ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງຂຶ້ນ ເມື່ອບໍ່ດົນມານີ້ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທ້ອງຖິ່ນ. ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນໍ້າທາ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກສະພາການຄ້າແຂວງພາກເໜືອ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອ່ອນຈັນ ຄຳພາວົງ ໄດ້ກ່າວວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ໄດ້ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງຄັ້ງທຳອິດ, ເຊິ່ງເປັນຂີດໝາຍສຳຄັນຕໍ່ການພັດທະນາກົນໄກພົວພັນຮ່ວມມື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆ ທັງເປັນການເສີມຂະຫຍາຍບົດບາດການປຸກລະດົມເຕົ້າໂຮມພາກທຸລະກິດ ໃຫ້ເປັນກ້ອນກຳລັງແຮງສຳຄັນທີ່ຂາດບໍ່ໄດ້ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໝັ້ນຄົງ ແລະ ຍືນຍົງ.
ທ່ານ ອ່ອນຈັນ ຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະ ບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ຈົ່ງເປັນເຈົ້າການໃນການເຕົ້າໂຮມກໍາລັງແຮງ ຂອງນັກທຸລະກິດ, ຜູ້ປະກອບການ ແລະ ຜູ້ເຮັດການຜະລິດຊາວຄ້າຂາຍຕ່າງໆທົ່ວແຂວງຢ່າງກວ້າງຂວາງ, ເປັນຕົວແທນ ແລະ ເປັນຂົວຕໍ່ທີ່ເຂັ້ມແຂງ ລະຫວ່າງພາກລັດກັບພາກທຸລະກິດ ເພີ່ມທະວີຄວາມເປັນເຈົ້າການ ນຳພາຫົວໜ່ວຍທຸລະກິດ ໃຫ້ດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ ໃນການປະກອບສ່ວນເສຍພັນທະໃຫ້ລັດ, ເຂົ້າຮ່ວມຂະບວນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ, ເອົາໃຈໃສ່ໃນການປັບປຸງຕົນເອງ ໃຫ້ຖືວ່າສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພັກ-ລັດ ມອບໝາຍໃຫ້ນີ້ ເປັນເຄື່ອງມືໃໝ່ ໂດຍສະເພາະ ຜູ້ຜະລິດ, ຜູ້ປະກອບການທຸລະກິດ ໃຫ້ກາຍເປັນຄູ່ຮ່ວມພັດທະນາທີ່ຫ້າວຫັນ ແລະ ມີປະສິດທິພາບສູງ.
ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳ ທີ່ເປັນການສ້າງຄວາມເຂັ້ມແຂງ, ຊ່ວຍຜູ້ປະກອບການກິດຈະການທັງທາງກົງ ແລະ ທາງອ້ອມ ເປັນຕົ້ນ ການພົບປະພາກທຸລະກິດ, ການຈັດສໍາມະນາ, ການເຂົ້າເຖິງຕະຫຼາດ, ໃຫ້ຄຳປຶກສາແນະນຳທຸລະກິດ, ເຜີຍແຜ່ຂໍ້ມູນຂ່າວສານ, ນຳພາພາກທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າ ແລກປ່ຽນບົດຮຽນຈາກຕ່າງປະເທດ, ຈັດເຝິກອົບຮົມ, ມີການຮ່ວມມືກັບບັນດາສະຖາບັນການເງິນ, ແກ່ຜູ້ປະກອບກິດຈະການໃນຫົວຂໍ້ຕ່າງໆ.
ປັດຈຸບັນ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເປີດແລ້ວຢູ່ 6 ແຂວງຄື: ຫຼວງພະບາງ, ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ບໍລິຄຳໄຊ ນັບທັງແຂວງຫຼວງນໍ້າທາ ແລະ ມີແຜນຈະເປີດໃນແຂວງອື່ນໆອີກ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/