ກະຊວງເທັກໂນໂລຢີ ສືບຕໍ່ພັດທະນາ ປ່ຽນຈາກຮູບແບບບໍລິການດັ້ງເດີມມານຳໃຊ້ເທັກໂນໂລຢີທັນສະໄໝ

ກະຊວງເທັກໂນໂລຢີ

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍ ທຸລະກຳທາງອີເລັກໂທຣນິກ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 19 ທັນວາ 2022 ນີ້ ເຊິ່ງປະກອບມີທັງໝົດ 12 ພາກ, 5 ໝວດ ແລະ 75 ມາດຕາ; ໃນນີ້ ໄດ້ຕັດອອກຈໍານວນ 22 ມາດຕາ, ປັບປຸງເນື້ອໃນ ຈໍານວນ 25 ມາດຕາ, ເພີ່ມໃໝ່ 39 ມາດຕາ ແລະ ຮັກສາເນື້ອໃນໄວ້ 12 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດເຫັນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຮັດກຸມ ແລະ ສອດຄ່ອງກັບສະພາບໃນປັດຈຸບັນ.

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກ່າວວ່າ: ກົດໝາຍວ່າດ້ວຍທຸລະກຳ ທາງອີເລັກໂທຣນິກ (ສະບັບປີ 2012) ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ປະກາດໃຊ້ໃນປີ 2013 ເປັນຕົ້ນມາ ໃນໄລຍະ 10 ກວ່າປີຜ່ານມາ ມີບົດບາດສຳ ຄັນເຂົ້າໃນວຽກງານການຄຸ້ມຄອງ ສົ່ງເສີມ ການເຮັດທຸລະກຳທາງອີເລັກໂທຣນິກ ເຮັດໃຫ້ການເຮັດທຸລະກໍາແບບອອນລາຍ ຢູ່ພາຍໃນປະເທດນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງ ເປັນຕົ້ນແມ່ນ ການຊຳລະຄ່າສາທາລະນູປະໂພກ ຜ່ານແອັບພລິເຄຊັນເທິງມືຖື (ຄ່າໄຟຟ້າ, ຄ່ານໍ້າປະປາ ແລະ ອື່ນໆ); ການຈັບຈ່າຍໃຊ້ສອຍປະຈຳວັນ, ທຸລະກິດ-ບໍລິການ ບາງຫົວໜ່ວຍ ໄດ້ພະຍາຍາມແຂ່ງຂັນກັນຫັນປ່ຽນຈາກ ຮູບແບບບໍລິການດັ້ງເດີມມານຳໃຊ້ເທັກໂນໂລຢີທັນສະໄໝ ເຊັ່ນ: ລະບົບ e-Banking, e-Payment, e-Commerce, e-Services, ໂລຈິສຕິກ ແລະ ອື່ນໆ. ສຳລັບອົງການລັດເອງ ເຫັນວ່າມີການປະຍຸກໃຊ້ເທັກໂນໂລຢີ ເຂົ້າມານໍາໃຊ້ໃນຂອດບໍລິການຂອງລັດຫຼາຍຂຶ້ນ ເຊັ່ນ: ລະບົບຊຳລະຄ່າທຳນຽມ, ລະບົບໜັງສືຜ່ານແດນອີເລັກໂທຣນິກ, ລະບົບພາສີອີເລັກໂທຣນິກ, ລະບົບອາກອນອີເລັກໂທຣນິກ ແລະ ອື່ນໆ.

ກະຊວງເທັກໂນໂລຢີ

ນອກນັ້ນ ກໍມີການເປີດກວ້າງການພົວພັນຮ່ວມມືກັບສາກົນ ຕາມທິດທາງ ແລະ ນະໂຍບາຍຂອງພັກ-ລັດຖະບານລາວ ກໍໄດ້ມີການເຈລະຈາເຂົ້າຮ່ວມເປັນພາຄີໃນສົນທິສັນຍາ ແລະ ສັນຍາຮ່ວມມືສາກົນຕ່າງໆ ເຊິ່ງສະແດງໃຫ້ເຫັນວ່າ ທ່າອ່ຽງຂອງການພັດທະນາ ຄືຄວາມກ້າວໜ້າຂອງເທັກໂນໂລຢີ ເປັນປັດໄຈທີ່ສໍາຄັນກໍ່ໃຫ້ເກີດມີການຫັນປ່ຽນພຶດຕິກຳ ແລະ ວິທີການຂອງຜູ້ຄົນ. ສະນັ້ນ ເພື່ອປັບຕົວໃຫ້ທັນ ແລະ ເຂົ້າກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຍຸກ ມັນມີຄວາມຈໍາເປັນຕ້ອງໄດ້ພິຈາລະນາປັບປຸງຕົນເອງ ໃຫ້ເຂົ້າກັບທ່າອ່ຽງຂອງສາກົນ ໂດຍຈຳເປັນຕ້ອງໄດ້ປັບປຸງສະພາບແວດລ້ອມ, ກົນໄກໃນການຄຸ້ມຄອງ, ສົ່ງເສີມ, ການໝູນໃຊ້ເທັກໂນໂລຢີຂອງຍຸກ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ໃຫ້ທັນສະພາບ.

ທ່ານ ລັດຖະມົນຕີກະຊວງເທັກໂນຢີ ແລະ ການສື່ສານ ກ່າວຕື່ມວ່າ: ການຄາດຄະເນຜົນໄດ້ຮັບ ແລະ ຜົນກະທົບ, ພາຍຫຼັງທີ່ກົດໝາຍສະບັບນີ້ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນນິຕິກຳພື້ນຖານໃຫ້ແກ່ການຄຸ້ມຄອງ ວຽກງານທຸລະກຳທາງອີເລັກໂທຣນິກ ໃຫ້ມີປະສິດທິຜົນກວ່າເກົ່າ ແນໃສ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວິໄສທັດ ແລະ ຍຸດທະສາດການພັດທະນາເທັກໂນໂລຢີ ແລະ ການສື່ສານຂອງປະເທດເຮົາໃຫ້ປາກົດຜົນເປັນຈິງ. ເມື່ອທຽບໃສ່ກົດໝາຍສະບັບເກົ່າ, ກົດໝາຍສະບັບປັບປຸງນີ້ ຈະໄດ້ຮັບຜົນປະໂຫຍດຕົ້ນຕໍ ໂດຍສະເພາະ ກົນໄກການຄຸ້ມຄອງການດຳເນີນທຸລະກິດ ເປັນຕົ້ນແມ່ນ ການອະນຸຍາດດໍາເນີນທຸລະກິດ; ການປະຕິບັດເງື່ອນໄຂເພີ່ມ ພາຍຫຼັງການໄດ້ຮັບອະນຸຍາດດໍາເນີນທຸລະກິດ, ຄວາມໜ້າເຊື່ອຖືຂອງການເຮັດທຸລະກຳທາງອີເລັກໂທຣນິກ, ການພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕອນ ເຊິ່ງຈະສ້າງຄວາມເຊື່ອໝັ້ນ, ຄວາມປອດໄພໃຫ້ແກ່ການເຮັດທຸລະກຳທາງອີເລັກໂທຣນິກ; ກົດໝາຍສະບັບນີ້ ຍັງເປັນພື້ນຖານອັນສຳຄັນໃຫ້ແກ່ຂະແໜງການເທັກໂນໂລຢີ ແລະ ການສື່ສານ ລວມທັງຂະ ແໜງການອື່ນ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ເຮັດທຸລະກຳທາງອີເລັກໂທຣນິກ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເປັນການຊຸກຍູ້ ແລະ ສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.

ກະຊວງເທັກໂນໂລຢີ

ຂອບໃຈຂໍ້ມູນຈາກ:

https://bit.ly/3PFIv6M

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/