Elon Musk ໄດ້ປະກາດວ່າ ສັນຍະລັກຂອງ Twitter ຈາກນົກຟ້າ ຈະກາຍມາເປັນ X ແນ່ນອນວ່ານີ້ເປັນການປ່ຽນແປງຄັ້ງຍິ່ງໃຫຍ່ຂອງທາງ Twitter ໂດຍ X.com ເປັນບໍລິສັດທີ່ Elon Musk ເປັນຜູ້ກໍ່ຕັ້ງມາຕັ້ງແຕ່ປີ 1999 ນັ້ນເອງ.
ເມື່ອວັນທີ 23 ກໍລະກົດ 2023 ທີ່ຜ່ານມາ Elon Musk ໄດ້ໂພສໃນ Twitter ວ່າ ອີກບໍ່ດົນ ພວກເຮົາຈະກ່າວຄຳອຳລາກັບແບຣນ Twitter ແລະ ນົກຟ້າ ທັງໝົດຢ່າງຄ່ອຍເປັນຄ່ອຍໄປ ເຊິ່ງເປັນການປະກາດກຽມຣີແບຣນ Twitter ແບບເກົ່າອອກໃຫ້ໝົດເພື່ອປ່ຽນໄປເປັນ X.
![](https://laox.la/wp-content/uploads/2023/07/image-348.png)
ຫຼ້າສຸດ ຕອນນີ້ເວັັບໄຊຂອງ X.com ຈະປ່ຽນເສັ້ນທາງໄປເຂົ້າເວັບໄຊ Twitter ແທນແລ້ວ ພ້ອມກັບການປ່ຽນໂລໂກ້ຈາກຮູບນົກຟ້າທີ່ເຮົາຄຸ້ນເຄີຍໃຫ້ກາຍເປັນໂລໂກ້ X ເຊິ່ງເປັນແບບຊົ່ວຄາວ ພ້ອມທັງຍັງໄດ້ທະວີດຂໍ້ຄວາມເພີ່ມອີກວ່າ ເຂົາຕ້ອງການສື່ວ່າການປ່ຽນໂລໂກ້ ແລະ ໜ້າຕາບາງຢ່າງຂອງທາງ Twitter ໃຫ້ກາຍເປັນ X ບໍ່ວ່າຈະເປັນການເປີດໂຫວດເພື່ອສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ ວ່າຈະເລີ່ມຕົ້ນມາເປັນສີດຳ ຫຼື ມີການທະວີດວ່າ “ຫາກມີຮູບໂລໂກ້ X ທີ່ດີໃນຄືນນີ້ ເຮົາຈະເຜີຍແຜ່ທົ່ວໂລກໃນມື້ອື່ນ”.
![](https://laox.la/wp-content/uploads/2023/07/image-349.png)
ໂດຍທີ່ຜ່ານມາ ທາງ Elon Musk ບໍ່ເຄີຍປິດບັງຄວາມຄິດທີ່ວ່າເຂົາຕ້ອງການທີ່ຈະຣີແບຣນໃໝ່. ໃນເດືອນ ເມສາ ເອງກໍໄດ້ມີການປ່ຽນຊື່ຂອງບໍລິສັດຢ່າງເປັນທາງການວ່າ X Holdings Corp ເພື່ອສະທ້ອນວິໄສທັດໃນການໃນສ້າງ “X, the everything app” ທີ່ຈະເປັນທັງໂຊຊຽວມີເດຍ ແລະ ເປັນຟັງຊັນໃນການຊຳລະເງິນ ຄ້າຍກັບ WeChat ຈາກປະເທດຈີນນັ້ນເອງ.
ຢ່າງໃດກໍຕາມ ການປະກາດຣີແບຣນໃໝ່ໃນເທື່ອນີ້ອາດຈະເປັນໜຶ່ງໃນວີທີການປະກາດວ່າ Twitter ຈະບໍ່ແມ່ນໂຊຊຽວມີເດຍແບບເກົ່າອີກຕໍ່ໄປ ນັບຕັ້ງແຕ່ Elon Musk ເຂົ້າມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/