Spotify ຮ່ວມມືກັບ Storytel ເປີດບໍລິການ ຟັງໜັງສືສຽງ


Spotify ໄດ້ກຳລັງລະຫຍາຍກິດຈະການ ແລະ ການຟັງສຽງໃຫ້ຫຼາຍຂຶ້ນໄປຕື່ມອີກ, ໂດຍເທື່ອນີ້ຈະໄດ້ຈັບມືກັບ Storytel ເຊິ່ງເປັນແພັດຟອມໜັງສືສຽງ ມາຮ່ວມກັນເປີດບໍລິການໃຫ້ຟັງ ໜັງສືສຽງ ຜ່ານທາງ Spotify, ໂດຍຈະເປັນສ່ວນໜຶ່ງໃນບໍລິການ Spotify Open Access Platform ທີ່ສາມາດຮັບຟັງໄດ້ຟຣີ ຫຼື ອາດຈະມີບາງເນື້ອຫາທີ່ຈຳກັດໄວ້ເພື່ອສະມາຊິກທີ່ເສຍຄ່າບໍລິການ.

ເຊິ່ງເຮັດໃຫ້ຜູ້ໃຊ້ຂອງ Sportify ສາມາດເຂົ້າເຖິງເນື້ອຫາຂອງ Storytel ໄດ້ເລີຍ.

ສຳລັບ Storytel ເອງເປັນ Platform ໜັງສືສຽງທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ມີການໃຫ້ບໍລິການເຖິງ 25 ປະເທດ, ມີໜັງສືສຽງຫຼາຍກວ່າ 500,000 ເຫຼັ້ມ ມີທັງໜັງສືທີ່ເປັນ ພາສາອັງກິດ ແລະ ພາສາອື່ນໆ ເຊິ່ງໃຫ້ບໍລິການແບບສະໝັກລາຍເດືອນ ພຽງເດືອນລະປະມານ 6$.

ເຊິ່ງເຮັດໃຫ້ຜູ້ໃຊ້ຂອງ Spotify ສາມາດເຂົ້າເຖິງເນື້ອຫາຂອງ Storytel ໄດ້ເລີຍ.

ສຳລັບ Storytel ເອງເປັນ Platform ໜັງສືສຽງທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ມີການໃຫ້ບໍລິການເຖິງ 25 ປະເທດ, ມີໜັງສືສຽງຫຼາຍກວ່າ 500,000 ເຫຼັ້ມ ມີທັງໜັງສືທີ່ເປັນ ພາສາອັງກິດ ແລະ ພາສາອື່ນໆ ເຊິ່ງໃຫ້ບໍລິການແບບສະໝັກລາຍເດືອນ ພຽງເດືອນລະປະມານ 6$.

ການຂະຫຍາຍຊ່ອງທາງໃຫ້ບໍລິການເທື່ອນີ້ຂອງທາງ Spotify ກໍອາດເປັນການເພີ່ມການໃຫ້ບໍລິການ ແລະ ກຸ່ມລູກຄ້າແບບໃໝ່ເພີ່ມຂຶ້ນ, ນອກຈາກນັ້ນຍັງເປັນການປະຢັດພື້ນທີ່ໂທລະສັບ ເພາະບໍ່ຈຳເປັນຕ້ອງໂຫຼດ 2 ແອບພິເຄຊັ່ນ ພ້ອມທັງຍັງບໍ່ຈຳເປັນຕ້ອງໃຊ້ເຖິງ 2 ບັນຊີເພື່ອເຂົ້າເຖິງເນື້ອຫາ, ໃຊ້ສະເພາະ Spotify ກໍພຽງພໍແລ້ວ.

ຂໍ້ມູນຈາກ:​ https://news.thaiware.com/20170.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/