ດາວດວງໃໝ່! ນາງ ກັນຕະນາ ສາວນັກກິລາຍິງປືນມືໃໝ່ ເຝິກຊ້ອມພຽງ 2 ເດືອນ ກວາດເອົາ 4 ຫຼຽນຄຳ ກິລາຍິງປືນ ຊຽງຂວາງເກມ

ດາວດວງໃໝ່-ນາງ-ກັນຕະນາ

ນາງ ກັນຕະນາ ໄຊຍະລາດ ສາວນັກກິລາຍິງປືນມືໃໝ່ ຈາກນະຄອນຫຼວງວຽງຈັນ (ນວ) ມີເວລາເຝິກຊ້ອມພຽງ 2 ເດືອນ ແຕ່ສາມາດແຈ້ງເກີດ ກວາດ 4 ຫຼຽນຄໍາ ກາຍເປັນດາວເດັ່ນ ປະຈໍາທັບນັກຍິງປືນ ນວ ນຳທັບສ້າງຜົນງານລື່ນຄາດໝາຍ ໃຫ້ທັບນັກກິລານະຄອນຫຼວງວຽງຈັນ ປິດສາກການແຂ່ງຂັນກິລາຍິງປືນສັ້ນແກັບກາງ  ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ.

ດາວດວງໃໝ່-ນາງ-ກັນຕະນາ

ການແຂ່ງຂັນກິລາຍິງປືນ ງານກິລາ ຊຽງຂວາງເກມ ແບ່ງເປັນ 3 ໄລຍະ ຄື: ໄລຍະທີ 1 ແຕ່ວັນທີ 14-20 ພະຈິກ 2022 ແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ໄລຍະທີ 2 ແຕ່ວັນທີ 25-28 ພະຈິກ 2022 ແຂ່ງຂັນຢູ່ນະຄອນຫຼວງວຽງຈັນເຊັ່ນກັນ ແລະ ໄລຍະທີ 3 ແຂ່ງຂັນຢູ່ແຂວງຊຽງຂວາງ 14-16 ທັນວາ 2022. ໂດຍມີນັກກິລາເຂົ້າຮ່ວມການແຂ່ງຂັນທີ່ມາຈາກກະຊວງປ້ອງກັນປະເທດ (ປກຊ), ກະຊວງປ້ອງກັນຄວາມສະຫງົບ (ປກສ), ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຜົ້ງສາລີ, ຄຳມ່ວນ, ຫົວພັນ, ສະຫວັນນະເຂດ ແລະ ເຈົ້າພາບ ຊຽງຂວາງ, ມີການຊິງໄຊກັນທັງໝົດ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ດາວດວງໃໝ່-ນາງ-ກັນຕະນາ

ນາງ ກັນຕະນາ ໄຊຍະລາດ ໃຫ້ສຳພາດວ່າ: ການຍາດຫຼຽນຄຳມາຄອງໃນ ຊຽງຂວາງ ເກມ 2022 ເປັນຄວາມພາກພູມໃຈຫຼາຍ ເພາະຕົນເອງເປັນນັກກິລາມືໃໝ່ ກ່ອນເຂົ້າຮ່ວມກໍຫວັງພຽງແຕ່ຈະເຮັດໃຫ້ດີທີ່ສຸດ ເພາະໄດ້ເປັນຕົວແທນໃຫ້ນັກກິລາຊາວນະຄອນຫຼວງວຽງຈັນ ໃນລາຍການທໍາອິດທີ່ຕົນໄດ້ເຂົ້າມາເປັນນັກກິລາຍິງປືນຮ່ວມແຂ່ງຂັນງານຄັ້ງນີ້ ແຕ່ທີ່ໜ້າປະທັບໃຈສຸດ ນ້ອງສາມາດຍາດໄດ້ 4 ຫຼຽນຄຳ ສ້າງຜົນປະໂຫຍດໃຫ້ທັບນັກກິລາຍິງປືນນະຄອນຫຼວງວຽງຈັນ ໄດ້ລື່ນຄາດໝາຍ ຜົນງານດັ່ງກ່າວນີ້ ໄດ້ມາກໍຍ້ອນຄວາມເອົາໃຈໃສ່ຂອງສະຫະພັນຍິງປືນ ນະຄອນຫຼວງ ກໍຄື ຄູເຝິກ ເອົາໃຈໃສ່ແນະນຳການຊ້ອມຕະຫຼອດໄລຍະເກັບຕົວ ເລີ່ມຕັ້ງແຕ່ຂັ້ນພື້ນຖານ ແລະ ເທັກນິກຕ່າງໆ ອີກສ່ວນໜຶ່ງແມ່ນມາຈາກຄອບຄົວ ໝູ່ເພື່ອນ ທີ່ໄດ້ຊຸກຍູ້ສົ່ງເສີມຕະຫຼອດມາ ສິ່ງສຳຄັນອີກ ກໍຄື ແມ່ນມາຈາກພໍໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ສົ່ງກຳລັງໃຈຕະຫຼອດໄລຍະເຂົ້າຮ່ວມການແຂ່ງຂັນ ຈົນສາມາດສ້າງຜົນງານໃນງານຄັ້ງນີ້ິ້.

ດາວດວງໃໝ່-ນາງ-ກັນຕະນາ

ຜົນການແຂ່ງຂັນປາກົດວ່າ ນັກກິລາຍິງປຶນຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 6 ຫຼຽນຄໍາ, 2 ຫຼຽນເງິນ ແລະ 17 ຫຼຽນທອງ ຈັດຢູ່ໃນອັນດັບ 3 ຂອງຕາຕະລາງ. ເຊິ່ງຫຼຽນຄໍາ ໄດ້ຈາກລາຍການບຸກຄົນຍິງ 15 ແມັດ ທີມຍິງ, ບຸກຄົນຍິງ 25 ແມັດ ທີມຍິງ, ປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຍິງ ແລະ ປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຊາຍ. ສ່ວນອັນດັບທີ 1 ເປັນຂອງ ປກຊ ຍາດໄດ້ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ, ອັນດັບທີ 2 ປກສ ຍາດໄດ້ 11 ຫຼຽນຄໍາ, 11 ຫຼຽນເງິນ ແລະ 14 ຫຼຽນທອງ.

ຂອບໃຈຂໍ້ມູນຈາກ: https://bit.ly/3jfoCHc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/