Accio! Hogwarts Legacy ເກມເວດມົນຂອງ Harry Potter ມາແຮງ ມີຍອດຂາຍເກີນ 850 ລ້ານໂດລາແລ້ວ

Accio! Hogwarts

ເຊື່ອວ່າຖ້າເວົ້າເຖິງຮູບເງົາ ຫຼື ນະວະນິຍາຍ ທີ່ກ່ຽວກັບ ເວດມົນ ຫຼື ຄວາມມະຫັດສະຈັນຕ່າງໆ ຮູບເງົາເລື່ອງ Harry Potter ກໍຄົງຈະເປັນອີກຮູບເງົາ ແລະ ນະວະນິຍາຍໜຶ່ງທີ່ຕິດຢູ່ໃນດວງໃຈຂອງຫຼາຍໆຄົນ ແລະ ຈາກການດັດແປງເປັນຮູບເງົາ ທີ່ປະສົບຄວາມສຳເລັດຢ່າງຍິ່ງແລ້ວ ກໍເບິ່ງຄືວ່າການດັດແປງເປັນຮູບແບບຂອງເກມເທື່ອນີ້ ກໍຈະປະສົບຜົນສຳເລັດບໍ່ນ້ອຍໜ້າກັນ.

Accio! Hogwarts

ຫຼັງຈາກ Hogwarts Legacy, ເກມຜະຈົນໄພໃນໂຮງຮຽນແຫ່ງເວດມົນຂອງ Hogwarts ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 10 ກຸມພາ ໃນມື້ນີ້, ຫຼັງຈາກພຽງແຕ່ສອງອາທິດ, Hogwarts Legacy ເບິ່ງຄືວ່າເປັນຜົນສໍາເລັດອັນໃຫຍ່ຫຼວງສໍາລັບ Warner Bros. ທັງ​ໃນ​ດ້ານ​ກະແສ ແລະ ລາຍໄດ້.

ຫຼ້າສຸດ Warner Bros ເຈົ້າຂອງເກມ ໄດ້ອອກມາເປີດເຜີຍວ່າ Hogwarts Legacy ປັດຈຸບັນສາມາດເຮັດຍອດຂາຍໄດ້ສູງເຖິງ 12 ລ້ານຊຸດ ສ້າງລາຍຮັບຫຼາຍກວ່າ 850 ລ້ານໂດລາໃນເວລາພຽງແຕ່ສອງອາທິດ.

Accio! Hogwarts

ເຊິ່ງມັນເຮັດໃຫ້ Hogwarts Legacy ໄດ້ກາຍເປັນຫນຶ່ງໃນເກມທີ່ຂາຍດີທີ່ສຸດຫຼັງຈາກການເປີດຕົວ ແຊງໜ້າເກມອື່ນໆຂອງ Warner Bros ເປັນທີ່ຮຽບຮ້ອຍ ລວມທັງການທໍາລາຍສະຖິຕິ ກາຍ​ເປັນ​ເກມ​ ຜູ້ຫຼິ້ນ Single-Person ທີ່ມີຜູ້ຊົມຫຼາຍທີ່ສຸດຢູ່ແພລັດຟອມການສະຕຣີມເກມຊື່ດັງຢ່າງ Twitch ດ້ວຍຍອດເບິ່ງທັງໝົດ 1,28 ລ້ານວິວໃນລະຫວ່າງການເປີດຕົວ.

CEO ຂອງ Warner Bros ກໍຄື David Zaslav ກ່າວວ່າ Hogwarts Legacy ໄດ້ຮັບກະແສທາງດ້ານບວກຈາກຄົນທົ່ວໂລກຢ່າງລົ້ນເຫຼືອ ແລະ ຂະນະນີ້ ທຸລະກິດເກມໄດ້ກາຍເປັນໜຶ່ງຍຸດທະສາດສຳຄັນຕົ້ນຕໍຂອງທາງ Warner Bros ເປັນທີ່ຮຽບຮ້ອຍແລ້ວ.

ຢ່າງໃດກໍຕາມ, ເຖິງແມ່ນວ່າ Hogwarts Legacy ໄດ້ຮັບການຍອມຮັບຈາກແຟນ Harry Potter ຢ່າງຫຼວງຫຼາຍ, ໂດຍສະເພາະໃນດ້ານການຂາຍ ແລະ ລາຍໄດ້ ທີ່ເຮັດໄດ້ເປັນຢ່າງດີ. ແຕ່ຖ້າຢ້ອນກັບໄປ ກໍຕ້ອງຍອມຮັບວ່າ Hogwarts Legacy ກໍເປັນໜຶ່ງໃນເກມທີ່ປະເຊີນກັບ ຂໍ້ຖົກຖຽງເຊັ່ນກັນ.

Accio! Hogwarts

ໂດຍສະເພາະກໍລະນີ ທີ່ເກີດຈາກກະແສຕໍ່ຕ້ານ J.K. Rowling, ເຈົ້າຂອງນະວະນິຍາຍ Harry Potter, ທີ່ມີແນວຄວາມຄິດຕໍ່ຕ້ານ ຄວາມຫຼາກຫຼາຍທາງເພດ ຈົນນັກສະແດງ Harry Potter ຫຼັກຫຼາຍຄົນ, ລວມທັງ Daniel Radcliffe, Emma Watson, ແລະ Rupert Grint, ຕ້ອງປະນາມຄໍາເຫັນຂອງ J.K. Rowling.

ແຕ່ຢ່າງໃດກໍຕາມ ກ່ຽວກັບເລື່ອງນີ້ Warner Bros. ໄດ້ລະບຸວ່າ J.K. Rowling ບໍ່ໄດ້ມີສ່ວນຮ່ວມໃນການສ້າງເກມ Hogwarts Legacy ແຕ່ຢ່າງໃດ ແຕ່ Warner Bros ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບທີມງານຂອງ J.K. Rowling ເພື່ອເຮັດໃຫ້ມີປະສົບກາມະຫັດສະຈັນ ດັ່ງທີ່ແຟນ Harry Potter ໄດ້ຄາດຫວັງໄວ້.

ປັດຈຸບັນເກມ Hogwarts Legacy ມີໃຫ້ຫຼິ້ນໃນເກືອບຈະທຸກໆ ແພລັດຟອມບໍ່ວ່າຈະເປັນ PC, Ps4, Ps5, Xbox ແລະ Nintendo Switch ໃນລາຄາປະມານ 59-79 ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/