ອະນາຄົດ ຈີນ ຈະຊ່ວຍ ກຳປູເຈຍ ສ້າງລົດໄຟຄວາມໄວສູງສາຍທຳອິດໃນປະເທດ ເຊື່ອມຕໍ່ຮອດລາວ

ອະນາຄົດຈີນ

ບໍລິສັດ China Road & Bridge Corp (CRBC) ໄດ້ນຳສະເໜີຜົນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການຍົກລະດັບທາງລົດໄຟສາຍພະນົມເປນ-ປອຍເປດ ເຊິ່ງມີພົມແດນຕິດກັບໄທ ເສັ້ນທາງລົດໄຟດັ່ງກ່າວຈະມີໄລຍະທາງ 382 ກິໂລແມັດ ແລະ ແລ່ນດ້ວຍຄວາມໄວ 160-200 ກິໂລແມັດ ຕໍ່ຊົ່ວໂມງ ຜ່ານສະຖານີທັງໝົດ 33 ສະຖານີ ແລະ ຂົວຂ້າມຖະໜົນຫຼາຍກວ່າ 300 ແຫ່ງຕະຫຼອດເສັ້ນທາງ.

ນາຍົກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຂອງກຳປູເຈຍເປີດເຜີຍວ່າ ລະຫວ່າງປະຊຸມຮ່ວມໂຄງການນີ້ຢູ່ ໂດຍງົບປະມານ 4 ພັນລ້ານໂດລາສະຫະລັດ ຈະຄວບຄຸມການກໍ່ສ້າງທາງລົດໄຟ ແລະ ການຊື້ຂະບວນລົດໄຟຄວາມໄວສູງ. ທາງດ້ານຜູ້ຊ່ຽວຊານຈາກມະຫາວິທະຍາໄລແຫ່ງໜຶ່ງ ກໍໄດ້ລະບຸທາງລົດໄຟສາຍນີ້ຈະເປັນໄລຍະທີ 3 ຂອງລົດໄຟສາຍທຣານເອເຊຍ (TAR) ໂດຍຈະເຊື່ອມລະຫວ່າງເສັ້ນທາງສາຍກາງ ໄປຍັງສິງກະໂປ ກັບເສັ້ນທາງສາຍຕາເວັນອອກຜ່ານຫວຽດນາມ ແລະ ທາງລົດໄຟ ສປປ ລາວ.

ອະນາຄົດຈີນ

ສ່ວນປະເທດລາວເຮົາແມ່ນສ້າງທາງລົດໄຟຄວາມໄວສູງສາຍທຳອິດສຳເລັດໃນປີ 2022 ທີ່ຜ່ານມາ ແລະ ຜົນການດຳເນີນງານໃນປີທຳອິດກໍເປັນທີ່ໜ້າພໍໃຈ ສະແດງໃຫ້ເຫັນເຖິງສັກກະຍາພາບຂອງທາງລົດໄຟສາຍທຣານເອເຊຍ ແລະ ໂຄງການເຊື່ອມຕໍ່ຂະໜາດໃຫຍ່ດັ່ງກ່າວ ເຊິ່ງມີໄລຍະ 1.035 ກິໂລແມັດ ໄດ້ຊ່ວຍສ້າງວຽກເຮັດງານທຳໃຫ້ປະຊາກອນ 100.000 ກວ່າຕຳແໜ່ງ ບັນລຸສິນຄ້າໄດ້ຫຼາຍກວ່າ 11.2 ລ້ານໂຕນ ແລະ ໃຫ້ບໍລິການຜູ້ໂດຍສານໄປແລ້ວທັງໝົດ 8.5 ລ້ານຄົນ.

ອະນາຄົດຈີນ

ນອກຈາກນີ້ ຍັງຊ່ວຍຊຸກຍູ້ການຜະລິດແຮ່ເຫຼັກຂອງ ສປປ ລາວ ໃຫ້ເພີ່ມຂຶ້ນ​ 1,8 ລ້ານໂຕນ ແປ້ງມັນຕົ້ນ 2 ລ້ານໂຕນ ແລະ ຢາງພາລາ 1 ລ້ານໂຕນ. ຖ້າຫາກທຽບກັບປີຜ່ານມາ. ຈີນກຳລັງຂະຫຍາຍການຄ້າກຸ່ມປະເທດໃນພູມມີພາກອາຊຽນ ໂດຍໄດ້ຮັບປະໂຫຍດຈາກຄວາມຕົກລົງຮຸ້ນສ່ວນທາງເສດຖະກິດລະດັບພູມມີພາກ ລວມໄປເຖິງບັນດາໂຄງການສ້າງພື້ນຖານທີ່ກຳລັງມີບົດບາດສຳຄັນ. ນອກຈາກນີ້  Chinese Academy of International Trade and Economic Cooperation ໄດ້ລະບຸວ່າ ໃນເດືອນພະຈິກ 2021 RCEP ຈະມີສ່ວນຊ່ວຍໃຫ້ GDP ຂອງພູມີພາກເພີ່ມຂຶ້ນ 0,86% ພາຍໃນປີ 2035.

ອະນາຄົດຈີນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/