ໜຸ່ມນັກກິລາ American Football ຄົບກັບແຟນສາວໃນໂລກອອນລາຍໄດ້ 1 ປີ 9 ເດືອນ ແຕ່ສຸດທ້າຍກໍຜິດຫວັງ ເພາະຖືກຕົວະ


ເລື່ອງຄວາມຮັກ ເຮົາບໍ່ສາມາດກຳນົດໄດ້ວ່າຈະສົມຫວັງ ຫຼື ຜິດຫວັງ ແລະ ບໍ່ຮູ້ວ່າຄວາມຮັກຈະມາໃນຮູບແບບໃດ ຈະສົ່ງຜົນແບບໃດຕໍ່ກັບຊີວິດຂອງເຮົາ, ບໍ່ເວັ້ນຮອດນັກກິລາ ກໍສາມາດຜິດຫວັງໄດ້ເຊັ່ນດຽວກັນ.

ແມນໄທ ເທໂອ (Manti Te’o) ເປັນນັກກິລາ American Football ຕຳແໜ່ງລາຍແບັກເກີ ເກີດທີ່ຮາວາຍ ມີຄອບຄົວທີ່ເຄັ່ງເລື່ອງສາສະໜາ ແລະ ບໍ່ເຄີຍມີແຟນມາກ່ອນ. ໃນການຫຼິ້ນກິລາ ລາວມີຜົນງານດີມາໂດຍຕະຫຼອດ ຕັ້ງແຕ່ຮຽນຢູ່ມັດທະຍົມ. ສະໄໝຮຽນປີ 1 ເທໂອ ບໍ່ຄ່ອຍຈະມີໝູ່ຫຼາຍ ເພາະເປັນຄົນຕ່າງຖິ່ນ ພ້ອມກັບເປັນນັກກິລານອກສະໜາມ ອາດຈະເຮັດໃຫ້ເຫງົາເປັນບາງຄັ້ງຄາວ.

ໃນປີ 2009 ມີສາວຄົນໜຶ່ງຊື່ “ແລນເນ ເຄຄົວ” ໄດ້ທັກຫາລາວ ທາງເຟສບຸກ ແລະ ບອກວ່າເປັນນັກກິລາ Volleyball ພ້ອມກັບເຂົ້າໃຈຄວາມຮູ້ສຶກຂອງ ເທໂອ ເປັນຢ່າງດີ ທີ່ຕ້ອງກົດດັນໃນເລື່ອງກິລາ, ຫຼັງຈາກນັ້ນ ທັງສອງຄົນກໍແຊັດລົມກັນ ແລະ ແລກປ່ຽນຄວາມຮູ້ສຶກດີໆໃຫ້ກັນ ຈົນໄດ້ຄົບຫາເບິ່ງໃຈກັນ.

ເທໂອ ເຄີຍຄິດສົງໄສ ວ່າຈະຖືກຕົວະ ຫຼື ອາດເປັນຜູ້ຍິງບໍ່ງາມ ແຕ່ທາງຝ່າຍຍິງໄດ້ສົ່ງສຽງເປັນກຳລັງໃຈໃຫ້ໃນການແຂ່ງຂັນໃນວັນທີ 7, ທາງເທໂອ ຈຶ່ງເຊື່ອໝົດໃຈວ່າບໍ່ຖືກຕົວະແນ່ນອນ. ບາງຄັ້ງກໍຖ່າຍຮູບໜ້າງາມໆສົ່ງໃຫ້ເບິ່ງ ແລະ ຄົບກັນມາເລື້ອຍໆ. ເທໂອ ຢາກເຫັນ ຢາກເປີດໂຕໃຫ້ສັງຄົມຮູ້ ແລະ ຢາກໄປຫາ ແຕ່ຖືກເຄຄົວປະຕິເສດໄປ ໄດ້ແຕ່ບອກໃຫ້ເທໂອອົດໃຈຖ້າ.

ຝ່າຍຍິງບອກວ່າມີໂຣກປະຈຳຕົວຄື ໂຣກລູຄິເມຍ ດ້ວຍຄວາມຮັກຂອງເທໂອ ຈຶ່ງໄດ້ບອກພໍ່ແມ່ວ່າຄົບກັບຜູ້ຍິງຄົນທີ່ຊື່ ເຄຄົວ ຢູ່, ໃນປີ 2012 ຫຼັງຈາກຄົບກັນໄດ້ 1 ປີ 9 ເດືອນ ຜູ້ຊາຍຊື່ວ່າໂນອາ ອ້າຍຂອງເຄຄົວ ໂທມາຫາທີໂອ ແລ້ວບອກວ່າ ເຄຄົວ ເສຍຊີວິດແລ້ວຈາກໂຣກລູຄິເມຍເສຍຊີວິດ, ຜູ້ເປັນອ້າຍເຄຄົວ ບອກບໍ່ໃຫ້ເທໂອມາງານ ເພາະຈັດງານແບບງ່າຍໆ. ສຸດທ້າຍເທໂອ ແລະ ເຄຄົວກໍຈົບລົງດ້ວຍການຄົບກັນ 1 ປີ 9 ເດືອນ ແຕ່ບໍ່ເຄີຍຫັນໜ້າກັນ.

ດ້ວຍຄວາມສົງໄສ ສື່ໃນສະຫະລັດ Deadspin ຈຶ່ງລົງພື້ນທີ່ໄປສືບຂໍ້ມູນ ແຕ່ບໍ່ພົບປະຫວັດຂອງເຄຄົວຄົນນີ້ ເບິ່ງໃນການລາຍງານເສຍຊີວິດກໍບໍ່ມີ ແລະ ບໍ່ມີນາມສະກຸນແບບນີ້, ສືບຫາທາງມະຫາໄລກໍບໍ່ມີຄົນຊື່ນີ້. ແລະສຸດທ້າຍກໍດຳເນີນການສືບຈາກຮູບຕໍ່ໄປ ກັບກາຍເປັນວ່າຜູ້ຍິງຄົນນີ້ຍັງມີຊີວິດ ແຕ່ບໍ່ໄດ້ຊື່ ເຄຄົວ ແຕ່ຊື່ “ໄດແອນ ໂອເມຍຣ່າ” ແລະ ບໍ່ຮູ້ຈັກເທໂອ.

ໃນທີ່ສຸດກໍຮູ້ຄວາມຈິງວ່າ ມີຊາຍຄົນໜຶ່ງຊື່ “ໂຣນາຍ່າ ທູອາໂຊໂຊໂປ້” ເຊິ່ງເປັນໝູ່ຮ່ວມຫ້ອງຕອນ ມ.ປາຍ ຂອງໄດແອນ, ໄດ້ກັອບປີ້ເອົາຮູບທີ່ຖ່າຍທັງໝົດຈາກຮູບຂອງໄດແອນໃນເຟສບຸກ ແລ້ວສ້າງໂປຣຟາຍເຟສບຸກຂຶ້ນມາໃໝ່ ແລະ ຕັ້ງຊື່ວ່າ ເຄຄົວ. ລາວເປັນຜູ້ຊາຍຮັກຊາຍ ທີ່ສ້າງເລື່ອງນີ້ຂຶ້ນມາ ເພື່ອຕົວະເທໂອ, ລາວໄດ້ຕິດຕໍ່ຫາໄດແອນ ແລ້ວຕົວະໃຫ້ ໄດແອນ ສົ່ງຄິບ ແລະ ຮູບໃຫ້ ເພື່ອເອົາໄປຕົວະເທໂອຕໍ່. ສຸດທ້າຍສື່ກໍຈັບ “ໂຣນາຍ່າ” ທີ່ເປັນຕົ້ນເຫດທັງໝົດໄດ້, ໂຣນາຍ່າບອກກັບສື່ວ່າໄດ້ລົມກັບເທໂອທາງອອນລາຍກໍພໍໃຈແລ້ວ ແລະ ຫຼົງຮັກແບບຈິງຈັງ ຈົນຕ້ອງໄດ້ເຮັດແບບນີ້.

ເມື່ອເທໂອຈົບຈາກມະຫາວິທະຍາໄລ, ລາວກໍລະວັງເລື່ອງຄວາມຮັກຫຼາຍຂຶ້ນ ແຕ່ສຸດທ້າຍລາວກໍໄດ້ມີແຟນເປັນຕົວເປັນຕົນແລ້ວ ທີ່ສຳຄັນເປັນນາງແບບ ແລະ ໄດ້ແຕ່ງງານກັນໃນປີ 2020.

ຖືວ່າຜ່ານເຫດການຄັ້ງນີ້ໄປໄດ້ດ້ວຍດີ ແລະ ຮູ້ທີ່ມາທີ່ໄປຂອງການຖືກຕົວະ,​ ເທໂອ ໃຫ້ອະໄພກັບຊາຍຄົນນັ້ນ ແລະ ຫວັງວ່າເຂົາກໍຈະເຂົ້າໃຈເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3vjJe2v

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/