ຄູເຝິກທີມຊາດລາວ ຕັ້ງເປົ້າຈະເຮັດໃຫ້ດີທີ່ສຸດ ໃນເກມທີ່ຈະພົບກັບທີມຊາດ ສິງກະໂປ ມື້ນີ້ ຫຼັງປະລາໄຊມາ 2 ນັດ

ຄູເຝິກທີມຊາດລາວ

ໃນການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫຼື AFF Mitsubishi Electric Cup 2022 ນັດທີ 3 ຂອງທີມຊາດລາວ ທີ່ຈະພົບກັບທີມຊາດ ສິງກະໂປ ໃນວັນທີ 27 ທັນວາ (ມື້ນີ້) ຄູເຝິກທີມຊາດລາວ Michael Weiss ໄດ້ຝາກເຖິງແຟນບານຊາວລາວໃຫ້ເຂົ້າມາເຊຍກັນຫຼາຍໆ ແລະ ຈະເຮັດໃຫ້ດີທີ່ສຸດ ເຖິງແມ່ນວ່າ 2 ນັດທີ່ຜ່ານມາຜົນງານຈະບໍ່ຄ່ອຍດີກໍຕາມ.

ຄູເຝິກທີມຊາດລາວ

ໂດຍ Michael Weiss ຫົວໜ້າຄູເຝິກທີມຊາດລາວຊາວເຢຍລະມັນ ກ່າວໃນຖະແຫຼງການກ່ອນເກມວ່າ: “ສອງນັດທີ່ຜ່ານມາພວກເຮົາເສຍໃຫ້ກັບທີມທີ່ເຂັ້ມແຂງ, ພວກເຮົາໄດ້ເຫັນຂໍ້ຜິດພາດໃນການຫຼິ້ນເກມຮັບ. ພວກເຮົາພະຍາຍາມແກ້ໄຂຈຸດຜິດພາດ ເພື່ອໃຫ້ທີມຫຼິ້ນໄດ້ດີຂື້ນ ໃນນັດທີ່ຈະພົບກັບທີມຊາດສິງກະໂປ. ພວກເຮົາຢູ່ໃນກຸ່ມທີ່ແຂງຫຼາຍ ບໍ່ວ່າຈະເປັນທີມຊາດຫວຽດນາມ ແລະ ທີມຊາດມາເລເຊຍ ແຕ່ບໍ່ໄດ້ໝາຍຄວາມວ່າທີມຊາດສິງກະໂປ ແລະ ທີມຊາດມຽນມາ ບໍ່ແຂງແກ່ນ. ພວກເຮົາຈະເຮັດໃຫ້ດີທີ່ສຸດໃນສອງນັດທີ່ເຫຼືອ”.

ຄູເຝິກທີມຊາດລາວ

“ເຖິງແມ່ນວ່າຜົນການແຂ່ງຂັນສອງນັດທີ່ຜ່ານມາ ຈະບໍ່ດີປານໃດ, ແຕ່ພວກເຮົາກໍຫວັງວ່າ ແຟນບານຈະເຂົ້າມາໃຫ້ກຳລັງໃຈພວກເຮົາໃນສະໜາມ, ພວກເຮົາມີນັກກິລາສ່ວນໃຫຍ່ທີ່ຍັງໜຸ່ມ ແລະ ພວກເຂົາຕ້ອງການແຮງສະໜັບສະໜູນຈາກພວກທ່ານ ໂດຍສະເພາະໃນເວລາແບບນີ້. ສະນັ້ນຂ້ອຍຢາກໃຫ້ແຟນບານເຂົ້າມາເຊຍໃນສະໜາມ ໃຫ້ຫຼາຍໆໃນນັດນີ້”.

ຄູເຝິກທີມຊາດລາວ

ໂດຍການແຂ່ງຂັນທັງ 2 ນັດທີ່ຜ່ານມາ ທີມຊາດລາວເຮົາຕ້ອງພົບກັບທີມຊາດທີ່ຖືວ່າເຂັ້ມແຂງເປັນອັນດັບຕົ້ນໆຂອງອາຊຽນ ກໍຄື ທີມຊາດຫວຽດນາມ ແລະ ທີມຊາດ ມາເລເຊຍ. ໂດຍໃນເກມທີ່ພົບກັບທີມຊາດຫວຽດນາມ ທີ່ສະໜາມຫຼັກ 16 ນັ້ນທີມຊາດລາວເຮົາເສຍໄປເຖິງ 6 ປະຕູຕໍ່ 0. ສ່ວນໃນເກມທີ່ພົບກັບທີມຊາດມາເລເຊຍ ທີມຊາດລາວເຮົາກໍເສຍໄປເຖິງ 5 ປະຕູຕໍ່ 0. ລວມ 2 ນັດທີ່ຜ່ານມາ ທີມຊາດລາວເຮົາເສຍໄປເຖິງ 11 ປະຕູ ຍິງບໍ່ໄດ້ເລີຍແມ່ນແຕ່ປະຕູດຽວ ມີ 0 ຄະແນນ.

ສຳລັບການແຂ່ງຂັນໃນນັດນີ້ ທີມຊາດລາວມີຄິວລົງສະໜາມທີ່ຫຼັກ 16 ເວລາ 17:00 ແລະ ໃນນັດສຸດທ້າຍ ແມ່ນຈະພົບກັບທີມຊາດມຽນມາ ໃນວັນທີ 30 ທັນວາ ແຂ່ງຂັນຢູ່ທີ່ສະໜາມ THUWANNA STADIUM ປະເທດ ມຽນມາ.

ຂອບໃຈຂໍ້ມູນຈາກ: https://bit.ly/3C2B6IW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/