ການຟື້ນຟູຈິດໃຈທີ່ດີທີ່ສຸດຂອງມະນຸດກໍຄືການມີສັດລ້ຽງທີ່ໜ້າຮັກ ເເລະ ການໄດ້ຫຼິ້ນກັບສັດລ້ຽງເຫຼົ່ານັ້ນ ເພາະມັນປຽບສະເໝືອນໝູ່ ເເລະ ອາດຈະກາຍເປັນສ່ວນໜຶ່ງໃນຄອບຄົວຂອງພວກເຮົາໃນທີ່ສຸດ, ສັດລ້ຽງເຫຼົ່ານີ້ຈຶ່ງສາມາດຊ່ວຍລົດຄວາມກົດດັນ, ຊ່ວຍປັບອາລົມ ເເລະ ເເກ້ເຫງົາໄດ້ເປັນຢ່າງດີ.
![](https://laox.la/wp-content/uploads/2023/03/image-250-768x1024.png)
ໃນປີ 2015, ອົງການປົກປ້ອງສັດໃນລັດອິນເດຍນາ ສະຫະລັດອາເມຣິກາ ໄດ້ລິເລີ່ມໂຄງການທີ່ເອີ້ນວ່າ F.O.R.W.A.R.D. ເຊິ່ງມີຈຸດປະສົງເພື່ອນໍາເອົາແມວຈາກສູນພັກພິງໄປຢູ່ໃນຄຸກ ເພື່ອໃຫ້ນັກໂທດສາມາດດູແລພວກມັນໄດ້ ເຊິ່ງໂຄງການນີ້ໄດ້ພິສູດໃຫ້ເຫັນແລ້ວວ່າມັນມີປະໂຫຍດຕໍ່ກັບແມວ ແລະ ນັກໂທດ.
ການສົ່ງເເມວໄປໃຫ້ນັກໂທດລ້ຽງ ນອກຈາກຈະມອບຄວາມອົບອຸ່ນໃຫ້ເເມວເເລ້ວ ມັນຍັງຊ່ວຍໃຫ້ບັນດານັກໂທດມີສະພາບຈິດໃຈທີ່ດີຂຶ້ນ ສັງຄົມໃນຄຸກກໍດີຂຶ້ນຕາມ, ໂດຍການຖົກຖຽງກັນໃນຄຸກມີພຽງເລື່ອງດຽວກໍຄື ເເມວຂອງໃຜໜ້າຮັກກວ່າກັນ?, ເມື່ອພົ້ນໂທດອອກຈາກຄຸກໄປກໍສາມາດນຳເເມວທີ່ລ້ຽງຢູ່ນັ້ນກັບໄປລ້ຽງຕໍ່ຢູ່ເຮືອນໄດ້.
![](https://laox.la/wp-content/uploads/2023/03/image-251.png)
![](https://laox.la/wp-content/uploads/2023/03/image-252-768x1024.png)
ໂດຍກຸ່ມນັກໂທດທີ່ໄດ້ເຂົ້າຮ່ວມໂຄງການນີ້ຈຳເປັນຕ້ອງໄດ້ຜ່ານເກນຫຼາຍຢ່າງທັງສະພາບຈິດໃຈ ການປະພຶດຕົວ ຄວາມສະອາດ ເເລະ ອື່ນໆ , ດັ່ງນັ້ນ ເເມວທຸກໂຕທີ່ຢູ່ໃນໂຄງການນີ້ຈະມີຊີວິດທີ່ດີ ເເລະ ປອດໄພຫາຍຫ່ວງ.
![](https://laox.la/wp-content/uploads/2023/03/image-253-768x1024.png)
ປັດຈຸບັນໂຄງນີ້ໄດ້ຂະຫຍາຍອອກໄປຍັງຄຸກຢູ່ທົ່ວສະຫະລັດ ແຕ່ກໍມີກຸ່ມຄົນບາງກຸ່ມກ່າວອ້າງວ່າ ພວກເຂົາບໍ່ໄດ້ວາງໃຈ ບັນດານັກໂທດ, ແຕ່ທາງໂຄງກໍການຍັງຢືນຢັນທີ່ຈະເຮັດຕໍ່ໄປ ເພາະເຊື່ອວ່າຄືນ້ອງແມວຈະຊ່ວຍຟື້ນຟູບັນດານັກໂທດໄດ້ຢ່າງເເນ່ນອນ.
![](https://laox.la/wp-content/uploads/2023/03/image-254.png)
![](https://laox.la/wp-content/uploads/2023/03/image-255.png)
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/