ຂ່າວດີແຟນເພງ K-Pop! Suho ເຜີຍ EXO ກຽມ Comeback ເຕັມວົງ ໃນໄວໆນີ້

ຂ່າວດີແຟນເພງ K-Pop

ຫຼັງຈາກບໍ່ໄດ້ Comeback ແບບເຕັມວົງມາດົນນານ ເພາະສະມາຊິກບາງຄົນໄດ້ເຂົ້າກົມຕາມກົດໝາຍຂອງປະເທດເກົາຫຼີໃຕ້, ເມື່ອບໍ່ດົນມານີ້ ກໍມີຂ່າວອອກມາວ່າວົງ EXO ກໍາລັງຈະມີຜົນງານເພງໃໝ່ໃນປີ 2023 ນີ້ ເນື່ອງຈາກວ່າສະມາຊິກຂອງວົງ “ຊູໂຮ” ຫົວໜ້າຂອງວົງ ໄດ້ທັກທາຍແຟນໆໂດຍການບອກວ່າຈະກັບມາໃນໄວໆນີ້ ສະມາຊິກຄົນອື່ນໆຈະອອກກົມໃນໄວໆນີ້ ຄາດວ່າແມ່ນເດືອນກຸມພາ 2023.

ວົງ EXO ໃນໄລຍະທີ່ໂຟກັສຜົນງານດ່ຽວ ເນື່ອງຈາກສະມາຊິກບາງຄົນເຂົ້າກົມ ແຕ່ລະຄົນກໍຈະມີຜົນງານທີ່ແຕກຕ່າງກັນອອກໄປ, ປີ 2019 ກໍມີການປ່ອຍອາລະບ້ຳພິເສດສະຫຼອງທີ່ວົງຄົບຮອບ 9 ປີ “DON’T FIGHT THE FEELING” ຫຼັງຈາກ ປ່ອຍໃຫ້ແຟນໆຄອງຄອຍຖ້າ, ປີ 2021 ທີ່ຜ່ານມາ ກໍໄດ້ປະກາດ Comeback ອີກຄັ້ງ ພ້ອມກັບປ່ອຍພາບ ແລະ ວິດີໂອທີເຊີ ຕ່າງໆອອກມາ ໃຫ້ແຟນໆໄດ້ຕື່ນຕາຕື່ນໃຈ.

ຂ່າວດີແຟນເພງ K-Pop

ນອກຈາກນີ້ ອາລະບ້ຳ “DON’T FIGHT THE FEELING” ກໍຍັງໄດ້ສ້າງສະຖິຕິທີ່ດີທີ່ສຸດໃຫ້ກັບວົງ ໂດຍມີຍອດຂາຍຫຼາຍກວ່າ 1 ລ້ານ ອາລະບ້ຳ (2021) ສະແດງໃຫ້ເຫັນເຖິງພະລັງ ແລະ ຄວາມເປັນທີ່ນິຍົມສົມຊື່ຂອງວົງສິລະປິນທີ່ມີຍອດຂາຍຈຳໜ່າຍເກີນ 1 ລ້ານອາລະບ້ຳ ຕັ້ງແຕ່ຍັງບໍ່ໄດ້ຈຳໜ່າຍແບບເປັນທາງການ.

ຂ່າວດີແຟນເພງ K-Pop

CHEN ສະມາຊິກອີກຄົນທີ່ມີຄວາມສາມາດ ແລະ ສຽງດີ ຮ້ອງເພງປະກອບຊີຣີ້ ຫຼື ຮ່ວມຮ້ອງເພງກັບນັກຮ້ອງຫຼາຍໆທ່ານ ກໍໄດ້ຮັບຄວາມນິຍົມ ແລະ ເພງກໍເປັນທີ່ໂດ່ງດັງ. ປີ 2022 ກໍໄດ້ມີການປ່ອຍຜົນງານອາລະບ້ຳອອກມາໃຫ້ແຟນໆໄດ້ຊື່ນໃຈ. ສ່ວນໜຸ່ມ Kai ສາຍາແອວຫວານ ກໍໄດ້ປະກາດ Comeback ເຊັ່ນດຽວກັນໃນປີ 2021 ເຊິ່ງໄດ້ຮັບຄວາມສົນໃຈຈາກແຟນຢ່າງສວຍງາມ ແລະ ສະມາຊິກຄົນອື່ນກໍກຳລັງຈະມີຜົນງານຕາມໆມາ ໂດຍສະເພາະ “Sehun” ທີ່ກໍາລັງຈະໄດ້ຮັບບົດເປັນພະເອກໃນຊີຣີ້ເລື່ອງໃໝ່ໄຟແຮງທີ່ໜ້າສົນໃຈ ແລະ ສະມາຊິກຄົນອື່ນກໍມີຜົນງານເປັນຂອງໃຜລາວ.

ຂ່າວດີແຟນເພງ K-Pop

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/