ໃນວັນທີ 10 ກຸມພາ 2023 ທີ່ຜ່ານມາ, ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ການເກັບກຳຂໍ້ມູນ ແລະ ຂຸດຄົ້ນທາງ ດ້ານບູຮານວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ, ໂດຍມີທ່ານ ສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໄຊບູລີ ຮ່ວມພາທາງ.
![ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ](https://laox.la/wp-content/uploads/2023/02/image-205.png)
ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະຊ່ຽວຊານຈາກສະຖາບັນຝຣັ່ງ ແຫ່ງພາກຕາເວັນອອກໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄືໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ.
![ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ](https://laox.la/wp-content/uploads/2023/02/image-206.png)
ປັດຈຸບັນແຂວງສະຫວັນນະເຂດເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວ ເມືອງເກົ່າໃນສະໄໝບູຮານ ດັ່ງນັ້ນທາງກະຊວງ ຖວທ ຮ່ວມ ກັບສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະ ສໍາຫຼວດຂຸດຄົ້ນບາງຈຸດຕາມບໍລິເວນທີ່ ຄາດວ່າຈະແມ່ນຄູເມືອງ ແລະ ຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍການສຳຫຼວດເລີ່ມແຕ່ວັນທີ 1 ກຸມ ພາ 2023 ເປັນຕົ້ນມາ ແລະ ຮອດປັດຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ, ມີບາງຈຸດ ໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະ ທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມ ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2.000 ປີ ແຕ່ການສໍາຫຼວດນີ້ ຈະດຳເນີນໄປຮອດວັນທີ 2 ມີນາ 2023 ຈຶ່ງຈະໄດ້ຍຸຕິ.
![ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ](https://laox.la/wp-content/uploads/2023/02/image-207.png)
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/