ຈີນກຽມເປີດປະເທດ ແລະ ຍົກເລີກມາດຕະການກັກຕົວ ເລີ່ມ 8 ມັງກອນ 2023

ຈີນກຽມເປີດປະເທດ

ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານວ່າ ເມື່ອວັນທີ 26 ທັນວາ 2022 ທາງການຈີນໄດ້ອອກມາປະກາດກຽມເປີດປະເທດອີກຄັ້ງ ພ້ອມນັ້ນຍັງໄດ້ຍົກເລີກມາດຕະການກັກຕົວ ຕັ້ງແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ  ແລະ ການປະກາດດັ່ງກ່າວຖືເປັນຄວາມເຄື່ອນໄຫວສຳຄັນທີ່ຊີ້ວ່າຈີນກຽມປັບຕົວຢູ່ຮ່ວມກັບໂຄວິດ.

ຈີນກຽມເປີດປະເທດ

ໂດຍຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໄດ້ມີມະຕິປ່ຽນແນວທາງຈາກນະໂຍບາຍໂຄວິດເປັນສູນ (Zero-COVID) ມາເປັນການປັບຕົວ ແລະ ໃຊ້ຊີວິດຢູ່ຮ່ວມກັບເຊື້ອໄວຣັສເຫຼົ່ານີ້ແທນ ພ້ອມກຽມປະກາດຜ່ອນຄາຍມາດຕະການຮັບມືໂຄວິດຈາກລະດັບ Category A ເຊິ່ງເປັນລະດັບສູງສຸດໃນປັດຈຸບັນ ມາເປັນ Category B ທີ່ກຳນົດເງື່ອນໄຂໃຫ້ມີການປິ່ນປົວໂຣກ ແລະ ມີມາດຕະການຄວບຄຸມການແຜ່ລະບາດສະເພາະທີ່ຈຳເປັນເທົ່ານັ້ນ.

ຈີນກຽມເປີດປະເທດ

ການປັບປ່ຽນລະດັບດັ່ງກ່າວຈະເຮັດໃຫ້ໂຄວິດມາຢູ່ໃນລະດັບ Category B ຮ່ວມກັບໂຣກຕິດເຊື້ອໄວຣັສອື່ນໆ ບໍ່ວ່າຈະເປັນໂຣກພູມຕ້ານທານພົກພ່ອງ (HIV), ໂຣກໄວຣັສຕັບອັກເສບ ລວມເຖິງໄຂ້ຫວັດນົກ H7N9.

ທາງດ້ານ Sun Chunlan ຮອງນາຍົກລັດຖະມົນຕີຈີນທີ່ຮັບຜິດຊອບວຽກດ້ານການຮັບມືໂຣກໂຄວິດລະບຸວ່າ ການປັບປ່ຽນມາດຕະການຮັບມືໂຄວິດຂອງຈີນໃນຄັ້ງນີ້ອາດບົ່ງຊີ້ວ່າການກວດຫາເຊື້ອແບບ PCR ເປັນສິ່ງທີ່ບໍ່ຈຳເປັນອີກຕໍ່ໄປ ພ້ອມແນະນຳໃຫ້ທາງການທ້ອງຖິ່ນໃຫ້ຄວາມສຳຄັນທີ່ການປິ່ນປົວຫຼາຍກວ່າການກວດຫາເຊື້ອ.

ຈີນກຽມເປີດປະເທດ

ນອກນັ້ນ ທາງການຈີນຍັງໄດ້ປະກາດຍຸຕິລາຍງານຜູ້ຕິດເຊື້ອລາຍວັນແລ້ວ ແລະ ຈະຍຸຕິການອ້າງວ່າໂຄວິດຖືເປັນໂຣກປອດບວມຊະນິດໜຶ່ງອີກດ້ວຍ. ຫຼ້າສຸດ ທາງການທ້ອງຖິ່ນໃນຫຼາຍພື້ນທີ່ແມ່ນເລີ່ມໄດ້ຮັບສັນຍານໃຫ້ກຽມພ້ອມກັບການປັບປ່ຽນມາດຕະການຮັບມືໂຣກລະບາດລະດັບຊາດໃນຄັ້ງນີ້ແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/