ລາວ-ຍີ່ປຸ່ນ ເພີ່ມທະວີການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ລາວ-ຍີ່ປຸ່ນ

ວັນທີ 22 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທຳ-ສັງຄົມ, ປະທານຄະນະມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ທາເກອິ ຊຸນຊຶເກະ (Takei Shunsuke) ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຄົນໃໝ່ ພ້ອມດ້ວຍຄະນະ ເພື່ອແນະນຳຕົວ ແລະ ປຶກສາຫາລືກ່ຽວກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ.

ທ່ານປະທານຄະນະມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເຊິ່ງສະແດງອອກດ້ວຍການແລກປ່ຽນຄະນະຜູ້ແທນໄປ-ມາຫາສູ່ກັນ ແລະ ການຊ່ວຍເຫຼືອຕ່າງໆ ເປັນຕົ້ນແມ່ນການພັດທະນາດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ແຮງງານ, ການສົ່ງນັກກົດໜາຍໄປຊ່ວຍສ້າງປະມວນກົດໝາຍອາຍາ ແລະ ກົດໝາຍແພ່ງ, ການສົ່ງອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນມາເຮັດວຽກຢູ່ລາວ ສອງຝ່າຍຍັງໄດ້ມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ລາວ-ຍີ່ປຸ່ນ

ໃນໂອກາດນີ້, ທ່ານປະທານຄະນະມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ ຍັງໄດ້ແຈ້ງໃຫ້ຊາບ ສະພາບໂດຍລວມກ່ຽວກັບ ສະພາແຫ່ງຊາດລາວ ຊຸດທີ IX ເຊິ່ງມີສະມາຊິກສະພາແຫ່ງຊາດ ທັງໝົດ 164 ທ່ານ ຍິງ 36 ທ່ານ ກວມເອົາ 21,95% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ; ສະພາປະຊາຊົນແຂວງ ຊຸດທີ II ມີສະມາຊິກທັງໝົດ 492 ທ່ານ ຍິງ 150 ທ່ານ ກວມເອົາ 30,48% ຂອງຈໍານວນສະມາຊິກສະພາປະຊາຊົນແຂວງທັງໝົດ ແລະ ປັດຈຸບັນ, ສະພາແຫ່ງຊາດ ພວມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4.

ລາວ-ຍີ່ປຸ່ນ

ໃນການພົບປະດັ່ງກ່າວ ທ່ານ ທາເກອິ ຊຸນຊຶເກະ (Takei Shunsuke) ໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດເຂົ້າພົບປະໃນຄັ້ງນີ້; ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ຕີລາຄາສູງຜົນການພົວພັນຮ່ວມມື ລະຫວ່າງສອງຝ່າຍ ໃນໄລຍະຜ່ານມາ ແລະ ເນັ້ນເຖິງຄວາມສຳຄັນໃນການຈະສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອໃນຕໍ່ໜ້າ ໂດຍສະເພາະໃນການພັດທະນາຊັບພະຍາກອນມະນຸດ ແລະ ສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ກໍຄືຂອງສອງສະພາແຫ່ງຊາດ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ເຫັນວ່າ ສອງຝ່າຍມີຄວາມສົນໃຈນຳກັນ.

ໃນຕອນທ້າຍ, ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແກ່ ສປປລາວ ໃນໄລຍະຜ່ານມາ ເຊິ່ງ ຍີ່ປຸ່ນ ຈັດຢູ່ໃນອັນດັບຕົ້ນໆຂອງປະເທດ ທີ່ໃຫ້ການຊ່ວຍເຫຼືອໃນ ສປປ ລາວ.

ລາວ-ຍີ່ປຸ່ນ

ຂອບໃຈຂໍ້ມູນຈາກ:

https://bit.ly/3BXFicU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/