ຄູເຝິກເຊວຊີ ເຜີຍ ສຸຂະພາບຈິດຂອງຕົນ ແລະ ຄອບຄົວຕົກຕໍ່າ ແຖມຍັງໄດ້ຮັບຈົດໝາຍຂູ່ເອົາຊີວິດ ຫຼັງພາທີມເຮັດຜົນງານໄດ້ບໍ່ດີ

ຄູເຝິກເຊວຊີ

ເຊວຊີ ທີມທີ່ໄດ້ມີການປ່ຽນແປງຫຼາຍໆຢ່າງ ນັບຕັ້ງແຕ່ ເຈົ້າຂອງ, ຄູເຝິກ ແລະ ນັກແຕະ ແຕ່ເບິ່ງຄືວ່າຜົນງານຈະບໍ່ມີຫຍັງດີຂຶ້ນເລີຍ ແລະ ກຳລັງໄດ້ກາຍເປັນທີ່ວິພາກວິຈານ ຈາກບັນດາແຟນບານ ໂດຍສະເພາະ Graham Potter ຄູເຝິກຄົນໃໝ່ທີ່ຕົກເປັນເປົ້າ ແລະ ຖືກວິຈານ ວ່າຕ້ອງເປັນຄົນຮັບຜິດຊອບໃນເລື່ອງນີ້.

ຫຼ້າສຸດ ເບິ່ງຄືວ່າ ຜົນງານໃນສະໜາມ ມັນຈະຕາມມາຮຸກຮານຮອດຊີວິດສ່ວນຕົວ ແລະ ຄອບຄົວຂອງລາວ ເພາະລາວໄດ້ອອກມາເປີດເຜີຍວ່າ ສຸຂະພາບຈິດຂອງຕົນ ແລະ ຄອບຄົວຕົກຕໍ່າ ແຖມຍັງໄດ້ຮັບຈົດໝາຍຂູ່ເອົາຊີວິດ ຫຼັງພາທີມ ເຊວຊີ ເຮັດຜົນງານໄດ້ບໍ່ດີເທົ່າທີ່ຄວນ ໃນໄລຍະທີ່ຜ່ານມາ.

ຄູເຝິກເຊວຊີ

ໂດຍ ພັອດເຕີ ລະບຸວ່າ: “ຂ້ອຍໄດ້ຮັບອີເມວທີ່ບໍ່ຄ່ອຍດີປານໃດ ໂດຍໃນອີເມວລະບຸວ່າ ຢາກໃຫ້ຂ້ອຍ ແລະ ຄອບຄົວຂອງຂ້ອຍຕາຍ ເຊິ່ງເປັນເລື່ອງທີ່ບໍ່ຄ່ອຍດີປານໃດໃນການໄດ້ຮັບອີເມວແບບນີ້ ມັນເປັນເລື່ອງທີ່ຂ້ອຍກຽມຮັບມືມາຕະຫຼອດ ຍິ່ງເຮົາໄປຢູ່ໃນຈຸດທີ່ສູງເທົ່າໃດ ກໍຈະມີແຮງກົດດັນສູງຂຶ້ນ ກົດດັນວ່າເຮົາເປັນຄົນແນວໃດ ເຊິ່ງຂ້ອຍຕ້ອງການປະສົບຜົນສຳເລັດຢູ່ບ່ອນນີ້ ແລະ ຕ້ອງປະເຊີນກັບບັນຫາໄຮ້ສາລະຫຼາຍຢ່າງ”

ຄູເຝິກເຊວຊີ

ພັອດເຕີ ລະບຸອີກວ່າ: ດ້ວຍຜົນທີ່ເກີດຂຶ້ນ ເຈົ້າຕ້ອງຍອມຮັບຄຳວິຈານໃຫ້ໄດ້ ແຕ່ບໍ່ໄດ້ໝາຍຄວາມວ່າ ງ່າຍ ຊີວິດຄອບຄົວເຈົ້າຕົກຕໍ່າລົງ ສຸຂະພາບຈິດຕົກຕໍ່າລົງ ແລະ ມັນສະແດງອອກມາທາງບຸກຄະລິກກະພາບຂອງເຈົ້າ ເຊິ່ງທຸກຢ່າງນີ້ ມັນບໍ່ຄ່ອຍດີປານໃດ.

ທ່າມກາງກະແສແຟນບານເຊວຊີ ທີ່ຮຽກຮ້ອງໃຫ້ ຄະນະບໍລິຫານ ປົດ ພັອດເຕີ ອອກຈາກຕຳແໜ່ງ ແຕ່ ເກແຮັມ ພັອດເຕີ ຍັງຢືນຍັນວ່າ ສະໂມສອນຍັງໃຫ້ການສະໜັບສະໜູນຕົນເອງເປັນຢ່າງດີ ເຖິງແມ່ນວ່າ ຜົນງານຈະບໍ່ດີໃນຕອນນີ້ ເພາະສິ່ງທີ່ສະໂມສອນຄາດຫວັງນັ້ນແມ່ນຜົນງານໃນໄລຍະຍາວ ບໍ່ແມ່ນຜົນງານໃນໄລຍະສັ້ນ.

ຄູເຝິກເຊວຊີ

ສຳລັບຜົນງານຂອງ ເຊວຊີ ໃນໄລຍະນີ້ ເອີ້ນໄດ້ວ່າ ຕົກຕໍ່າທີ່ສຸດໃນຮອບຫຼາຍໆປີ ໂດຍພວກເຂົາສາມາດເອົາຊະນະຄູ່ແຂ່ງໄດ້ພຽງ 2​ ນັດ ຈາກ 14 ເກມ ຫຼັງສຸດໃນທຸກລາຍການ ຈົນມີຄະແນນຕົກໄປຢູ່ອັນດັບ 10 ຂອງ ຕາຕະລາງ ພຣີເມຍລີກ ແລະ ມີແຕ້ມຫ່າງຈາກພື້ນທີ່ໂກຕ້າ ແຊ້ມປຽນລີກ ເຖິງ 11 ຄະແນນ.

ສ່ວນນັດຕໍ່ໄປຂອງ ເຊວຊີ ແມ່ນຈະມີຄິວລົງສະໜາມພົບກັບ ສະໂມສອນ ທັອດແນັມ ຮັອດສະເປີ ໃນວັນ ທີ 26 ກຸມພາ ເວລາ 20:30 ນີ້.

ຂອບໃຈຂໍ້ມູນຈາກ: https://bit.ly/3Z0hGOm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/