ຍີ່ປຸ່ນປະເຊີນໄພໜາວຫິມະຕົກໜັກຜິດປົກກະຕິ ສູງກວ່າສະເລ່ຍເຖິງ 3 ເທົ່າ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 17 ຄົນ

ຍີ່ປຸ່ນປະເຊີນໄພໜາວ

ວັນທີ 26 ທັນວາ 2022 ທາງເຈົ້າໜ້າທີ່ໄພພິບັດຂອງຍີ່ປຸ່ນ ໄດ້ອອກມາເປີດເຜີຍເຖິງສະຖານະການໄພໜາວຂອງປະເທດ ໂດຍເກີດຫິມະຕົກໜັກໃນຫຼາຍພາກພື້ນທາງພາກເໜືອຂອງຍີ່ປຸ່ນ ລວມທັງພາກພື້ນຮັອກໄກໂດ ທີ່ຕັ້ງຢູ່ທາງເໜືອສຸດຂອງປະເທດຕັ້ງແຕ່ອາທິດກ່ອນ ເຮັດໃຫ້ລົດຈຳນວນຫຼາຍຮ້ອຍຄັນຕ້ອງຕິດຢູ່ເທິງທາງຫຼວງບໍ່ສາມາດແລ່ນຜ່ານຫິມະໄປໄດ້ ປະກອບກັບຄວາມຊ່ວຍເຫຼືອທີ່ຫຼ້າຊ້າ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ໃນວັນທີ 24 ທັນວາ ທີ່ຜ່ານມາ. ຈາກນັ້ນກໍຍັງຄົງເກີດເຫດຫິມະຕົກໜັກຢ່າງຕໍ່ເນື່ອງ ໃນໄລຍະວັນຄຣິສມາສ ສົ່ງຜົນໃຫ້ມີຜູ້ເສຍຊີວິດເພີ່ມຕື່ມ ຈົນມາຮອດໄລຍະຕອນເຊົ້າຂອງວັນທີ 26 ທັນວາ ຍອດຜູ້ເສຍຊີວິດໂດຍລວມແມ່ນຢູ່ທີ່ 17 ຄົນ ແລະ ບາດເຈັບອີກ 93 ຄົນ.

ຍີ່ປຸ່ນປະເຊີນໄພໜາວ

ສຳນັກງານຈັດການໄພພິບັດຂອງຍີ່ປຸ່ນ ແຈ້ງວ່າ ສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ ແມ່ນເນື່ອງມາຈາກວ່າຜູ້ປະສົບໄພພະຍາຍາມຕັກຫິມະອອກຈາກຫຼັງຄາເຮືອນ ຈົນເຮັດໃຫ້ຕົກລົງມາ ຫຼືບໍ່ກໍຖືກຝັງຢູ່ໃຕ້ກອງຫິມະທີ່ຕົກລົງມາທັບຮ່າງຢ່າງໄວວາ ຂະນະທີ່ຜູ້ປະສົບໄພຢູ່ເທິງຫຼັງຄາ ຈົນບໍ່ສາມາດອອກຈາກກອງຫິມະໄດ້.

ຍີ່ປຸ່ນປະເຊີນໄພໜາວ

ແລະເມື່ອວັນເສົາທີ 24 ທັນວາ ທີ່ຜ່ານມາ ມີກໍລະນີຂອງຜູ້ເສຍຊີວິດຄົນໜຶ່ງໂດຍເປັນແມ່ຕູ້ອາຍຸ 70 ປີທີ່ອາໃສຢູ່ໃນແຂວງຍາມາງະຕະ ພາກພື້ນໂທໂຮກຸ ຕ້ອງພົບກັບຈຸດຈົບຢ່າງໜ້າສະເທືອນໃຈ ເນື່ອງຈາກແມ່ຕູ້ຖືກຝັງຢູ່ໃຕ້ກອງຫິມະເທິງຫຼັງຄາເຮືອນ ແລະດ້ວຍຫິມະຕົກລົງມາຫຼາຍຢ່າງໄວວາເຮັດໃຫ້ສົບຂອງແມ່ຕູ້ຖືກທັບທົມດ້ວຍຫິມະສູງກວ່າ 80 ຊັງຕີແມັດ.

ຍີ່ປຸ່ນປະເຊີນໄພໜາວ

ພ້ອມນັ້ນຍັງມີລາຍງານວ່າທາງພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ໄດ້ເກີດຫິມະຕົກໜັກກວ່າປົກກະຕິຄ່າສະເລ່ຍໃນໄລຍະລະດູໜາວເຖິງ 3 ເທົ່າ ໂດຍຫິມະທີ່ຕົກລົງມາຢ່າງໜັກເຮັດໃຫ້ລະບົບຈ່າຍກະແສໄຟຟ້າຂັດຂ້ອງ ປະຊາຊົນທາງເນືອສຸດຂອງຍີ່ປຸ່ນປະມານ 20,000 ລັງຄາເຮືອນ ບໍ່ມີໄຟຟ້າໃຊ້ ນອກຈາກນັ້ນການໃຫ້ບໍລິການໄຟແລະເຮືອບິນທາງພາກເນືອຂອງຍີ່ປຸ່ນຕ້ອງຢຸດສະງັກເມື່ອວັນອາທິດທີ່ຜ່ານມາ ກ່ອນສ່ວນຈະກັບມາໃຫ້ບໍລິການໄດ້ໃນມື້ວັນທີ 26 ທັນວາທີຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/