ລາຄາ Bitcoin ກັບຂຶ້ນມາອີກເທື່ອໜຶ່ງ ຫຼັງຈາກ Elon Musk ສາມາດຫາວິທີໃຫ້ການຂຸດກາຍເປັນພະລັງງານສະອາດ


Bitcoin ລາຄາກັບຂຶ້ນມາແຕະ 40.000 $ ອີກເທື່ອໜຶ່ງໂດຍທັນທີ, ຫຼັງຈາກ Elon Musk ອອກມາທະວີດຂໍ້ຄວາມວ່າ ໄດ້ຕົກລົງກັບບໍລິສັດຂຸດ Bitcoin ໃນອາເມຣິກາວ່າຈະຕ້ອງພັດທະນາການນຳໃຊ້ພະລັງງານໃນການຂຸດໃຫ້ເປັນພະລັງງານທີ່ສະອາດຂຶ້ນ, ພ້ອມກັບມີການເປີດເຜີຍວ່າ ອາດຈະມີໂອກາດທີ່ Tesla ຈະກັບມາຮັບ Bitcoin ອີກເທື່ອໜຶ່ງ.

ໂດຍການອອກມາທະວີດເທື່ອນີ້ກໍໄດ້ເຮັດໃຫ້ ສະກຸນຕ່າງໆຂອງຫຼຽນ Cryptocurrency ໄດ້ກັບຂຶ້ນມາອີກເທື່ອ ຫຼັງຈາກທີ່ລາຄາລົດລົງເປັນເວລາດົນ.

  • Bitcoin 39,960 $(+18%)
  • Ethereum 2,650 $ (+32%)
  • BNB 344 $ (+43%)
  • ADA 1.57 $ (+29%)

ຈາກເຫດການນີ້ໄດ້ເຮັດໃຫ້ເຫັນວ່າ Elon Musk ກໍຍັງໃຫ້ຄວາມສົນໃຈຕໍ່ກັບ Bitcoin ຢູ່ຈົນສາມາດຫາວິທີເຮັດໃຫ້ການຂຸດເປັນພະລັງງານສີຂຽວໄດ້.

ຂອບໃຈຂໍ້ມູນຈາກ :https://www.facebook.com/OilTraderKP/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/