ນາຍົກເນັ້ນໃຫ້ຂະແໜງການເງິນສຸມໃສ່ແກ້ໄຂໜີ້ສິນໂຄງການ ແລະ ການເກັບລາຍຮັບໃຫ້ມີທ່າອຽງດີຂຶ້ນ

ນາຍົກເນັ້ນໃຫ້ຂະແໜງການເງິນ

ໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງປີ 2023, ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 20-22 ທັນວາ 2022 ທີ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ, ໂດຍ ການເປັນກຽດເຂົ້າຮ່ວມໂອ້ລົມ-ທິດຊີ້ນໍາຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ບັນດາລັດຖະມົນຕີ, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ບັນດາແຂກທີ່ມາຈາກສູນກາງ ແລະ ທ້ອງຖິ່ນ, ຫົວໜ້າກົມ, ຮອງກົມ, ພະນັກງານນໍາພາຫຼັກແຫຼ່ງຂອງກະຊວງການເງິນເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ເນັ້ນບາງບັນຫາສໍາຄັນໃຫ້ຂະແໜງການເງິນຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ ເປັນຕົ້ນແມ່ນສະຖຽນລະພາບເສດຖະກິດມະຫາພາກຍັງມີຄວາມບອບບາງ, ມາດຕະການແກ້ໄຂໜີ້ສິນພາຍໃນໂດຍສະເພາະການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບຕ່າງໆ. ພ້ອມນີ້, ການເກັບລາຍຮັບງົບປະມານເຫັນວ່າມີທ່າອ່ຽງດີຂຶ້ນ, ແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະ ຍັງບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍ.

ນອກຈາກນີ້, ການຫັນເປັນທັນສະໄໝຍັງນຳໃຊ້ບໍ່ທັນກວ້າງຂວາງ, ການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍຍັງບໍ່ທັນເຂັ້ມງວດ, ຍັງມີຫຼາຍຂັ້ນຫຼາຍຂອດ, ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 18/ນຍ, ຍັງບໍ່ທັນເປັນເອກະພາບ, ການພັດທະນາ, ການຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຊັກຊ້າ, ການຈັດເກັບລາຍຮັບຈາກພາສີທີ່ດິນໃນທົ່ວປະເທດຍັງຂາດຂໍ້ມູນເນື້ອທີ່ດິນ, ປະເພດທີ່ດິນ ແລະ ການເກັບອາກອນລາຍໄດ້ຈາກການໂອນສິດນຳໃຊ້ຍັງບໍ່ທັນຖືກຕາມຄວາມເປັນຈິງ, ການເກັບຄ່າທຳນຽມນໍາໃຊ້ພາ ຫະນະປະຈຳປີຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ, ສຳລັບດ້ານລາຍຈ່າຍຄວນເປັນເຈົ້າການຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຕາມດຳລັດ ສະບັບເລກທີ 205/ລບ, ຍັງບໍ່ທັນເປັນຮູບປະທໍາເທົ່າທີ່ຄວນ.

ນາຍົກເນັ້ນໃຫ້ຂະແໜງການເງິນ

ປີ 2023 ສປປ ລາວ ຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງເປັນຕົ້ນໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານຍັງສືບຕໍ່ສູງຂຶ້ນ. ສະນັ້ນ, ຕ້ອງໄດ້ພ້ອມກັນສຶກສາຄົ້ນຄວ້າ, ຮູ້ຄາດຄະເນວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນ, ເພື່ອວາງນະໂຍບາຍ, ມາດຕະການປ້ອງກັນ, ການຮັບມືຢ່າງເໝາະສົມ ແລະ ທັນການເພື່ອບໍ່ໃຫ້ປະເທດເຮົາຕົກຢູ່ໃນທ່າຮັບເກີນໄປ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທີ່ເປັນຂະແໜງການຫຼັກແຫຼ່ງທີ່ເປັນກຳລັງແຮງຂອງປະເທດຊາດ, ຕ້ອງເປັນເຈົ້າການເພື່ອເສີມຂະຫຍາຍຫົວຄິດປະດິດສ້າງເລີ່ມຄົ້ນຄິດເຖິງການປ່ຽນແປງໃໝ່ ຫຼື ການບຸກທະລຸແທ້ໆໂດຍສະເພາະຂະແໜງການເງິນ, ຕ້ອງເອົາໃຈໃສ່ວຽກງານທີ່ສຳຄັນໃຫ້ເປັນຮູບປະທໍາເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດການເງິນໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫຼະ ແລະ ປະຕິບັດວິໄນແຜນການ–ການເງິນຢ່າງເຄັ່ງຄັດ,ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ; ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ–ການເງິນໃຫ້ເປັນຮູບປະທຳ, ນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານການເງິນໃຫ້ຜ່ອນເບົາລົງເທື່ອລະກ້າວ, ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້.

ນາຍົກເນັ້ນໃຫ້ຂະແໜງການເງິນ

ພ້ອມດຽວກັນສຸມໃສ່ສືບຕໍ່ການປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດ ໝາຍ ລວມທັງການສະກັດກັ້ນການຮົ່ວໄຫຼງົບປະມານ, ເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນເປັນກ້າວໆ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດທິຜົນສູງ;ເປັນເຈົ້າການປະສານໃນການຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານໂດຍການທົບທວນຄືນບັນດານະໂຍບາຍ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່; ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ. ພ້ອມທັງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງໃນການສ້າງກົນໄກຄຸ້ມຄອງແຫຼ່ງລາຍຮັບໃຫ້ກົມກຽວໃນການຫັນເປັນທັນສະໄໝ ແລະ ວ່ອງໄວ.

ພ້ອມກັນນັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນ; ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ, ລວງເລິກຮອບດ້ານດ້ວຍການປັບປຸງ ແລະ ຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄ; ໃນເວລາດຽວກັນຕ້ອງເດັດຂາດແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນຂະແໜງການເງິນຢ່າງແທ້ຈິງ, ເຂັ້ມງວດການນໍາໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດປະຕິບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານທັງພະນັກງານ ແລະ ນັກທຸລະກິດນໍາອີກດ້ວຍ.

ນາຍົກເນັ້ນໃຫ້ຂະແໜງການເງິນ

ຂອບໃຈຂໍ້ມູນຈາກ:

https://bit.ly/3PSGowi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/