ການຄຸກຄາມທາງເພດ (Sexual Harassment) ແມ່ນຫຍັງ?
ການຄຸກຄາມທາງເພດ ຫຼື Sexual Harassment ໝາຍເຖິງການຄຸກຄາມ ຫຼື ການລ່ວງລະເມີດທາງເພດ ໂດຍບໍ່ຈຳກັດພຽງແຕ່ລ່ວງລະເມີດທາງຮ່າງກາຍເທົ່ານັ້ນ ຍັງລວມໄປເຖິງການຄຸກຄາມທາງຄຳເວົ້າ ແລະ ສາຍຕາ ນອກຈາກນັ້ນກໍຍັງມີ ການພິມ ຫຼື ໂພສ ໃນອິນເຕີເນັດກໍຖືໄດ້ວ່າເປັນການຄຸກຄາມທາງເພດໄດ້ຄືກັນ.
ໃນສັງຄົມ ຄຳວ່າ ການຄຸກຄາມທາງເພດ ແມ່ນມີຫຼາຍຮູບແບບທີ່ແຕກຕ່າງກັນອອກໄປຢ່າງກວ້າງຂວາງ ແຕ່ພຶດຕິກຳຫຼັກໆ ທີ່ເອີ້ນວ່າຄຸກຄາມທາງເພດ ທັງຕັ້ງໃຈ ຫຼື ບໍ່ຕັ້ງໃຈນັ້ນ ສະແດງອອກແບບໃດກັນແທ້?
- ການສຳຜັດຮ່າງກາຍຜູ້ອື່ນໂດຍທີ່ອີກຝ່າຍບໍ່ຍິນຍອມ
ການສຳຜັດຮ່າງກາຍຜູ້ອື່ນໂດຍທີ່ບໍ່ໄດ້ຖືກຍິນຍອມນັ້ນຖືວ່າເປັນການຄຸກຄາມທາງເພດທີ່ເຫັນໄດ້ຊັດເຈນທີ່ສຸດ ເພາະການສຳຜັດ,ການຈັບ ຫຼື ການລູບອະໄວຍະວະສ່ວນໃດໜຶ່ງເຊັ່ນວ່າ: ກອດຄໍ,ກອດແອວ, ຈັບເສັ້ນຜົມ ຫຼືແມ່ນແຕ່ຕີເບົາໆກໍຖືວ່າເປັນການຄຸກຄາມທາງເພດໄດ້ຄືກັນ.

- ການຫຼິ້ນມຸກຕະຫຼົກກ່ຽວກັບເລື່ອງເພດ
ມຸກຕະຫຼົກທີ່ເວົ້າກ່ຽວກັບເພດໝາຍເຖິງການ ໃຊ້ຄຳເວົ້າລໍ້ລຽນກ່ຽວກັບພຶດຕິກຳທາງເພດຕ່າງໆ ບໍ່ວ່າຈະເປັນການປຽບທຽບເພື່ອໃຫ້ເຫັນພາບ, ການຫຼິ້ນຄຳ ຫຼື ແມ່ນແຕ່ການເວົ້າຫາບຸກຄົນທີສາມ ການຄຸກຄາມປະເພດນີ້ແມ່ນຈະບໍ່ຮຸນແຮງ ແຕ່ກໍບໍ່ຄວນເຮັດເພາະອາດຈະເຮັດໃຫ້ຜູ້ອື່ນບໍ່ສະບາຍໃຈ ຫຼື ອັບອາຍໄດ້.
- ການພິມ,ສົ່ງຂໍ້ຄວາມ ຫຼື ໂພສ ແບບລໍ່ແຫຼມໃນສື່ສັງຄົມອອນລາຍ
ການພິມຂໍ້ຄວາມແບບລໍ່ແຫຼມໃນສື່ສັງຄົມອອນລາຍກໍເປັນການຄຸມຄາມທາງເພດອີກຢ່າງໜຶ່ງ ໂດຍມາໃນຮູບແບບການລໍ້ລຽນ ຫຼືວິຈານ ອະໄວຍະວະ, ຮູບຮ່າງໜ້າຕາ, ການນຸ່ງຖື ໃນອິນເຕີເນັດ ນອກຈາກນັ້ນແລ້ວຍັງລວມໄປເຖິງການສົ່ງ ຮູບຮ່າງກາຍ ຫຼື ອະໄວຍະວະ(ລັບ)ໃຫ້ແກ່ຜູ້ອື່ນ.
- ການຄຸກຄາມໂດຍການໃຊ້ຄຳເວົ້າຈາ
ຄືການໃຊ້ວາຈາຕໍ່ຜູ້ອື່ນໃນຮູບແບບຊູ້ສາວ ນອກຈາກນັ້ນ, ຍັງມີການເວົ້າວິຈານ ຮູບຮ່າງ ຫຼື ຮ່າງກາຍຜູ້ອື່ນ ບໍ່ວ່າຈະເປັນການເວົ້າວ່າ: ຕຸ້ຍ, ຂາໃຫຍ່ ແລະ ອື່ນໆ ທີ່ເຮັດໃຫ້ຜູ້ຟັງ ຫຼື ຜູ້ຖືກວິຈານອັບອາຍກໍຖືໄດ້ວ່າເປັນການຄຸກຄາມທາງເພດ.

- ເປີດອະໄວຍະວະເພດໃຫ້ຄົນອື່ນເບິ່ງ
ການເປີດອະໄວຍະວະທີ່ບໍ່ຄວນໃຫ້ຜູ້ອື່ນເບິ່ງຢ່າງມີເຈຕະນາ ບໍ່ວ່າຈະເປັນການຍົວະ ຫຼື ເຮັດໃຫ້ຜູ້ອື່ນຮູ້ສຶກອັບອາຍ ແມ່ນເປັນການຄຸກຄາມທາງເພດເຊັ່ນກັນ ສາມາດພົບເຫັນໄດ້ສ່ວນໃຫຍ່ຈາກຜູ້ທີ່ມີບັນຫາທາງຈິດເປັນຕົ້ນ.
- ຢອກຜູ້ອື່ນໂດຍການຖອດເຄື່ອງທີ່ສວມໃສ່
ການຢອກຜູ້ອື່ນໂດຍເຈຕະນາ ບໍ່ວ່າຈະເປັນການດຶງໂສ້ງ, ປົດສາຍເສື້ອໃນ ຫຼື ການບັງຄັບໃຫ້ຜູ້ອື່ນໃສ່ເສື້ອຜ້າທີ່ສ້າງຄວາມອັບອາຍໃຫ້ແກ່ຕົນເອງ ກໍຖືໄດ້ວ່າເປັນການຄຸກຄາມທາງເພດ.
+ ແລ້ວເຮົາຈະປົກປ້ອງຕົນເອງໄດ້ແນວໃດ?
- ຮຽນຮູ້ທີ່ຈະປະຕິເສດເມື່ອຕົກເປັນເຫຍື່ອຂອງການຄຸກຄາມເຊັ່ນວ່າ: ການຂໍຮ້ອງໃຫ້ຢຸດ ຫຼື ສະແດງຄວາມຮູ້ສຶກບໍ່ພໍໃຈຕໍ່ການກະທຳດັ່ງກ່າວ.
- ບໍ່ເມີນເສີຍຕໍ່ຜູ້ທີ່ຖືກຄຸກຄາມ ຫຼາຍຄັ້ງທີ່ຜູ້ຖືກຄຸກຄາມຈະຮູ້ສຶກອັບອາຍ ຫຼື ຢ້ານ ຫາກເຮົາຢູ່ໃນເຫດການຂໍໃຫ້ບໍ່ເມີນເສີຍກັບເຫດການດັ່ງກ່າວ ແຕ່ຈົ່ງຫ້າມ ຫຼື ຂໍໃຫ້ຜູ້ຄຸກຄາມນັ້ນຢຸດ
- ເຄົາລົບສິດ ແລະ ເສລີພາບຂອງຜູ້ອື່ນບໍ່ວ່າຈະເປັນການແຕ່ງກາຍ, ຮູບຮ່າງ, ໜ້າຕາ.
- ບໍ່ມີສ່ວນຮ່ວມ ຫຼື ເລີ່ມຄຸກຄາມຜູ້ອື່ນ
ທີ່ມາ: https://www.mangozero.com/what-is-sexual-harassment/
ພາບ: SmallBizDaily, HR Daily Advisor
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/