ປະຊາຊົນໃນຍີ່ປຸ່ນຊ່ວຍກັນເຄື່ອນຍ້າຍປາຄຣາບກວ່າ 1000 ໂຕໄປຢູ່ຮ່ອງນ້ຳໃນລະດູໜາວ


ໃນລະດູໜາວຂອງທຸກໆປີ ເມືອງຮິດະຟຸຣຸຄາວະ ແຫ່ງແຂວງກິຟຸ ມີປະເພນີທີ່ນິຍົມປະຕິບັດກັນນັ້ນແມ່ນ ປະຊາຊົນຈະຊ່ວຍກັນຍ້າຍປາຄຣາບທີ່ຢູ່ຮ່ອງລະບາຍນ້ຳສາຍນ້ອຍໆ ບໍລິເວນຫົນທາງ Shirakabe Dozogai ໄປຍັງອ່າງນ້ຳທີ່ໃກ້ຄຽງແທນ.

ປາຄຣາບປະມານ 1000 ໂຕ ທີ່ລອຍນ້ຳສະບາຍໆໃນຊ່ວງລະດູຮ້ອນ ຈະຕ້ອງຍ້າຍໄປອ່າງນ້ຳເທນຈິນ ທີ່ຢູ່ບໍລິເວນວັງເກົ່າ Masushima ແທນ ເພາະວ່າຮ່ອງລະບາຍນ້ຳແຫ່ງນີ້ຈະຖືກໃຊ້ເປັນ “ບ່ອນເກັບຫິມະ” ເພື່ອກຳຈັດຫິມະຕາມຫົນທາງ ໃນຊ່ວງລະດູໜາວຂອງທຸກໆປີ ການຍ້າຍນ້ອງໆຂອງປີນີ້ໄດ້ຍ້າຍສຳເລັດໄປໃນປາຍເດືອນພະຈິກທີ່ຜ່ານມາ, ຈາກນັ້ນ ພວກມັນຈະຢູ່ໃນອ່າງນ້ຳຈົນເຖິງເດືອນເມສາປີໜ້າ ແລະ ຈະຖືກຍ້າຍກັບມາທີ່ຮ່ອງລະບາຍນ້ຳແຫ່ງນີ້ອີກຄັ້ງ.

ວຽກງານຄັ້ງນີ້ເປັນການຮ່ວມມືຂອງຊາວເມືອງ ແລະ ອາສາສະໝັກທີ່ຈະມາຊ່ວຍກັນຍ້າຍນ້ອງໆປະມານ 1000 ໂຕ ໂດຍບາງໂຕມີຄວາມຍາວເຖິງ 80 ຊັງຕີແມັດ ແລະ ໜັກເຖິງ 10 ກິໂລ.

ທີ່ມາ: https://www.facebook.com/KrobkruengJAPAN/posts/237850987697955