ຈີນດຳເນີນການກວດປະຊາກອນທຸກຄົນໃນເມືອງຊິງເຕົ່າຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ.


ຈີນດຳເນີນການກວດປະຊາກອນໃນເມືອງຊິງເຕົ່າ ເພື່ອຄົ້ນຫາເຊື້ອໂຄວິດ-19 ເພື່ອປ້ອງກັນການລະບາດ ຫຼັງພົບຜູ້ຕິດເຊື້ອຈຳນວນໜື່ງເມື່ອຊ່ວງທ້າຍອາທິດທີ່ຜ່ານມາ.

ສຳນັກຂ່າວ Channel News Asia ລາຍງານວ່າ ທາງການຈີນເລັ່ງດຳເນີນການກວດເຊື້ອໂຄວິດ-19 ກັບປະຊາກອນຫຼາຍກວ່າ 9.4 ລ້ານຄົນທັ້ງເມືອງຊິງເຕົ່າ ໃນເຂດມົນທົນຊານຕົງ ທາງຕາເວັນອອກຂອງປະເທດ ຫຼັງຈາກກວດພົບການລະບາດຂະໜາດນ້ອຍໃນເມືອງແຫ່ງນີ້ເມື່ອວັນອາທິດທີ່ຜ່ານມາໂດຍຕັ້ງເປົ້າໝາຍຈະກວດໃຫ້ສຳເລັດພາຍໃນວັນພະຫັດນີ້.

ການກວດໂຣກໂຄວິດ-19 ເລິ່ມຂື້ນຕັ້ງແຕ່ວັນຈັນທີ່ຜ່ານມາໂດຍເຈົ້າໜ້າທີ່ໃນຊຸດປ້ອງກັນ ກາງເຕັນເປັນສູນກວດໂຣກຊົ່ວຄາວ ໃນຂະນະທີ່ປະຊາຊົນຈຳນວນຫຼາຍມາເຂົ້າຄິວລໍຖ້າກວດຍາວຈົນຮອດຊ່ວງກາງຄືນໂດຍຄະນະກຳມະການກວດສຸຂະພາບຂອງເມືອງຊິງເຕົ່າເປິດເຜີຍວ່າ ຈົນເຖິງເວລາ 08:00 ຂອງວັນອັງຄານເຈົ້າໜ້າທີ່ເກັບເອົາຕົວຢ່າງກົດນິວຄີອິກໄປແລ້ວ 3.08 ລ້ານຕົວຢ່າງ ແລະ ຜົນກວດເບື້ອງຕົ້ນຍັງບໍ່ພົບຜູ້ຕິດເຊື້ອເພິ່ມ.

ທັ້ງນີ້ ຈີນເປັນປະເທດທຳອິດທີ່ເຊື້ອໂຣກໂຄວິດ-19 ລະບາດ ແຕ່ໃນປັດຈຸບັນສະຖານະການໃນແດນມັງກອນສະຫງົບລົງຫຼາຍເຊິ່ງໃນປັດຈຸບັນພົບຜູ້ຕິດເຊື້ອພຽງເລັກນ້ອຍເທົ່ານັ້ນ ເນື່ອງຈາກການຄວບຄຸມຢ່າງເຂັ້ມງວດ ແລະ ການກວດໂຣກໂຄວິດ-19ໄດ້ແບບວ່ອງໄວ ໃນຂະນະທີ່ເຊື້ອໂຣກຍັງຄົງແພ່ກະຈາຍໄປທົ່ວໂລກເຮັດໃຫ້ມີຜູ້ຕິດເຊື້ອລວມຫຼາຍກວ່າ 37 ລ້ານຄົນແລ້ວ ໂດຍສະເພາະໃນຢຸໂຣບທີ່ກຳລັງປະເຊີນກັບການລະບາດຮອບ 2 ເຊິ່ງມີແນວໂນ້ມວ່າຈະຮຸນແຮງກວ່າຄັ້ງທຳອິດ.

ໃນຊ່ວງທີ່ 2-3 ມື້ທີ່ຜ່ານມາມີຈຳນວນຜູ້ຕິດເຊື້ອໃນຝຣັ່ງ, ເຢຍລະມັນ, ໂປແລນ, ສາທາລະນະລັດເຊັກ ແລະ ສະຫະຣາດຊະອານາຈັກ ເພິ່ມສູງຂື້ນຫຼາຍເຮັດໃຫ້ຫຼາຍປະເທດຕ້ອງກັບມາໃຊ້ມາດຕະການຄວບຄຸມຢ່າງເຂັ້ມງວດອີກຄັ້ງ ແຕ່ຍັງບໍ່ເຖິງຂັ້ນລັອກດາວທັ້ງປະເທດຄືຕອນລະບາດຄັ້ງທຳອິດເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດຢ່າງນັກ.

ທີ່ມາ: https://www.thairath.co.th/news/foreign/1951979?cx_testId=7&cx_testVariant=cx_1&cx_artPos=0&cx_rec_section=news&cx_rec_topic=foreign#cxrecs_s