.
ພາບ: Myanmar Now, aljazeera
ທີ່ມາ:
https://www.brighttv.co.th/news/global/myanmar-military-shot-girl