ລັດຖະມົນຕີກະຊວງການເງິນລະບຸ ການເບີກຈ່າຍຂອງລາຍຮັບງົບປະມານ ໃນຂະແໜງການຕ່າງໆ ແມ່ນຕ້ອງໄດ້ມີການກວດກາຄືນຢ່າງລະອຽດ

ລັດຖະມົນຕີກະຊວງການເງິນ

ໃນວັນທີ 19 ທັນວາ 2022 ນີ້ ທີ່ກະຊວງການເງິນ, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ໄດ້ໂອ້ລົມຕໍ່ສະມາຊິກພັກ-ພະນັກງານ ຄະນະພັກຮາກຖານຄັງເງິນແຫ່ງຊາດ, ໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ, ໜ່ວຍພັກຮາກຖານ ກົມການເງິນຕ່າງປະເທດ ແລະ ໜ່ວຍພັກຮາກຖານກົມນະໂຍບາຍການເງິນ.

ລັດຖະມົນຕີກະຊວງການເງິນ

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນທິດຊີ້ນໍາຕໍ່ຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານ, ເຊິ່ງປີ 2022 ແມ່ນສືບຕໍ່ປະເຊີນກັບຫຼາຍດ້ານໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ, ການຜັນແປຂອງສະພາບການຂອງພາກພື້ນ ແລະ ສາກົນ, ບັນຫາໄພເງິນເຟີ້, ລາຄາພະລັງງານມີຄວາມຜັນຜວນເຮັດໃຫ້ສົ່ງຜົນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ທັງໃຫ້ເຫັນໄດ້ບັນຫາຢ່າງພາວະວິໄສ, ສາມາດວາງແຜນເພື່ອຮັບມືທີ່ດີກັບສະພາບການທີ່ເປັນສິ່ງທ້າທາຍໃນການປະຕິບັດແຜນໃນປີ 2022 ນີ້.

ລັດຖະມົນຕີກະຊວງການເງິນ

ນອກຈາກນີ້ ຍັງໄດ້ເນັ້ນໃຫ້ບັນດາຄະນະພັກຮາກຖານ ແລະ ບັນດາສະມາຊິກພັກໃຫ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຮັບປະກັນໄດ້ ແລະ ພ້ອມກັນປຶກສາຫາລືໃນບັນດາວຽກງານຕ່າງ, ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ ແລະ ເຫັນວ່າຍັງບໍ່ທັນໂລ່ງລ່ຽນ, ສໍາລັບທິດທາງໃນການສ້າງແຜນ ໃນປີ 2023 ແມ່ນຕ້ອງຮັບປະກັນລາຍຮັບ-ລາຍຈ່າຍພາຍໃນປົກກະຕິ ແລະ ໃຫ້ມີສ່ວນທີ່ເຫຼືອໄວ້ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທີ່ສະສົມ ແລະ ເພື່ອຮັບປະກັນບໍ່ໃຫ້ປະເທດຕົກເຂົ້າເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ ທັງສຸມໃສ່ວຽກງານຫັນເປັນທັນສະໄໝໃຫ້ເປັນຮູບປະທໍາຫຼາຍຂຶ້ນ.

ລັດຖະມົນຕີກະຊວງການເງິນ

ນອກນັ້ນ, ບັນດາໜ້າວຽກຕ່າງໆທີ່ຈະໄດ້ພ້ອມກັນສຸມໃສ່ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຕົ້ນແມ່ນ ການເບີກຈ່າຍຂອງລາຍຮັບງົບປະມານແມ່ນຕ້ອງໄດ້ມີການກວດກາຄືນພາຍຫຼັງເບີກຈ່າຍຂອງບັນດາຂະແໜງການຢ່າງລະອຽດ, ປັບປຸງບັນດາຂອດຂັ້ນຕ່າງໆໃນການເຮັດວຽກງານໂດຍໃຫ້ຫັນໄປນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການຄວບຄຸມ ຫຼື ຄຸ້ມຄອງໃຫ້ຫຼາຍຂຶ້ນ, ມີການປັບປຸງຄົ້ນຄວ້າບັນດານະໂຍບາຍຕ່າງໆໃຫ້ສອດຄ່ອງກັບສະພາບການໃນປັດດຈຸບັນ, ມີການສະຫຼຸບຖອດຖອນບົດຮຽນຄືນໃໝ່ໃນການປະຕິບັດວຽກງານຂອງຄັງເງິນແຕ່ລະແຂວງໃຫ້ມີຄວາມເປັນເອກະພາບໂດຍສະເພາະການບໍລິຫານແຫຼ່ງເງິນ, ການສະຫຼຸບລາຍງານຕ່າງໆຂອງຂະແໜງການກ່ຽວຂ້ອງໃຫ້ມີການປະສານງານຢ່າງກົມກຽວ.

ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽງານຂອງຂະແໜງລາຍຈ່າຍ ແລະ ຂະແໜງການປິ່ນອ້ອມໄດ້ມີຄວາມກຽມພ້ອມຊອກຫາກົນໄກວິທີການຕ່າງໆໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ.

ຂອບໃຈຂໍ້ມູນຈາກ: https://bit.ly/3jeABFd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/