ລັດຖະບານ ຈັດລະບຽບຮ້ານບັນເທີງ ຫ້າມໄວໜຸ່ມຕໍ່າກວ່າ 18 ປີ ຝ່າຝືນຖອນໃບທະບຽນ
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະກາດມາດຕະການຂັ້ນເດັດຂາດ ຫ້າມໄວໜຸ່ມອາຍຸຕໍ່າກວ່າ 18 ປີ ເຂົ້າສະຖານບັນເທີງເພື່ອແກ້ໄຂບັນຫາສັງຄົມ ແລະ ສຽງເນື່ອງນັນ ໂດຍກຽມຖອນໃບທະບຽນວິສາຫະກິດສຳລັບຜູ້ປະກອບການທີ່ຝ່າຝືນ ເພື່ອຈັດລະບຽບສັງຄົມໃຫ້ເຂັ້ມງວດຂຶ້ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ວ່າ ຜ່ານມາພົບເຫັນການລະເມີດລະບຽບການຢ່າງຫຼວງຫຼາຍ ໂດຍສະເພາະການປ່ອຍໃຫ້ເດັກນ້ອຍເຂົ້າໄປມົ້ວສຸມມຶນເມົາ, ການເປີດກາຍເວລາ ແລະ ສະຖານທີ່ບໍ່ເໝາະສົມເຊິ່ງສ້າງສຽງລົບກວນຊຸມຊົນ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງກະຊວງໄດ້ແນະນຳໃຫ້ຜູ້ປະກອບການຕ້ອງກວດບັດປະຈຳຕົວຜູ້ມາໃຊ້ບໍລິການທຸກຄັ້ງ; ຫາກພົບທຸລະກິດໃດຝ່າຝືນ ຈະຖືກດຳເນີນມາດຕະການຕັ້ງແຕ່ການປັບໃໝ, ໂຈະກິດຈະການ, ສະເໜີຂະແໜງການຄ້າຖອນໃບທະບຽນວິສາຫະກິດ ແລະ ອາດຮ້າຍແຮງເຖິງຂັ້ນດຳເນີນຄະດີຕາມຂັ້ນຕອນຂອງສານ.
ນອກຈາກການກຳນົດອາຍຸແລ້ວ, ດຳລັດວ່າດ້ວຍການບັນເທີງຍັງໄດ້ກຳນົດມາດຕະຖານສະຖານທີ່ຕັ້ງຢ່າງຊັດເຈນ ເຊິ່ງຕ້ອງຢູ່ຫ່າງຈາກສະຖານທີ່ການສຶກສາ, ໂຮງໝໍ ແລະ ສຳນັກງານລັດ ຢ່າງໜ້ອຍ 500 ແມັດ, ລວມເຖິງຕ້ອງມີມາດຕະຖານລະບົບສຽງ ແລະ ອອກແບບເປັນຫ້ອງປິດ.
ແນວໃດກໍຕາມ, ປັດຈຸບັນຍັງພົບບັນຫາການຄຸ້ມຄອງທີ່ບໍ່ເປັນເອກະພາບ ຍ້ອນບາງທ້ອງຖິ່ນອອກນິຕິກຳ ແລະ ໃບອະນຸຍາດສະເພາະໂດຍບໍ່ສົມທົບກັບສູນກາງ. ດັ່ງນັ້ນ, ທ່ານລັດຖະມົນຕີ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ລວມເຖິງສະພາແຫ່ງຊາດ ຊ່ວຍຕິດຕາມກວດກາຢ່າງໃກ້ຊິດ ພ້ອມທັງສະເໜີພິຈາລະນາຈັດສັນງົບປະມານເພີ່ມເຕີມ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄຸ້ມຄອງສະຖານບັນເທີງສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ຢ່າງແທ້ຈິງ.
#LaoXperts #ກະຊວງວັດທະນະທຳແລະການທ່ອງທ່ຽວ #ຈັດລະບຽບສັງຄົມ #ສະຖານບັນເທີງ #ສະພາແຫ່ງຊາດ #ຂ່າວລາວ

