ທະນາຄານແຫ່ງ ສປປ ລາວ ຊີ້ແຈງ ການອອກພັນທະບັດ 9 ພັນກວ່າຕື້ກີບ ເພື່ອແກ້ໄຂບັນຫາ ທະນາຄານທຸລະກິດລັດ 2 ແຫ່ງ

ທະນາຄານແຫ່ງ ສປປ ລາວ

ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງການປະຕິຮູບທະນາຄານທຸລະກິດລັດ 2 ແຫ່ງຄື: ທະນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກຳ ຕໍ່ກອງປະຊຸມສະພາ ວ່າ:

ການປະຕິຮູບທະນາຄານທຸລະກິດລັດ 2 ແຫ່ງ ດ້ວຍການອອກພັນທະບັດແກ້ໄຂບັນຫາ, ເຊິ່ງທັງໝົດສອງທະນາຄານ ເປັນຈຳນວນເງິນ 9.280,88 ຕື້ກີບ. ໃນນັ້ນ, ທຫລ ກໍໄດ້ຮັບຊື້ເອົາພັນທະບັດດັ່ງກ່າວໃນປີ 2021 ຈໍານວນ 2.153,29 ຕື້ກີບ ແລະ ມາຮອດໃນທ້າຍປີ 2021 ຍັງເຫຼືອ 7.127,59 ຕື້ກີບ.

ສຳລັບການປັບປຸງໂຄງສ້າງທະນາຄານທຸລະກິດ 2 ແຫ່ງນີ້, ມັນມີຄວາມຈຳເປັນທີ່ຕ້ອງໄດ້ແກ້ໄຂບັນຫາໜີ້ສິນ ເນື່ອງຈາກເປັນຊັບສິນ ແລະ ເງິນຝາກຂອງປະຊາຊົນ ທີ່ນໍາມາຝາກກັບທະນາຄານທຸລະກິດດັ່ງກ່າວ; ເຊິ່ງວິທີການແກ້ໄຂ ຈະຕ້ອງໄດ້ຫັນເອົາໜີ້ສິນ ຂອງທະນາຄານທຸລະກິດດັ່ງກ່າວ, ໜີ້ທີ່ບໍ່ເກີດດອກອອກຜົນແຍກອອກຕ່າງຫາກ ເຊິ່ງລັດຖະບານໄດ້ເຫັນດີໃຫ້ຂາຍຮຸ້ນ 70% ຍັງຖືໄວ້ 30%.

ທະນາຄານແຫ່ງ ສປປ ລາວ

ສໍາລັບ ທະນາຄານ ສົ່ງເສີມກະສິກຳ ແມ່ນໄດ້ເຊັນສັນຍາຮ່ວມທຶນກັບ ບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ ໂດຍກະຊວງການເງິນອອກພັນທະບັດ ລວມຈຳນວນ 3.927,59 ຕຶ້ກີບ, ພັນທະບັດມີອາຍຸ   4-12 ປີ ອັດຕາດອກເບ້ຍ 2,5%-5% ແລ້ວແຕ່ປະເພດອາຍຸພັນທະບັດ. ເຊິ່ງຈຳນວນເງິນດັ່ງກ່າວ, ໄດ້ລ້າງຂາດທຶນສະສົມຮອດທ້າຍປີ 2020 ຈຳນວນ 2.859 ຕື້ກີບ; ປະກອບສ່ວນເຂົ້າຄັງສະຫວັດດີການ-ສັງຄົມຈຳນວນ 97,99 ຕື້ກີບ; ລ້າງໜີ້ລູກຄ້າເງິນກູ້ບາງສ່ວນໃນໃບລາຍງານຖານະການເງິນຈຳນວນ 487,75 ຕື້ກີບ; ລ້າງຂາດທຶນພາຍໃນປີ 151 ຕື້ກີບ ແລະ ເພີ່ມທຶນຈົດທະບຽນໃຫ້ຄົບຕາມກົດໝາຍ 500 ຕື້, ເຊິ່ງຍັງຂາດ 331,31 ຕື້ກີບ ແມ່ນໄດ້ປະກອບທຶນເຂົ້າໃຫ້ຄົບ.

ທະນາຄານແຫ່ງ ສປປ ລາວ

ສຳລັບ ທະນາຄານ ພັດທະນາລາວ ໄດ້ເຊັນສັນຍາຮ່ວມທຶນລະຫວ່າງລັດຖະບານ ຕາງໜ້າໂດຍກະຊວງການເງິນ ແລະ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ໂດຍກະຊວງການເງິນອອກພັນທະບັດລວມ 5.300,29 ຕື້ກີບ, ອາຍຸ 4-12 ປີ ອັດຕາດອກເບ້ຍ 2,5%-5% ພັນທະບັດດັ່ງກ່າວ ນໍາໃຊ້ເພື່ອລ້າງຂາດທຶນສະສົມ 4.189,16 ຕື້ກີບ; ທົດແທນໜີ້ບໍ່ເກີດດອກອອກຜົນ 827,20 ຕື້ກີບ; ໃຫ້ຄັງສະຫວັດດີການ-ສັງຄົມທີ່ໄດ້ຫັກໄວ້ ແຕ່ຍັງບໍ່ທັນພຽງພໍ 103,13 ຕື້ກີບ ແລະ ເພີ່ມທຶນຈົດທະບຽນໃຫ້ຄົບ 500 ຕື້ກີບ ຕາມກົດໝາຍກ່ຽວຂ້ອງ ຈຳນວນ 272,13 ຕື້ກີບ.

ທະນາຄານແຫ່ງ ສປປ ລາວ

ຂອບໃຈຂໍ້ມູນຈາກ:

https://bit.ly/3jwmlYB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/