ເປີດສູນບໍລິການ SME ແຂວງຫຼວງນໍ້າທາ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທ້ອງຖິ່ນ


ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ  ແລະ ກາງຂຶ້ນ ເມື່ອບໍ່ດົນມານີ້ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທ້ອງຖິ່ນ. ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນໍ້າທາ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກສະພາການຄ້າແຂວງພາກເໜືອ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອ່ອນຈັນ ຄຳພາວົງ ໄດ້ກ່າວວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ໄດ້ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງຄັ້ງທຳອິດ, ເຊິ່ງເປັນຂີດໝາຍສຳຄັນຕໍ່ການພັດທະນາກົນໄກພົວພັນຮ່ວມມື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆ ທັງເປັນການເສີມຂະຫຍາຍບົດບາດການປຸກລະດົມເຕົ້າໂຮມພາກທຸລະກິດ ໃຫ້ເປັນກ້ອນກຳລັງແຮງສຳຄັນທີ່ຂາດບໍ່ໄດ້ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໝັ້ນຄົງ ແລະ ຍືນຍົງ.

ທ່ານ ອ່ອນຈັນ ຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະ ບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ຈົ່ງເປັນເຈົ້າການໃນການເຕົ້າໂຮມກໍາລັງແຮງ ຂອງນັກທຸລະກິດ, ຜູ້ປະກອບການ ແລະ ຜູ້ເຮັດການຜະລິດຊາວຄ້າຂາຍຕ່າງໆທົ່ວແຂວງຢ່າງກວ້າງຂວາງ, ເປັນຕົວແທນ ແລະ ເປັນຂົວຕໍ່ທີ່ເຂັ້ມແຂງ ລະຫວ່າງພາກລັດກັບພາກທຸລະກິດ ເພີ່ມທະວີຄວາມເປັນເຈົ້າການ ນຳພາຫົວໜ່ວຍທຸລະກິດ ໃຫ້ດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ ໃນການປະກອບສ່ວນເສຍພັນທະໃຫ້ລັດ, ເຂົ້າຮ່ວມຂະບວນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ, ເອົາໃຈໃສ່ໃນການປັບປຸງຕົນເອງ ໃຫ້ຖືວ່າສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພັກ-ລັດ ມອບໝາຍໃຫ້ນີ້ ເປັນເຄື່ອງມືໃໝ່ ໂດຍສະເພາະ ຜູ້ຜະລິດ, ຜູ້ປະກອບການທຸລະກິດ ໃຫ້ກາຍເປັນຄູ່ຮ່ວມພັດທະນາທີ່ຫ້າວຫັນ ແລະ ມີປະສິດທິພາບສູງ.

ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳ ທີ່ເປັນການສ້າງຄວາມເຂັ້ມແຂງ, ຊ່ວຍຜູ້ປະກອບການກິດຈະການທັງທາງກົງ ແລະ ທາງອ້ອມ ເປັນຕົ້ນ ການພົບປະພາກທຸລະກິດ, ການຈັດສໍາມະນາ, ການເຂົ້າເຖິງຕະຫຼາດ, ໃຫ້ຄຳປຶກສາແນະນຳທຸລະກິດ, ເຜີຍແຜ່ຂໍ້ມູນຂ່າວສານ, ນຳພາພາກທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າ ແລກປ່ຽນບົດຮຽນຈາກຕ່າງປະເທດ, ຈັດເຝິກອົບຮົມ, ມີການຮ່ວມມືກັບບັນດາສະຖາບັນການເງິນ, ແກ່ຜູ້ປະກອບກິດຈະການໃນຫົວຂໍ້ຕ່າງໆ.

ປັດຈຸບັນ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເປີດແລ້ວຢູ່ 6 ແຂວງຄື: ຫຼວງພະບາງ, ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ບໍລິຄຳໄຊ ນັບທັງແຂວງຫຼວງນໍ້າທາ ແລະ ມີແຜນຈະເປີດໃນແຂວງອື່ນໆອີກ.

https://www.facebook.com/permalink.php?story_fbid=pfbid02jh2ufjSgdnSWoT9GtM6FfDWbKNk9mHEWTwYnktDxuT9Xptbd7HCmFsNZp5RRc7BGl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/