ຈີນອອກກົດໝາຍໃໝ່! ໃຫ້ອຳນາດຕຳຫຼວດສາມາດກວດໂທລະສັບໄດ້ເພື່ອຄວາມໝັ້ນຄົງຂອງຊາດ


ສຳນັກຂ່າວ Radio Free Asia ໄດ້ລາຍງານວ່າ ກົດໝາຍໃໝ່ຂອງປະເທດຈີນ ໄດ້ໃຫ້ອຳນາດຕຳຫຼວດຮັກສາຄວາມປອດໄພຂອງປະເທດຈີນຢ່າງກວ້າງຂວາງ ໂດຍສາມາດກວດສອບອຸປະກອນຕ່າງໆຂອງປະຊາຊົນໄດ້ບໍ່ວ່າຈະເປັນຄົນຈີນ ຫຼື ນັກທ່ອງທ່ຽວ.

ໂດຍຈະເລີ່ມຮັບອຳນາດຢ່າງກວ້າງຂວາງຕັ້ງແຕ່ວັນທີ່ 1 ກໍລະກົດ 2024 ຈະເປັນສ່ວນໜື່ງຂອງການລົນນະລົງທົ່ວປະເທດເພື່ອຮັບຮອງຄວາມໝັ້ນຄົງຂອງຊາດ ເອກະສານທີ່ອອກໂດຍກະຊວງຄວາມໝັ້ນຄົງແຫ່ງລັດເມື່ອວັນທີ 26 ເມສາ 2024 ໄດ້ລະບຸວ່າ ໃຫ້ອຳນາດແກ່ເຈົ້າໜ້າທີ່ໃນການຮວບຮວມ “ຂໍ້ມູນເອເລັກໂຕຣນິກ”

ນອກຈາກນັ້ນ ຫາກກ່ຽວກັບການສືບສວນຈະລວມໄປຮອດ ຂໍ້ຄວາມທາງໂທລະສັບມືຖື, ອີເມວ, ຂໍ້ຄວາມຕອບໂຕ້ແບບທັນທີ ແລະ ການແຊັດເປັນກຸ່ມ ພ້ອມດ້ວຍ ເອກະສານ, ຮູບພາບ, ສຽງ ແລະ ວິດີໂອ ພ້ອມແອັບພິເຄຊັນຕ່າງໆ ໄປຈົນຮອດການບັນທຶກຕ່າງໆຈາກອຸປະກອນເອເລັກໂຕຣນິກນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/