ຄາລິຟໍເນຍໃຊ້ໂດຣນຊ່ວຍປູກຕົ້ນໄມ້ ເພື່ອຟື້ນຟູປ່າຈາກໄຟໄໝ້ຄັ້ງໃຫຍ່


ຫຼັງຈາກຜ່ານວິກິດໄຟປ່າຢ່າງໜັກໜ່ວງທີ່ຄາລິຟໍເນຍ ສະຫະລັດອາເມຣິກາ ທາງໜ່ວຍງານຕ່າງໆກໍເລີ່ມດຳເນີນການຟື້ນຟູປ່າ-ທຳມະຊາດບໍລິເວນທີ່ໄດ້ຮັບຄວາມເສຍຫາຍທັນທີ ໜຶ່ງໃນວິທີການຟື້ນຟູດັ່ງກ່າວທີ່ໜ້າສົນໃຈແມ່ນ ການໃຊ້ໂດຣນຊ່ວຍປູກຕົ້ນໄມ້, ເຊິ່ງວິທີການນີ້ແມ່ນໄວກວ່າມະນຸດປູກ 6 ເທົ່າ.

ດ້ວຍເຫດນີ້ ບໍລິສັດສະຕາດອັບໃນ Seattle ທີ່ຊື່ວ່າ “DroneSeed” ຈຶ່ງເລີ່ມວິທີໃໝ່ທີ່ໃຊ້ໂດຣນໃນການປູກຕົ້ນໄມ້ ເພື່ອຟື້ນຟູທຳມະຊາດທີ່ເສຍຫາຍໄປ. CEO ຂອງ “DroneSeed” Grant Canary ກ່າວວ່າ “ເຮົາກຳລັງສູນເສຍປ່າເນື່ອງຈາກໄຟປ່າ ໄວກວ່າໄດ້ມັນກັບມາຈາກການຟື້ນຟູທຳມະຊາດ ແລະ ລະບົບຂອງເຮົາໃນປັດຈຸບັນທີ່ມີການເພາະປູກເບ້ຍໄມ້ ແລະ ໃຊ້ແຮງງານຄົນໃນການເຮັດວຽກເພື່ອຊ່ວຍຕົ້ນໄມ້ນີ້ຍັງບໍ່ພຽງພໍທີ່ຈະຊ່ວຍໄດ້ທັນເວລາ ແລະ ຮັກສາປ່າທີ່ມີ”.

ບໍລິສັດດັ່ງກ່າວຈຶ່ງຫັນມາໃຊ້ໂດຣນ ເຊິ່ງທີ່ຜ່ານມາພວກເຂົາໄດ້ໃຊ້ໂດຣນເພື່ອໂຮຍເມັດພັນພືດ, ປຸ໋ຍ ແລະ ຜະລິດຕະພັນຂ້າແມງໄມ້ສູ່ພື້ນດິນປະມານ 4,046,400 ຕາແມັດ ຂອງພື້ນທີ່ທີ່ຖືກໄຟປ່າເຜົາ ເພື່ອຊ່ວຍຟື້ນຄືນຜືນປ່າອີກຄັ້ງ.

ໂດຍທີ່ໂດຣນດັ່ງກ່າວຈະມີເສັ້ນຜ່າສູນກາງ 2.4 ແມັດ ສາມາດຮັບນ້ຳໜັກໄດ້ 26 ກິໂລ ແລະ ບິນໄດ້ 18 ນາທີ.

“ມີເຄື່ອງມືອື່ນໆອີກຫຼາຍ ເຊິ່ງວິທີທີ່ພວກເຮົາໃຊ້ ບໍ່ໄດ້ເປັນຢາວິເສດແຕ່ຢ່າງໃດ ແຕ່ມັນຈະເປັນວິທີທີ່ຈະຊ່ວຍຊື້ເວລາໃຫ້ເຮົາຫຼາຍຂື້ນ” Canary ກ່າວ.

ທີ່ມາ: https://www.facebook.com/environman.th/posts/3253972478064510