ລາກ່ອນ! Microsoft ຢຸດສະໜັບສະໜູນ Windows 7 ແລະ 8.1 ແລ້ວ ຫຼາຍໆ ໂປຣແກຣມຈະບໍ່ສາມາດອັບເດດເປັນເວີຊັນໃໝ່ໄດ້

ລາກ່ອນ! Microsoft

ເອີ້ນໄດ້ວ່າຂ່າວນີ້ເປັນສິ່ງເຮັດໃຫ້ຜູ້ໃຊ້ Windows ຮຸ່ນເກົ່າເສົ້າໃຈຢູ່ບໍ່ໜ້ອຍ ເພາະມື້ນີ້ 10 ມັງກອນ 2023 ເຊິ່ງກົງກັບມື້ທີ່ທາງ Microsoft ປະກາດຢຸດສະໜັບສະໜູນ Windows 7 ແລະ 8.1 ແລ້ວ ເຊິ່ງປະກາດດັ່ງກ່າວກໍອອກມາດົນພໍສົມຄວນ ແລະ ການຈ່າຍເງິນຊື້ Extended Security Update (ESU) ກໍຈະໝົດເວລາເຊັ່ນດຽວກັນ.

ລາກ່ອນ! Microsoft

ຢ່າງໃດກໍຕາມຈາກຂໍ້ມູນຂອງ Microsoft ແມ່ນພົບວ່າຜູ້ໃຊ້ງານທົ່ວໄປບໍ່ໄດ້ອັບເດດ Windows ມາຕັ້ງແຕ່ວັນ ທີ 14 ມັງກອນ 2020 ເຊິ່ງໝາຍຄວາມວ່າຜູ້ໃຊ້ງານບໍ່ໄດ້ອັບເດດດົນນານແລ້ວຮອດ 3 ປີ ດ້ວຍເຫດຜົນນີ້ທາງ Microsoft ຈຶ່ງໄດ້ແນະນຳໃຫ້ກັບຜູ້ຖືກຜົນກະທົບອັບເດດເປັນ Windows 10 ຫຼື 11 ເພື່ອໃຫ້ເກີດຄວາມປອດໄພ ແລະ ປ້ອງກັນຮູຮົ່ວທີ່ອາດກະທົບກັບ Windows ທຸກເວີຊັນນັ້ນເອງ.

ລາກ່ອນ! Microsoft

ທາງດ້ານ StatCounter ເຊິ່ງເປັນບໍລິສັດທີ່ເກັບສະຖິຕິຜູ້ໃຊ້ງານອິນເຕີເນັດທົ່ວໂລກໄດ້ອອກມາລະບຸວ່າ ຂະນະນີ້ມີຜູ້ໃຊ້ງານ Windows 7 ຢູ່ 11% ແລະ Windows 8.1 ຢູ່ທີ່ 2.6% ໃນສ່ວນຂອງ Windows ຍອດນິຍົມຢ່າງ Windows 10 ແມ່ນມີອັດຜູ້ໃຊ້ງານຫຼາຍທີ່ສຸດຢູ່ທີ່ 68% ສ່ວນ Windows 11 ຢູ່ທີ່ 11% ເທົ່ານັ້ນ.

ພ້ອມນັ້ນອີກເຫດຜົນໜຶ່ງທີ່ຜູ້ໃຊ້ງານ Windows ຮຸ່ນເກົ່າຄວນຍ້າຍ ເພາະໂປຣແກຣມຕ່າງໆ ຈະຢຸດຮັບຮອງແລ້ວ ເຊັ່ນ Google Chrome ຈະອອກຮຸ່ນ 109 ເຊິ່ງເປັນຮຸ່ນສຸດທ້າຍໃຫ້ກັບ Windows 7,  ໃນສ່ວນຂອງໂປແກຣມ Adobe Creative Cloud, NVIDIA ແລະ AMD ກໍຈະບໍ່ສະໜັບສະໜູນ Driver ແລະ ການອັບເດດເວີຊັນ ແລະ ລວມເຖິງ Office, OneDrive ຈາກ Microsoft ເຊັ່ນດຽວກັນ.

ລາກ່ອນ! Microsoft

ໃນອີກດ້ານໜຶ່ງຫຼາຍໆຄົນກໍບໍ່ໄປຕໍ່ກັບລະບົບປະຕິບັດການໃໝ່ກໍເພາະວ່າ ບາງຄົນເຫັນວ່າລະບົບເກົ່າແມ່ນດີຢູ່ແລ້ວ, ບາງຄົນກໍອັບເດດ Windows ເປັນເວີຊັນໃໝ່ບໍ່ໄດ້ເພາະສະເປັກຄອມເກົ່າເກີນໄປ ເຊິ່ງຖ້າຢາກປ່ຽນເປັນເວີຊັນໃໝ່ ກໍຕ້ອງໄດ້ປ່ຽນຄອມໃໝ່ ເຊິ່ງນັ້ນມັນຂຶ້ນກັບການພິຈາລະນາແຕ່ລະບຸກຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/