ນາຍົກລັດຖະມົນຕີຈະຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນໃນຫ້ອງການລັດລົງ ເຊັ່ນ: ຄ່ານໍ້າ, ຄ່າໄຟ, ຄ່າບໍລິການຕ່າງໆ ເພື່ອເປັນການປະຢັດງົບປະມານລັດ


ໃນຮ່າງແຜນງົບປະມານແຫ່ງລັດ 5 ປີ (2021-2025) ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກຳນົດໃນຫຼາຍດ້ານ, ເຊິ່ງໃນນີ້ເຮົາຈະນຳສະເໜີໃນທາງດ້ານງົບປະມານຂອງລັດໂດຍກົງເທົ່ານັ້ນ ເພາະຍັງມີບາງກຸ່ມຄົນທີ່ຍັງມີການເຂົ້າໃຈຜິດໃນດ້ານງົບປະມານ ທີ່ຄິດວ່າທາງລັດຖະບານຈະປັບປຸງຄ່າໃຊ້ຈ່າຍ ຫຼື ຫຼຸດຜ່ອນຄ່ານ້ຳ, ຄ່າໄຟ ໃຫ້ປະຊາຊົນ. ຄວາມຈິງແລ້ວໃນກອງປະຊຸມໃນວັນທີ 22 ມີນາ 2021 ທີ່ຜ່ານມາ ທາງນາຍົກລັດຖະມົນຕີໄດ້ລາຍງານສະເພາະແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 05 ປີ, ເຊິ່ງເພິ່ນໄດ້ລາຍງານຄືດັ່ງຕໍ່ໄປນີ້:

ປັບໂຄງສ້າງລາຍຈ່າຍງົບປະມານແຫ່ງລັດ ໂດຍຈະກຳນົດດ້ານລາຍຈ່າຍແຕ່ລະປະເພດຄື:

  1. ລາຍຈ່າຍຂອງລັດດ້ານບໍລິຫານປົກກະຕິຈະບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນ, ລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ໃຫ້ມີທ່າອ່ຽງລົດລົງຈາກ 52% ໃນປີ 2021 ໃຫ້ມາຢູ່ໃນລະດັບ 40% ໃນປີ 2025 “ສະເລ່ຍແລ້ວ 5 ປີບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ”.
  2. ລາຍຈ່າຍບໍລິຫານ ທີ່ຊື້ໃໝ່ ແລະ ດັດສົມສົ່ງເສີມແມ່ນບໍ່ໃຫ້ກາຍ 14% ຂອງລາຍຮັບພາຍໃນ.
  3. ປະຕິບັດນະໂຍບາຍປະຢັດ ໂດຍຈະຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນຂອງລັດ ຫຼື ຫ້ອງການລັດ ໃຫ້ລົດລົງເປັນຕົ້ນແມ່ນ: ຄ່ານ້ຳ, ຄ່າໄຟ, ຄ່າລົດບໍລິຫານລັດ, ຄ່າການເຄື່ອນໄຫວວຽກງານ ພາຍໃນ ແລະ ຕ່າງປະເທດ, ຄ່າຈັດກອງປະຊຸມ, ຄ່າບຳລຸງຮັກສາ ເຄື່ອງໃຊ້ໃນຫ້ອງການ.
  4. ຄ່າໃຊ້ຈ່າຍໃນອື່ນໆ ແມ່ນຫັນຫົວໜ່ວຍງົບປະມານວິຊາການຈຳນວນໜຶ່ງ ໄປກຸ້ມຕົນເອງເພື່ອຫຼຸດຜ່ອນພາລະ ແລະ ລາຍຈ່າຍຂອງບໍລິຫານທາງພາກລັດ.
  5. ຕ້ອງປັບໂຄງສ້າງ ແລະ ບໍລິຫານໜີ້ສິນສາທາລະນະ ໃຫ້ສາມາດຄວບຄຸມໄດ້ ເພື່ອຮັບປະກັນຄວາມປອດໄພ ໂດຍຈະມີແຜນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດຢ່າງເປັນລະບົບ, ຈະມີແບບແຜນທີ່ລະອຽດ, ມີການແບ່ງຮັບຜິດຊອບໃຫ້ແຕ່ລະຂະແໜງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ.
  6. ມີການຮັບຮອງແຜນ ແລະ ມີມາດຕະການໃນການຕິດຕາມກວດກາ.
  7. ການກູ້ຢືມໃໝ່ ຕ້ອງມີບົດວິພາກເສດຖະກິດ ແນໃສ່ໂຄງການທີ່ມີປະສິດທິຜົນໃຫ້ມີຜົນຕອບແທນໄວ, ການບໍລິຫານໜີ້ສິນດ້ວຍການກູ້ຢືມໃໝ່ໃນເງື່ອນໄຂ ດອກເບ້ຍທຸລະກິດຕ້ອງນຳໃຊ້ສະເພາະຊຳລະໜີ້ ທີ່ມີເງື່ອນໄຂດອກເບ້ຍທຸລະກິດເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/sourioudong.sundara/posts/1521740001369053

https://fb.watch/4quo0cvF6J/