ນັກວິໄຈເຜີຍວ່າສະໝອງຄົນເຮົາສາມາດຈື່ບ່ອນໄວ້ອາຫານທີ່ບໍ່ມີປະໂຫຍດ ໄດ້ດີກວ່າບ່ອນໄວ້ອາຫານເພື່ອສຸຂະພາບ


ລຳບໍ່ດີໂທດປີ່ໂທດກອງ ຕຸ້ຍຂຶ້ນກໍຕ້ອງໂທດສະໝອງແລ້ວບາດນີ້!!! ເມື່ອນັກວິທະຍາສາດຈາກມະຫາວິທະຍາໄລ Wageningen University ໄດ້ວິໄຈພົບຄວາມຈິງທີ່ວ່າ ສະໝອງຈະໃຫ້ຄວາມສຳຄັນເປັນອັນດັບທຳອິດ ໃນການຄົ້ນຫາອາຫານທີ່ມີແຄລໍຣີສູງ ໂດຍຈະສ້າງຄວາມຈຳແບບພື້ນທີ່ ຫຼື spatial memory ຫຼືເອີ້ນງ່າຍໆວ່າ ແຜນທີ່ໃນໃຈທີ່ຈະນຳພາໄປຫາອາຫານທີ່ເຮັດໃຫ້ເຮົາຕຸ້ຍຂຶ້ນງ່າຍກວ່າອາຫານເພື່ອສຸຂະພາບເຊັ່ນ: ຈຳພວກຜັກ ແລະ ໝາກໄມ້ນັ້ນເອງ.

ນັກວິທະຍາສາດບອກວ່າ ມັນເປັນປະຕິກິລິຍາອັດຕະໂນມັດ ມາຈາກສັນຊາດຕະຍານຂອງມະນຸດໃນອະດີດ ເຊິ່ງຕ້ອງຫາອາຫານມາເພື່ອດຳລົງເຜົ່າພັນ ໂດຍການຫາອາຫານແບບເຄື່ອງປ່າຂອງດົງ ແລະ ລ່າສັດ ເຊິ່ງກໍຄືຕ້ອງຫາອາຫານທີ່ມີແຄລໍຣີສູງເພື່ອທົດແທນແຮງງານທີ່ເສຍໄປ.

ການທົດລອງດັ່ງກ່າວ ໄດ້ມີອາສາສະໝັກເເຖິງ 512 ຄົນ ໄດ້ໃຫ້ທົດລອງຍ່າງໃນຫ້ອງທີ່ຄ້າຍກັບເຂົາວົງກົດ ເຊິ່ງຫຼາຍຈຸດມີອາຫານວາງໄວ້ໃຫ້ລອງຊິມ, ບາງຈຸດມີແຕ່ກິ່ນຂອງອາຫານຕິດສຳລີໃຫ້ລອງດົມ ແຕ່ພວກເຂົາບໍ່ຮູ້ວ່າຈະມີການທົດລອງໃຫ້ຈື່ຈຸດຂອງອາຫານ ແລະ ກິນອາຫານພວກນີ້ພາຍຫຼັງ.

ຜົນການທົດລອງປາກົດວ່າ ບັນດາອາສາສະໝັກຈື່ຕຳແໜ່ງອາຫານແຄລໍຣີສູງ 27% ແລະ ກິ່ນອາຫານແຄລໍຣີສູງໄດ້ເຖິງ 28%. ທີມນັກວິໄຈໄດ້ສະຫຼຸບວ່າ ຜົນການທົດລອງນີ້ຍັງຊີ້ໃຫ້ເຫັນເຖິງກົນໄກຂອງສະໝອງມະນຸດໃນຍຸກປັດຈຸບັນ ທີ່ຍັງໃຊ້ລະບົບວິເຄາະ ເພື່ອປະຢັດພະລັງງານ ແລະ ສະສົມແຄລໍຣີໃນການດຳລົງຊີວິດໃຫ້ໃຊ້ຊີວິດໄດ້ຫຼາຍທີ່ສຸດຕາມບັນພະບູລຸດຍຸກດຶກດຳບັນຢູ່, ພຽງແຕ່ປ່ຽນຈາກການເຂົ້າປ່າລ່າສັດ ມາເປັນການຍ່າງໄປເປີດຕູ້ເຢັນ ຫຼື ສັ່ງອາຫານອອນໄລນ໌ເທົ່ານັ້ນ.

ຂອບໃຈທີ່ມາຈາກ:

https://minimore.com/b/XSnhM/23
https://www.bbc.com/thai/features-54773205

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/