AI ຍູ້ເສດຖະກິດອາຊີ ຂະຫຍາຍໂຕ 4,5% ແຕ່ທະນາຄານໂລກເຕືອນລະວັງຄວາມສ່ຽງ
ທະນາຄານໂລກປັບເພີ່ມຄາດການການເຕີບໂຕຂອງເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂຶ້ນເປັນ 4,5% ເພີ່ມຂຶ້ນ 0.3% ເມື່ອທຽບໃສ່ການຄາດຄະເນທີ່ປະກາດໃນເດືອນເມສາ ຜ່ານມາ. ຍ້ອນແຮງຍູ້ຈາກການສົ່ງອອກທີ່ກ່ຽວຂ້ອງກັບປັນຍາປະດິດ (AI) ແຕ່ກໍໄດ້ອອກໂຮງເຕືອນຢ່າງຈິງຈັງວ່າ ການເພິ່ງພາອຸດສາຫະກໍາດັ່ງກ່າວຫຼາຍເກີນໄປ ອາດສ້າງຄວາມສ່ຽງຮ້າຍແຮງ ຫາກກະແສການລົງທຶນດ້ານເຕັກໂນໂລຊີທົ່ວໂລກເກີດການປີ້ນກັບຢ່າງກະທັນຫັນ.
ບົດລາຍງານຫຼ້າສຸດລະບຸວ່າ ພາກພື້ນດັ່ງກ່າວເຊິ່ງກວມເອົາ 23 ລະບົບເສດຖະກິດ ເຊັ່ນ: ຈີນ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ ກໍາລັງໄດ້ຮັບອານິສົງຢ່າງຫຼວງຫຼາຍຈາກຍຸກທອງຂອງ AI. ການຂະຫຍາຍຕົວໃນປີນີ້ຄາດວ່າຈະສູງກວ່າການປະເມີນຄັ້ງກ່ອນ ໂດຍສະເພາະຫວຽດນາມທີ່ໄດ້ຮັບການປັບເພີ່ມຕົວເລກການເຕີບໂຕສູງເຖິງ 7,4% ເຊິ່ງເປັນຕົວເລກທີ່ສູງທີ່ສຸດໃນກຸ່ມ.
ເຖິງຢ່າງໃດກໍຕາມ ຕາມການລາຍງານຂອງ cnbc, ຄວາມແຂງແກ່ນນີ້ພັດແຝງໄປດ້ວຍຄວາມບອບບາງ ເນື່ອງຈາກການເຕີບໂຕຂອງການຄ້າໃນຂະແໜງການອື່ນໆທີ່ບໍ່ກ່ຽວຂ້ອງກັບ AI ກັບຢູ່ໃນພາວະຊ້າຕົວ ຫຼື ຕິດລົບ. ສິນຄ້າເຕັກໂນໂລຊີເຫຼົ່ານີ້ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງການເຕີບໂຕດ້ານການສົ່ງອອກທັງໝົດ ແລະ ສູງເຖິງ 70% ໃນປະເທດມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໂດຍມີມູນຄ່າການສົ່ງອອກລວມກັນສູງເຖິງ 1,4 ພັນຕື້ໂດລາສະຫະລັດໃນຮອບປີທີ່ຜ່ານມາ. ການກະຈຸກຕົວນີ້ຍັງເຫັນໄດ້ຊັດເຈນໃນເກົາຫຼີໃຕ້ ທີ່ພຽງແຕ່ບໍລິສັດຊິບສອງແຫ່ງກໍກວມເອົາມູນຄ່າເກືອບເຄິ່ງໜຶ່ງຂອງຕະຫຼາດຫຼັກຊັບແລ້ວ.
ສິ່ງທີ່ໜ້າເປັນຫ່ວງຄືຄວາມສ່ຽງດ້ານການໃຊ້ຈ່າຍທີ່ອາດມາເຖິງຈຸດອີ່ມຕົວ. ການລົງທຶນໃນ AI ຂອງສະຫະລັດອາເມຣິກາພຸ່ງສູງຂຶ້ນທຽບເທົ່າກັບຍຸກຟອງສະບູດອດຄອມ (Dot-com) ແຕກໃນປີ 2000 ເຊິ່ງສະຖາບັນການເງິນລະຫວ່າງປະເທດກໍໄດ້ອອກມາເຕືອນເຖິງຄວາມຄ້າຍຄືກັນນີ້.
ປັດຈຸບັນ ເລີ່ມມີສັນຍານການຊະລໍຕົວລົງແລ້ວ ທັງໃນແງ່ຂອງລາຄາສິນຄ້າເອເລັກໂຕຣນິກບາງລາຍການທີ່ຫຼຸດລົງ ແລະ ຍອດຄໍາສັ່ງຊື້ໃໝ່ທີ່ຫົດຕົວ ເຊິ່ງນັກວິເຄາະຈາກ HSBC ຊີ້ໃຫ້ເຫັນວ່າ ການສົ່ງອອກຊິບຈາກອາຊີເລີ່ມມີທ່າອ່ຽງຫຼຸດລົງ. ຫາກວົງຈອນຮາດແວ AI ເຢັນຕົວລົງ ມັນຈະເຜີຍໃຫ້ເຫັນເຖິງຄວາມບໍ່ສົມດຸນທາງເສດຖະກິດທີ່ກໍ່ຕົວຂຶ້ນໃນອາຊີຢ່າງຊັດເຈນ ແລະ ເຮັດໃຫ້ທັງພາກພື້ນຕ້ອງປະເຊີນກັບຄວາມສ່ຽງຈາກການຫົດຕົວຢ່າງຮຸນແຮງ.
ນອກຈາກນີ້ ຄວາມສ່ຽງຍັງເຊື່ອງຊ້ອນຢູ່ໃນຮູບແບບການໃຫ້ທຶນທີ່ຂາດຄວາມໂປ່ງໃສ ໂດຍເງິນທຶນມະຫາສານທີ່ຂັບເຄື່ອນ AI ແມ່ນມາຈາກສິນເຊື່ອພາກເອກະຊົນທີ່ຍັງບໍ່ເຄີຍຜ່ານການທົດສອບໃນຊ່ວງວິກິດເສດຖະກິດຮ້າຍແຮງມາກ່ອນ. ປະກອບກັບສະຖານະການທີ່ທະນາຄານກາງໃຫຍ່ໆເລີ່ມຄຸ້ມເຂັ້ມນະໂຍບາຍການເງິນ ແລະ ຂຶ້ນດອກເບ້ຍ ສະພາບຄ່ອງທີ່ເຄີຍມີລົ້ນຕະຫຼາດອາດຫຼຸດລົງ.
ທະນາຄານໂລກເນັ້ນຢໍ້າວ່າ ພຽງແຕ່ເສດຖະກິດສະຫະລັດຊະລໍຕົວລົງເລັກນ້ອຍ ກໍສາມາດສົ່ງຜົນກະທົບຢ່າງໜັກຕໍ່ການລົງທຶນໃນຕະຫຼາດເກີດໃໝ່ ໂດຍສະເພາະປະເທດທີ່ເປັນຖານການຜະລິດສໍາຄັນໃນລະບົບຕ່ອງໂສ້ອຸປະທານຂອງ AI. ເມື່ອບວກກັບໜີ້ສິນສະກຸນເງິນຕ່າງປະເທດທີ່ສູງໃນພາກທະນາຄານຂອງບາງປະເທດ ຫາກຂະແໜງເຕັກໂນໂລຊີລະດັບສູງຕ້ອງປະເຊີນກັບມໍລະສຸມ ຜົນກະທົບທາງລົບຕໍ່ເສດຖະກິດທ້ອງຖິ່ນອາດຈະຮຸນແຮງກວ່າທີ່ຫຼາຍຝ່າຍຄາດຄິດໄວ້.
#WorldBank #AIBoom #EconomicOutlook #EastAsiaEconomy #TechInvestment #AIRisks


